ຊຽງຂວາງ ສລອງມໍຣະດົກໂລກ ທົ່ງໄຫຫິນ ກະຕຸ້ນທ່ອງທ່ຽວ

ທີ່ທົ່ງໄຫຫິນ ຢູ່ແຂວງຊຽງຂວາງ ທັງໝົດ 11 ແຫ່ງກວມເອົາເນື້ອທີ່ 200 ປາຍເຮັກຕ້າຣ໌ ໄດ້ຖືກຮັບຮອງ ໃຫ້ເປັນມໍຣະດົກໂລກແລ້ວ ຂະນະທີ່ເຈົ້າໜ້າທີ່ ຕ້ອງໄດ້ເອົາໃຈໃສ່ ບໍ່ໃຫ້ເກີດມີການລະເມີດ ກົດໝາຍມໍຣະດົກໂລກ ແລະປີນີ້ ແຂວງຊຽງຂວາງ ມີການຈັດການ ແຂ່ງຂັນກິລາຂຶ້ນ ເພື່ອກະຕຸ້ນການທ່ອງທ່ຽວ.

ທົ່ງໄຫຫິນ ມໍຣະດົກໂລກ ແຂວງຊຽງຂວາງ, ວັນທີ 29 ເດືອນສິງຫາ ປີ 2022. RFA

ພາຍຫລັງທີ່ທົ່ງໄຫຫິນ ຢູ່ແຂວງຊຽງຂວາງທັງໝົດ 11 ແຫ່ງກວມເອົາເນື້ອທີ່ 200 ປາຍເຮັກຕ້າຣ໌ໄດ້ຖືກຮັບຮອງ ໃຫ້ເປັນມໍຣະດົກໂລກ ຢ່າງເປັນທາງການ ໃນມື້ວັນທີ 10 ກໍຣະກະດາ 2019 ທີ່ຜ່ານມາໂດຍຄະນະກັມມະການການສຶກສາ ວິທຍາສາຕ ແລະວັທນາທັມແຫ່ງຊາຕ ຫລືອົງການ UNESCO ທີ່ກອງປະຊຸມໃຫຍ່ ໃນນະຄອນບາກູ ປະເທດອາເຊີຣ໌ບາຍຈັນ (Azerbaijan) ນັ້ນ. ຫລ້າສຸດໃນວັນທີ 29 ພຶສຈິກາ 2022 ທີ່ຜ່ານມາ ທາງການລາວກໍໄດ້ຈັດພິທີ ສເລີມສລອງໃບຢັ້ງຢືນ ມໍຣະດົກໂລກ ທົ່ງໄຫຫິນເຂົ້າເປັນມໍຣະດົກ ໂລກແຫ່ງທີ 3 ຂອງປະເທດລາວ ຢ່າງເປັນທາງການທີ່ແຂວງຊຽງຂວາງ.

ຂະນະທີ່ ຜູ້ປະກອບການທ່ອງທ່ຽວ ແລະບໍຣິການ ໃນແຂວງຊຽງຂວາງ ເຫັນວ່າກໍເປັນເຣື່ອງທີ່ດີ ທີ່ທົ່ງໄຫຫິນ ໄດ້ຮັບການຍົກສະຖານະ ໃຫ້ເປັນມໍຣະດົກໂລກ ແຕ່ກໍຮຽກຮ້ອງມາຍັງຣັຖບານລາວ ແລະ ອຳນາດການປົກຄອງ ແຂວງຊຽງຂວາງ ຊ່ອຍກະຕຸ້ນການທ່ອງທ່ຽວ ພາຍໃນແຂວງຊຽງຂວາງ ໃຫ້ກັບມາຄຶກຄັກກ່ວານີ້ ເພື່ອສ້າງບັນຍາກາດ ການທ່ອງທ່ຽວ ແລະບໍຣິການ ພາຍໃນແຂວງຊຽງຂວາງ ໃຫ້ເກີດຄວາມຄຶກຄັກໂດຍຍົກເອົາໄຫຫິນ ເຂດມໍຣະດົກໂລກ ແຫ່ງທີ 3 ເປັນແຫລ່ງທ່ອງທ່ຽວ ທີ່ສໍາຄັນ.

