ແຂວງຜົ້ງສາລີຍັງປູກຝິ່ນ

ສິດນີ
2016.06.05
F-poppies ຮູປຖ່າຍ ທົ່ງປູກຝິ່ນ ໂດຍ ຫ້ອງການ ອາຊຍາກັມ ແລະ ຢາເສບຕິດ ສະຫະປະຊາຊາດ ຫລື UNODC
Poppy field. Photo: UNODC

ເຈົ້າຫນ້າທີ່ ແຂວງ ຜົ້ງສາລີ ຜູ້ບໍ່ປະສົງ ອອກຊື່ ເວົ້າວ່າ ປັດຈຸບັນ ໃນເຂດ ສອກຫລີກ ຫ່າງໄກ ທີ່ ແຂວງ ຜົ້ງສາລີ ຍັງມີການ ລັກລອບ ປູກຝິ່ນ ຫລາຍຢູ່ ສ່ວນໃຫຍ່ ປູກ ເພື່ອຂາຍ ແລະ ມີບາງກຸ່ມ ປູກ ເພື່ອສູບເອງ ເຖິງແມ່ນວ່າ ຜ່ານມາ ທາງການລາວ ໄດ້ປາບປາມ ໄປຫຼາຍແລ້ວ ກໍຕາມ ແຕ່ຍັງບໍ່ ປະສົບ ຜົລສຳເຣັດ. ດັ່ງທ່ານກ່າວ ຕໍ່ເອເຊັຽ ເສຣີ ໃນ ມື້ວັນທີ 3 ມິຖຸນາ ຜ່ານມານີ້ວ່າ:

"ແຕ່ເພິ່ນປາບເນາະ ຣັຖບານ ເພິ່ນກະປາບແລ້ວ ບໍ່ໃຫ້ມີ ສີ່ງເສບຕີດນີ້ ເພີ່ນກໍປາບ ແຕ່ເຮື້ອງຝີ່ນ ນັ້ນຍັງຫລາຍ ອ່າເຂດ ອັນນີ້ນະ ລີຮວາຍ ນ້ຳຍວນ ນ້ຳຫ້າງ ຍັງ ບໍ່ຫມົດນະ ເຂົາລັກລອບ ກົດຫມາຍ ມີປາບປາມ ຝີ່ນ ແຕ່ຍັງບໍ່ຫມົດ ກໍມີ ບາງສ່ວນ ເຣື້ອງຝີ່ນ".

ທ່ານກ່າວຕື່ມວ່າ ແຂວງຜົ້ງສາລີ ມີການປູກຝີ່ນ ມາແຕ່ດົນແລ້ວ ສ່ວນໃຫຍ່ ເປັນຊົນເຜົ່າ ປູກເພື່ອ ການຄ້າ ແລະ ສູບເອງ ຍ້ອນວ່າ ແຂວງ ດັ່ງກ່າວ ມີອາກາດ ເຫມາະສົມ ໃນ ການປູກຝີ່ນ ຊາວບ້ານສ່ວນໃຫຍ່ ນອກຈາກ ປູກຝີ່ນແລ້ວ ຂະເຈົ້າປູກ ໝາກແໜ່ງ ໃບຊາ ແລະ ກາເຟ ແຕ່ຣາຍໄດ້ ບໍ່ສູງທໍ່ ປູກຝີ່ນ ແລະ ບໍ່ມີຕລາດ ຮອງຮັບ. ທ່ານວ່າ ໃນ ປັດຈຸບັນ ມີຄົນຕິດຝີ່ນ ຢ່າງຫຼວງຫຼາຍ ທີ່ ແຂວງຜົ້ງສາລີ ສ່ວນໃຫຍ່ເປັນຊົນເຜົ່າ:

"ເຣື້ອງເສພ ເດັກນ້ອຍ ບໍ່ຕິດເນາະ ກໍມີແຕ່ຄົນເຖົ້າ ຄົນແກ່ ແຫຼະທີ່ຕິດ ຈຳນວນຫຼາຍ ກໍຕິດເນາະ ຕົວຢ່າງ ບ້ານນື່ງ ກໍມີ 10 ຄົນ ບາງບ້ານ ກໍບໍ່ມີ ບາງບ້ານ ກໍມີ ປູກຝີ່ນ ນີ້ມັນເປັນ ບັນຫາ ອີກຢ່າງເຂົາ ເສພເອງ ເຂົາສົ່ງໄປ ແດ່".

ແຂວງຜົ້ງສາລີ ເປັນນຶ່ງໃນບັນດາ ແຂວງ ທີ່ທຸກຍາກ ໃນເຂດ ພາກເຫນືອ ຂອງລາວ ທີ່ຜ່ານມາ ອົງການ UNODC ໄດ້ຈັດຕັ້ງ ໂຄງການ ປູກພືດທົດແທນ ການປູກຝີ່ນ ຢູ່ໃນ 30 ບ້ານ ໃນເຂດ ເມືອງຊວາ ແລະ ເມືອງໃຫມ່ ແຕ່ ບໍ່ໄດ້ຜົລ ຈື່ງມີການປູກຝີ່ນ ຄຶນມາ ອີກໃຫມ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.