ຫຼາຍແຂວງຢູ່ລາວ ແລະພາກເໜືອ ຕຽມປ້ອງກັນ ໄຟປ່າ
2021.03.12
ຫຼາຍແຂວງພາກເໜືອຂອງລາວ ຕຽມຕົວປ້ອງກັນໄຟໄໝ້ປ່າ ທີ່ເກີດຂຶ້ນທຸກປີ ໃນຣະດູແລ້ງ ຍ້ອນຊາວບ້ານຈໍານວນນຶ່ງ ຈູດປ່າ ເຮັດໄຮ່ ແລະ ຍ້ອນສະພາບອາກາດປ່ຽນແປງ, ອາກາດຮ້ອນອົບເອົ້າ ແລະໃນປີນີ້ໄຟກໍໄໝ້ປ່າຫຼາຍ ເຖິງມີເຈົ້າໜ້າທີ່ລົງໄປໂຄສະນາ ປ້ອງກັນໄຟໄໝ້ປ່າ ກໍດີ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ແຂວງພາກເໜືອ ຜູ້ຂໍບໍ່ອອກຊື່ ຕໍ່ RFA ໃນມື້ວັນທີ 12 ມີນາ ນີ້:
“ມັນຈະມີພະນັກງານ ລົງໄປໂຄສະນາໃຫ້ປະຊາຊົນ ເຂົ້າໃຈໃນການປ້ອງກັນໄຟປ່າ ນີ້ແຫຼະ. ບໍ່ໄດ້ມີເຄື່ອງມືທັນສມັຍຫຍັງດອກ ເຂົ້າມາຊ່ວຍ. ສ່ວນຫຼາຍກໍອາສັຍ ກໍາລັງພົລ ສ່ວນຫຼາຍກໍເກີດຈາກ ສີມີຄົນນີ້ແຫຼະ ຂະເຈົ້າຈູດເພື່ອທໍາການຜລິດ ແລະຂະເຈົ້າບໍ່ມີ ວິທີປ້ອງກັນນ່າ ພໍຈູດມັນກໍລາມ.”
ເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ແຂວງຫຼວງພຣະບາງ ທ່ານນຶ່ງກໍກ່າວຕໍ່ RFA ໃນມື້ດຽວກັນວ່າ ຍາມຣະດູແລ້ງທຸກປີ ຫຼາຍພາກສ່ວນທີ່ ກ່ຽວຂ້ອງກັບປ່າໄມ້ ຈະລົງໄປໃຫ້ຄວາມຮູ້ກ່ຽວກັບເຣື່ອງ ໄຟໄໝ້ປ່າໃຫ້ປະຊາຊົນເຂົ້າໃຈ ແລະຮັບຮູ້ ຊຶ່ງບາງຄັ້ງ ກໍເກີດຂຶ້ນຍ້ອນຄົນ, ແລະບາງຄັ້ງກໍເກີດຈາກ ໄມ້ໄຜ່ຖູກັນໄປມາແລ້ວກໍເກີດເປັນໄຟ. ສ່ວນເຣື່ອງອຸປກອນ ໃນການມອດໄຟປ່າ ຍັງມີບັນຫາຫຍູ້ງຍາກຢູ່:
“ແຕ່ລະປີ ກ່ອນສິຮອດຣະດູແລ້ງ ພວກເຮົາກໍມີການຈັດຕັ້ງ ການໂຄສະນາເຜີຍແຜ່ ການປ້ອງກັນການເກີດ ໄຟລາມປ່າ. ມັນກະ ມາຈາກຫຼາຍສາເຫດເນາະ ບາງເທື່ອກໍເປັນໄມ້ໄຜ່ ໄມ້ນັ້ນມັນຖູໄປຖູມາ ມັນກໍເກີດມີກະແສໄຟ. ບາງເທື່ອກໍຍ້ອນຄົນ. ບັນດາ ອຸປກອນນີ້ ກໍມີແຕ່ພື້ນເມືອງຊື່ໆ ຍັງບໍ່ມີງົບເທື່ອ ຍັງບໍ່ມີທຶນ.”