ດັ່ງຜູ້ປະກອບການ ຮ້ານອາຫານແຫ່ງນຶ່ງ ໃນແຂວງຊຽງຂວາງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 30 ພຶສຈິການີ້ວ່າ:

ເພາະວ່າມັນບໍ່ມີລູກຄ້າຫລາຍ ຄືແຕ່ກີ້ຄືວ່າແຫລະເສຖກິຈ ທຸກມື້ນີ້ມັນບໍ່ຮູ້ວ່າ ຊິເປັນແນວໃດ ຊ່ວງນີ້ກາມີແຕ່ພາຍໃນ ຂະເຈົ້າກະມາກາບໍ່ຫລາຍ ຄືແຕ່ກີ້ເນາະ.”

ຜູ້ປະກອບການ ຮ້ານອາຫານຜູ້ນີ້ກ່າວຕື່ມວ່າ ນັບແຕ່ເກີດການຣະບາດ ຂອງໂຄວິດ-19 ຢູ່ທົ່ວໂລກ ແລະໃນປະເທດລາວ ກໍເຮັດໃຫ້ການທ່ອງທ່ຽວ ໃນລາວຊົບເຊົາລົງບວກກັບ ສະພາບເສຖກິຈ ພາຍໃນປະເທດກໍຕົກຕໍ່າ ຢ່າງຕໍ່ເນື່ອງ ຈຶ່ງເຮັດໃຫ້ນັກທ່ອງທ່ຽວ ໂດຍສະເພາະກຸ່ມນັກທ່ອງທ່ຽວ ຕ່າງປະເທດ ມີຈຳນວນໜ້ອຍລົງ.

ຜູ້ປະກອບການ ໂຮງແຮງອີກຜູ້ນຶ່ງ ໃນແຂວງຂຽງຂວາງ ກ່າວວ່າ ໄລຍະນີ້ນັກທ່ອງທ່ຽວ ພາຍໃນກໍເຣີ່ມເດີນທາງ ມາທ່ອງທ່ຽວຫລາຍຂຶ້ນເຮັດໃຫ້ ຫ້ອງພັກຢູ່ຕາມໂຮງແຮມ, ເຮືອນພັກ ມີການຈອງເອົາໄວ້ເກືອບຈະເຕັມທຸກແຫ່ງ ປັດໄຈມາຈາກ ການປະກາດເອົາທົ່ງໄຫຫິນ ເຂົ້າເປັນມໍຣະດົກໂລກ ແຫ່ງທີ 3 ຂອງປະເທດລາວ ຢ່າງເປັນທາງການ ຊຶ່ງສ້າງຄວາມສົນໃຈ ຕໍ່ນັກທ່ອງທ່ຽວໄດ້ເປັນຢ່າງດີ.

ສຳລັບການທ່ອງທ່ຽວ ທົ່ງໄຫຫິນຢູ່ແຂວງຊຽງຂວາງ ກໍຖືວ່າມີຄວາມສະດວກສະບາຍ ຂຶ້ນຫລາຍກ່ວາເມື່ອກ່ອນ ເນື່ອງຈາກທາງການ ແຂວງຊຽງຂວາງ ກໍມີການຕຣຽມຄວາມພ້ອມທັງ ເຣື່ອງການເດີນທາງຜ່ານສນາມບິນ, ເສັ້ນທາງຫລວງ, ເສັ້ນທາງໃນເຂດທ້ອງຖິ່ນ ເພື່ອເຮັດໃຫ້ນັກທ່ອງທ່ຽວ ທັງພາຍໃນແລະຕ່າງປະເທດ ເກີດຄວາມປະທັບໃຈ ແລະຢາກກັບມາທ່ອງທ່ຽວ ແຂວງຊຽງຂວາງອີກຄັ້ງ.

ດັ່ງຜູ້ປະກອບການ ໂຮງແຮມຜູ້ນີ້ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ເພິ່ນມອບ ມໍຣະດົກໂລກມື້ວານນີ້ເດ ແມ່ນເຕັມແທ້ເຕັມວ່າ ບ້ານພັກແຕ່ລະຫລັງນີ້ ລົ້ນເລີຍແມ່ນແຫລະໄປງ່າຍ-ມາງ່າຍ ມາທາງສນາມບິນກາໄດ້ບີນມາເລີຍ ກາໄດ້ທົ່ງໄຫຫິນກາຍຸທສາຕ ປະເທດ.

