ຊາວບ້ານຈາກເຂື່ອນນໍາອູ 7 ກັງວົນ ອາຊີບປະມົງ

ໄຊຍາ
2019.03.05
ຮູບພາບຈໍາລອງ ຂອງເຂື່ອນນໍ້າອູ 7 ຕັ້ງຢູ່ແຂວງຜົ້ງສາລີ
ຮູບພາບຈາກ: ນັກຂ່າວພົລເມືອງ

ປະຊາຊົນ 280 ຄອບຄົວ ໃນ 4 ບ້ານ, ຊຶ່ງຂຶ້ນກັບເມືອງ ແລະແຂວງຜົ້ງສາລີ ທີ່ຖືກຍົກຍ້າຍມາຢູ່ບ້ານຈັດສັນ ນ້ຳອູ 7, ມີຄວາມກັງວົນ ເລື່ອງອາຊີບປະມົງຫາປາ ທີ່ໂຄງການເຂື່ອນ ໄດ້ຈັດສັນໃຫ້, ຍ້ອນວ່າຊາວບ້ານ ບໍ່ມີປະສົບການລ້ຽງປາມາກ່ອນ. ເຈົ້າໜ້າທີ່ທ້ອງຖິ່ນ ບ້ານ ຈັດສັນເຂື່ອນນ້ຳອູ 7 ໄດ້ ກ່າວຕໍ່ເອເຊັຽເສຣີ ວ່າ:

"ທຳອິດຢູ່ບ້ານເກົ່າ ກໍປູກຢາງພາຣາຊື່ໆ ແຫລະ, ດຽວນີ້ຍ້າຍມາຊິເຮັດອາຊີບອິຫຍັງກໍບໍ່ຮູ້ແຫລະ, ມີແຕ່ວ່າມື້ນັ້ນກໍໄດ້ເວົ້າວ່າອາຊີບລ້ຽງປາ, ແນວນີ້ກໍຍັງບໍ່ມີປະສົບການ ບໍ່ມີບົດຮຽນເດີ ນີ້ກໍຍາກ."

ໃນການຍົກຍ້າຍຊາວບ້ານ ລວມມີບ້ານສົບກັ້ງ, ບ້ານຈະເລີນ, ບ້ານຕາຕຸງ ແລະບ້ານຫາດຫີນ, ມາຢູ່ເຂດບ້ານຈັດສັນເຂື່ອນນ້ຳອູ 7 ມາແຕ່ ເດືອນທັນວາ 2018 ແລະຍ້າຍສຳເຣັດໝົດແລ້ວ ໃນເດືອນກຸມພາ 2019. ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ, ຫຼັງຈາກຍົກຍ້າຍມາຢູ່ບ້ານ ຈັດສັນແລ້ວ ແລະ ໄດ້ຮັບຄ່າຊົດເຊີຍ ຊາວບ້ານກໍພໍໃຈ, ແຕ່ເຂົາເຈົ້າຍັງກັງວົນເລື່ອງອາຊີບຄົງທີ່, ຍ້ອນວ່າ ເຂົາເຈົ້າເຄີຍເຮັດສວນໝາກໄມ້ ແລະ ຢາງພາຣາ ໃນຂນະທີ່ ໂຄງການ ຈະໃຫ້ເຂົາເຈົ້າລ້ຽງປາ ເປັນອາຊີບ.

ແຕ່ ເຈົ້າໜ້າທີ່ໂຄງການ ກໍໃຫ້ເຫດຜົນວ່າ ຈະມີການຝຶກອົບຮົມ ໃຫ້ຊາວບ້ານ ແລະ ພາເຂົາເຈົ້າໄປທັສນະສຶກສາ ເພື່ອເປັນການສົ່ງເສີມ ອາຊີບທີ່ຍືນຍົງ-ຕໍ່ເນື່ອງ, ດັ່ງ ທ່ານ ກ່າວວ່າ:

"ເວົ້າເລື່ອງຊີວິດການເປັນຢູ່ ຂອງຊາວບ້ານເນາະ, ຂະເຈົ້າຍ້າຍຈາກບ້ານເດີມມາຢູ່ບ້ານຈັດສັນ, ເງື່ອນໄຂການຫາກິນພວກເຮົາ, ບໍ່ຄ່ອຍ ເປັນຫ່ວງເນາະ, ບໍ່ຄ່ອຍເປັນ ຫ່ວງຢູ່ປານໃດ ທຸກວຽກພວກເຮົາກໍຈະໃຫ້ໄດ້ຝຶກອົບຮົມ ໄດ້ເອົາໄປທັສນະ ໄດ້ນຳພາ ເຮັດການປະມົງ."

ເຈົ້າໜ້າທີ່ກ່າວຕື່ມອີກວ່າ ໃນການຝຶກອາຊີບປະມົງ ໃຫ້ປະຊາຊົນເຂດບ້ານຈັດສັນ ເຂື່ອນນ້ຳອູ 7 ນັ້ນ ຕາມແຜນການແລ້ວ ຈະເລີ້ມຂຶ້ນ ໃນເດືອນ ກໍຣະກະດາ 2019 ທາງການ ແລະ ບໍຣິສັດຈະພາຕົວແທນຊາວບ້ານທັງ 4 ບ້ານ ໄປເບິ່ງການປະມົງ ຢູ່ເຂື່ອນອື່ນໆທີ່ປະສົບ ຄວາມສຳເຣັດ ຊຶ່ງນຶ່ງໃນນັ້ນ ແມ່ນການລ້ຽງປາຢູ່ເຂື່ອນນ້ຳງື່ມ 1 ຢູ່ແຂວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.