ຂ.ອຸດົມໄຊ 4 ເມືອງ ລໍາບາກ

ສິດນີ
2018.08.03
F-Oudomxay-flood ຈໍານວນນຶ່ງຂອງປະຊາຊົນ ທີ່ຕ້ອງໄດ້ຫຼົບໜີຈາກ ພຶ້ນທີ່ເຂດນໍ້າຖ້ວມ ພາກັນມາປຸກຕູບ ຢູ່ຕາມແຄມຖນົນຊົ່ວຄາວ
RFA/VD

ທາງການແຂວງອຸດົມໄຊ ຕ້ອງການ ການຊ່ອຍເຫຼືອ ເພື່ອບັນເທົາທຸກ ແກ່ຜູ້ປະສົບພັຍນໍ້າຖ້ວມ ເນື່ອງຈາກວ່າ ແຂວງອຸດົມໄຊ ເປັນ ແຂວງນຶ່ງ ທີ່ໄດ້ຮັບຜົນເສັຽຫາຍ ຢ່າງໜັກຈາກພັຍນໍ້າຖ້ວມ. ເມືອງ ທີ່ໄດ້ຮັບຜົນກະທົບໜັກ ມີສີ່ເມືອງ ຄື; ເມືອງແບງ, ເມືອງປາກແບງ, ເມືອງຮຸນ ແລະ ເມືອງນາໝໍ້.

ໃນປັດຈຸບັນ ທາງການແຂວງອຸດົມໄຊ ກໍຂາດງົບປະມານ ແລະສິ່ງຂອງເກືອບທຸກຢ່າງ ເພື່ອຊ່ອຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບເຫຼົ່ານັ້ນ. ດັ່ງ ເຈົ້າໜ້າທີ່ ຈາກຜແນກສວັດດີການສັງຄົມ ແຂວງອຸດົມໄຊ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 1 ສິງຫາ ນີ້ວ່າ:

“ປີນີ້ ຖືວ່າເປັນປີທີ່ໜັກສົມຄວນ ສຳລັບນໍ້າຖ້ວມ ຜ່ານມາກະບໍ່ໜັກປານນີ້ ກະອີງໃສ່ງົບປະມານຂອງແຂວງ ແມ່ນບໍ່ພຽງພໍ ທາງແຂວງຈຶ່ງ ໄດ້ລະດົມທຶນ ນຳແຕ່ລະພາກສ່ວນບໍ່ ວ່າຈະເປັນພາກລັດແລະເອກກະຊົນຕ່າງໆ ເພື່ອສົມທົບທຶນຊ່ວຍເຫຼືອ ປະຊາຊົນ ທີ່ຖືກນໍ້າຖ້ວມ.”

ທ່ານກ່າວຕື່ມວ່າ ຫລາຍຄອບຄົວໃນແຂວງອຸດົມໄຊ ຍັງຕ້ອງການຄວາມຊ່ອຍເຫຼືອ ຢ່າງຫຼວງຫຼາຍແລະຮີບດ່ວນ ເປັນຕົ້ນເຄື່ອງນຸ່ງຫົ່ມ, ອາຫານ ແລະທີ່ຢູ່ອາສັຍ. ທາງການແຂວງໄດ້ໃຫ້ການຊ່ອຍເຫຼືອ ຈຳນວນນຶ່ງແລ້ວ ແຕ່ບໍ່ພຽງພໍແລະບໍ່ທົ່ວເຖິງ.

ປັດຈຸບັນ ເກືອບທຸກແຂວງໃນລາວ ກຳລັງປະສົບກັບພັຍນ້ຳຖ້ວມຢ່າງໜັກ ປະຊາຊົນຈໍານວນຫຼວງຫຼາຍ ຈຳເປັນຕ້ອງອົພຍົບໄປຢູ່ບ່ອນ ປອດພັຍ ແຕ່ຍັງຂາດອາຫານການກິນ ແລະເຄື່ອງນຸ່ງຫົ່ມ ຕົວຢ່າງປະຊາຊົນແຂວງຄຳມ່ວນຈຳນວນ 900 ປາຍຄອບຄົວ ໃນ 13 ບ້ານ ຕ້ອງໂຍກຍ້າຍທີ່ຢູ່ອາສັຍ ພວກເຂົາໄດ້ຮັບເຄື່ອງຊ່ອຍເຫຼືອ ຈາກພາກຣັຖແດ່ແລ້ວ ແຕ່ບໍ່ພຽງພໍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.