ສ່ວນຜູ້ປະກອບການ ບໍຣິສັດທ່ອງທ່ຽວແຫ່ງນຶ່ງ ໃນແຂວງຫລວງພຣະບາງ ກ່າວວ່ານັກທ່ອງທ່ຽວ ທັງພາຍໃນ ແລະຕ່າງປະເທດ ໃຫ້ຄວາມສົນໃຈ ທີ່ຈະເດີນທາງໄປທ່ຽວທົ່ງໄຫຫິນ ຢູ່ແຂວງຊຽງຂວາງ ເປັນຈຳນວນຫລາຍ ຢູ່ແລ້ວແຕ່ທາງການ ແຂວງຊຽງຂວາງ ຈະຕ້ອງໄດ້ພັທນາ ແຫລ່ງທ່ອງທ່ຽວຕ່າງໆ ໃຫ້ມີຄວາມສະດວກ ສະບາຍຂຶ້ນຕື່ມ ແລະມີຄວາມຫລາກຫລາຍ ບໍ່ແມ່ນໄປເບິ່ງແຕ່ທົ່ງໄຫຫິນ ພຽງຢ່າງດຽວ.

ຖ້າບໍ່ມີການພັທນາ ແຫລ່ງທ່ອງທ່ຽວ ໃຫ້ມີຄວາມຫລາກຫລາຍ ເພື່ອຮອງຮັບນັກທ່ອງທ່ຽວ ໃນອະນາຄົຕ ກໍຈະແຂ່ງຂັນ ກັບເມືອງ ແລະແຂວງອື່ນໆ ບໍ່ໄດ້ເປັນຕົ້ນ ເມືອງວັງວຽງ ແຂວງວຽງຈັນ, ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ແລະ ເມືອງໂຂງແຂວງຈຳປາສັກ.

ດັ່ງຜູ້ປະກອບການ ບໍຣິສັດທ່ອງທ່ຽວ ຜູ້ນີ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

(ນັກທ່ອງທ່ຽວ) ຫລາຍຢູ່ໃດຫລາຍໆ ຄືກາຕ້ອງໄດ້ຕໍ່ຫລວງພຣະບາງ ບໍ່ວັງວຽງບໍ່ ກາແລ້ວແຕ່ກຸ່ມລູກຄ້າເນາະວ່າ ເປັນແບບໃດອີ່ຫຍັງຫັ້ນນ່າ.

ເພື່ອເຮັດໃຫ້ສະພາບການ ທ່ອງທ່ຽວຢູ່ໃນແຂວງຊຽງຂວາງ ມີການຂຍາຍໂຕຂຶ້ນກ່ວານີ້ ໂດຍສະເພາະກຸ່ມນັກທ່ອງທ່ຽວ ຕ່າງປະເທດ ທາງການແຂວງຊຽງຂວາງ ກໍໄດ້ມີແຜນການທີ່ຈະພັທນາ ດ້ານໂຄງຮ່າງພື້ນຖານ ແລະແຫລ່ງທ່ອງທ່ຽວຕ່າງໆ ໃຫ້ມີຄວາມສະດວກ ສະບາຍຂຶ້ນກ່ວານີ້.

ດັ່ງເຈົ້າໜ້າທີ່ ຜແນກຖແລງຂ່າວ ວັທນາທັມ ແລະ ທ່ອງທ່ຽວ ແຂວງຊຽງຂວາງ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ໄທຍເຮົາກາມີແຜນ ຈະປັບປຸງການທ່ອງທ່ຽວ ຂຶ້ນຕື່ມເອີຫລາຍຈຸດ ຢູ່ແຂງເຮົາກຳນົດໄວ້.