ປະຊາຊົນທີ່ແຂວງຫຼວງພຣະບາງ ທ່ານນຶ່ງເວົ້າຕໍ່ RFA ໃນມື້ວັນທີ 12 ມີນາ ນີ້ວ່າ ບັນຫາເຣື່ອງໄຟໄໝ້ປ່າ ສ່ວນນຶ່ງເກີດຈາກຊາວ ກະສິກອນ ທີ່ຢູ່ໃກ້ປ່າຈຸດໄຮ່ ຈູດສວນ ແລ້ວໄຟລາມ ໄປຕິດປ່າ ຊຶ່ງກໍຖືວ່າເປັນເຣື່ອງ ທີ່ເກີດຂຶ້ນ ຢູ່ຕລອດ:
“ບາງຂົງເຂດກໍຕື່ນຕົວຢູ່ ແຕ່ບາງຂົງເຂດ ຊາວກະສິກອນ ຂະເຈົ້າກໍມີເຈຕນາຈູດນັ້ນແຫຼະ ນັ້ນແຫຼະເປັນໄຟໄໝ້ປ່າ. ການເຮັດໄຮ່ ໜູນວຽນ ມັນເປັນຮີດຄອງຂອງຊາວບ້ານ ສ່ວນຫຼາຍຣະດູແລ້ງ ມັນເປັນຣະດູຈູດປ່າ ຂອງຊາວບ້ານ.”
ຢູ່ແຂວງອຸດົມໄຊ ຊາວບ້ານທ່ານນຶ່ງ ກໍເວົ້າຕໍ່ RFA ໃນມື້ດຽວກັນນີ້ວ່າ ບັນຫາໄຟໄໝ້ປ່າ ສ່ວນນຶ່ງເກີດຈາກຄວາມປະໝາດຂອງ ຊາວກະສິກອນ ທີ່ຈູດໄຮ່ຂອງຕົນເອງ ແລ້ວໄຟລາມ ໄປໄໝ້ປ່າ ແບບທີ່ລົມພັດເອົາໄປໄໝ້.
“ເຣື່ອງຕື່ນຕົວກໍຕື່ນຕົວຢູ່ ແຕ່ວ່າເຮັດຕົວຈິງມັນເອົາບໍ່ຢູ່ ມັນເອົາບໍ່ທັນ ຂະເຈົ້າກໍກັນແລ້ວ ແຕ່ວ່າມັນອາຈເປັນກະແສລົມບໍ໋ ເວລາ ເຂົາຈູດມັນເກີດກະແສລົມ ມັນອາດສິພັດໄປໃສ່ ຈຸດອື່ນ.”
ອີງຕາມການຣາຍງານ ຂອງສື່ທ້ອງຖິ່ນຢູ່ລາວ ເມື່ອເດືອນພຶສພາ 2020, ທົ່ວປະເທດ ມີເນື້ອທີ່ປ່າໄມ້ເສັຽຫາຍ ຍ້ອນໄຟໄໝ້ລາມປ່າ ຫຼາຍກວ່າ 1 ແສນເຮັກຕາ ຊຶ່ງທັງໝົດເກີດຂຶ້ນ ຢູ່ແຂວງພາກເໜືອຂອງລາວ ເປັນຕົ້ນ ແຂວງຫຼວງນໍ້າທາ ແຂວງໄຊຍະບູຣີ ແຂວງອຸດົມໄຊ ແຂວງບໍ່ແກ້ວ ແລະ ແຂວງຫຼວງພຣະບາງ.
ສາເຫດທີ່ເຮັດໃຫ້ເກີດໄຟໄໝ້ປ່າ ແມ່ນເປັນຍ້ອນສະພາບອາກາດ ມີການປ່ຽນແປງ ຮ້ອນອົບເອົ້າ ແລະ ຍ້ອນຊາວບ້ານຈໍານວນນຶ່ງ ບໍ່ປະຕິບັດ ຕາມຣະບຽບກົດໝາຍ ແລະຄໍາແນະຄໍາ ຂອງທາງການ ຄື ຈູດປ່າເພື່ອທໍາການຜລິດກະສິກັມ ແລະລ້ຽງສັດ ໂດຍຂາດ ການປ້ອງກັນທີ່ດີ, ຈູດປ່າເພື່ອລ່າສັດ ແລະຍ້ອນການເກີດໄຟຕາມທັມຊາດ ກໍມີ.