ນອກຈາກເຣື່ອງການທ່ອງທ່ຽວແລ້ວ ພື້ນທີ່ຂອງທົ່ງໄຫຫິນ ແຫລ່ງມໍຣະດົກໂລກ ແຫ່ງທີ 3 ຂອງປະເທດລາວ ແມ່ນຈະຕ້ອງຖືກຄຸ້ມຄອງ ແລະຕ້ອງໄດ້ຮັບການອະນຸຮັກໄວ້ ຢ່າງຍືນຍົງຕາມເງື່ອນໄຂ ທີ່ອົງການ UNESCO ໄດ້ກຳນົດໄວ້.

ທົ່ງໄຫຫິນທັງໝົດ 11 ແຫ່ງ ຫລື Core Zone ຊຶ່ງແຍກເປັນພື້ນທີ່ ຕັດຫິນ 3 ແຫ່ງ ແລະ ພື້ນທີ່ຕັ້ງຫິນ 8 ແຫ່ງ ຈຳນວນໄຫຫິນ 1,000 ປາຍໜ່ວຍ ແລະເຂດອ້ອມຂ້າງທົ່ງໄຫຫິນ ຫລື Buffer Zone ໄລຍະຫ່າງປະມານ 500 ແມັດຈະຫ້າມນັກລົງທຶນ, ນິຕິບຸກຄົນ ແລະ ປະຊາຊົນໃນພື້ນທີ່ ເຂົ້າມາປຸກສ້າງ ດັດແປງ ທີ່ດິນຢ່າງເດັດຂາດ ຫາກຜູ້ໃດລະເມີດ ຈະຖືກດຳເນີນຄະດີ ຕາມກົດໝາຽຄຸ້ມຄອງ ມໍຣະດົກໂລກ.

ດັ່ງເຈົ້າໜ້າທີ່ ຜແນກແຜນການ ແລະການລົງທຶນທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ສະເພາະ ຢູ່ແຂວງຊຽງຂວາງ ການປຸກສ້າງອື່ນໆ ການອອກແບບ ຢູ່ໃນພື້ນທີ່ຂອບເຂດ ກັນຊົນເບາະຂອບເຂດ ຂອງມໍຣະດົກຫັ້ນ ເພິ່ນຈະບໍ່ອະນຸຍາດເລີຍ ເພິ່ນຈະມາຄົ້ນຄ້ວາ ເຫັນດີບໍ່ເຫັນດີ.

ທາງດ້ານເຈົ້າໜ້າທີ່ ກົມມໍຣະດົກໂລກ ກະຊວງຖແລງຂ່າວ ວັທນາທັມ ແລະ ທ່ອງທ່ຽວກ່າວວ່າ ເຖິງແມ່ນວ່າທົ່ງໄຫຫິນ ຈະຖືກຮັບຮອງໃຫ້ເປັນມໍຣະດົກ ຢ່າງເປັນທາງການແລ້ວ ກໍຕາມການຄຸ້ມຄອງ ການປະຕິບັດກົດໝາຽ ແລະ ການອະນຸຮັກພື້ນທີ່ ກໍຍັງມີຄວາມຫຍຸ້ງຍາກ ແລະທ້າທາຍຫລາຍສົມຄວນ ເນື່ອງຈາກເຈົ້າໜ້າທີ່ ແລະຊາວບ້ານ ໃນພື້ນທີ່ຍັງບໍ່ເຂົ້າໃຈເລິກເຊິ່ງ ກ່ຽວກັບເຂດມໍຣະດົກໂລກ.

ໂດຍທາງການ ກົມມໍຣະດົກໂລກ ຍັງຕ້ອງໄປສ້າງຄວາມເຂົ້າໃຈ ກັບເຈົ້າໜ້າທີ່ທ້ອງຖິ່ນ ແລະຊາວບ້ານໃນພື້ນທີ່ ອ້ອມຂ້າງຢ່າງຕໍ່ເນື່ອງ ເພື່ອປ້ອງກັນບໍ່ໃຫ້ມີການລະເມີດ ເງື່ອນໄຂຂອງອົງການ UNESCO ກຳນົດໄວ້.

ດັ່ງເຈົ້າໜ້າທີ່ ທ່ານນີ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ເພາະວ່າເຣື່ອງຂອດການຄຸ້ມຄອງ ມັນຍາກບາງບັນຫາ ແລ້ວກາອຳນາດການປົກຄອງ ທ້ອງຖິ່ນ ຫລືວ່າປະຊາຊົນກາຍັງບໍ່ເຂົ້າໃຈ ເລິກເພາະວ່າເຂົ້າໃຈແຕ່ບັນຫາ ວຽກຂອງຂແນງການ ຂອງຂະເຈົ້າຂະເຈົ້າຍັງບໍ່ເຂົ້າໃຈວ່າ ອັນໃດກາແມ່ນຫວງຫ້າມ ທັງໝົດອັນໃດກາອະນຸຮັກໝົດ

ແຫລ່ງມໍຣະດົກໂລກໄຫຫິນ 11 ແຫ່ງກະຈາຍຢູ່ 4 ໂຕເມືອງໃນແຂວງຊຽງຂວາງຄື ເມືອງແປກ, ເມືອງພູກູດ, ເມືອງຜາໄຊ ແລະ ເມືອງຄຳ ຊຶ່ງປະກອບດ້ວຍ ໄຫຫິນນ້ອຍ-ໃຫຍ່ ທີ່ຖືກຄວັດເຈາະ ຢ່າງປານີດບັນຈົງຈຳນວນ 1,325 ໜ່ວຍທີ່ພົບເຫັນໃນປັດຈຸບັນ ຊຶ່ງຫລັກຖານຕ່າງໆ ທີ່ພົບເຫັນໃນປັດຈຸບັນສະແດງໃຫ້ເຫັນ ຄວາມຈະເຣີນຮຸ່ງເຮືອງ ຂອງຊຸມຊົນໃນສັງຄົມ ຍຸກເຫລັກທີ່ເປັນຜູ້ສ້າງ ແລະນໍາໃຊ້ບັນດາ ໄຫຫິນເລົ່ານັ້ນ ທີ່ມີອາຍຸລະຫວ່າງ 2,000-3,000 ປີ.

ປັດຈຸບັນ ປະເທດລາວ ມີນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ຖືກຮັບຮອງເປັນມໍຣະດົກໂລກແຫ່ງທີ 1 ໃນປີ 1995 ປະສາດຫິນວັດພູ ເມືອງຈຳປາສັກ ແຂວງຈຳປາສັກ ໄດ້ຖືກຮັບຮອງໃນປີ 2001 ແລະ ທົ່ງໄຫຫິນ ແຂວງຊຽງຂວາງ ຖືກຮັບຮອງໃນປີ 2019. ນອກຈາກນີ້ ທາງການລາວ ກໍຍັງສືບຕໍ່ເພື່ອທີ່ຈະຍື່ນສເນີເອົາ ເຂດປ່າສງວນແຫ່ງຊາຕຫິນໜາມໜໍ່ ຢູ່ເມືອງນາກາຍແຂວງຄຳມ່ວນ ທີ່ມີເນື້ອທີ່ທັງໝົດ 82,000 ປາຍເຮັກຕ້າຣ໌ ເຂົ້າເປັນມໍຣະດົກໂລກ ທາງທັມມະຊາຕ ຕໍ່ອົງການ UNESCO ໃນໝໍ່ໆ ນີ້.

ໃນວັນທີ 13 ທັນວາ 2022 ທີ່ຜ່ານມາແຂວງຊຽງຂວາງ ໄດ້ຈັດພິທີເປີດ ງານມະຫະກັມ ກິລາແຫ່ງຊາຕຄັ້ງທີ 11  ຫລື ຊຽງຂວາງເກມ 2022. ໃນໂອກາດດັ່ງກ່າວ ປະຊາຊົນໃນ ແຂວງຊຽງຂວາງ ແລະ ແຂວງໃກ້ຄຽງ ກໍໄດ້ຫລັ່ງໄຫລກັນເຂົ້າໄປຊົມພີທີເປີດ ຢ່າງໜາແໜ້ນ ຈົນເຮັດການສັນຈອນໄປມາຕິດຄັດ ແລະ ພ້ອມກັນນີ້ຍັງເຮັດໃຫ້ ການທ່ອງທ່ຽວ ຂອງຊຽງຂວາງຄຶກຄື້ນ ໃນໂອກາດດັ່ງກ່າວນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org