ຂ.ຫຼວງພຣະບາງ ເສັຽ 6 ຊີວິດ ຍ້ອນນ້ຳຖ້ວມ

ອຸ່ນແກ້ວ ສຸກສະຫວັນ
2018.08.30
F-BankokNgiew ວັນທີ 29 ສິງຫາ 2018 ສະພາບພັຍພິບັດ ນໍ້າຖ້ວມ ໃນເຂດນະຄອນຫລວງພະບາງ
Screen captured ; https://tinyurl.com/y8wd6fgh

ໃນວັນທີ 29 ສິງຫາ ທີ່ຜ່ານມາ ຢູ່ແຂວງຫລວງພຣະບາງ ເກີດມີສະພາບຝົນຕົກໜັກ ແລະນ້ຳປ່າໄຫລຊຸ ເຮັດໃຫ້ມີຜູ້ເສັຍຊີວິດ 6 ຄົນ.

ຜູ້ເສັຍຊີວິດເປັນປະຊາຊົນເມືອງນ້ຳບາກ 2 ຄົນ, ຊຽງເງິນ 1 ຄົນ, ນະຄອນຫລວງພຣະບາງ 1 ຄົນ, ເມືອງງອຍ 1 ຄົນ ແລະອີກ 1 ຄົນ ນັ້ນຍັງບໍ່ທັນມີການຢືນຢັນວ່າ ຢູ່ເມືອງໃດ, ດັ່ງເຈົ້າໜ້າທີ່ຜແນກແຮງງານ ແລະສວັດດີການສັງຄົມ ແຂວງຫລວງພຣະບາງ ໄດ້ກ່າວຕໍ່ວິທຍຸ ເອເຊັຍເສຣີ ວ່າ:

"6 ຄົນແລ້ວ ມັນຈະຢູ່ເມືອງນ້ຳບາກ 2, ຊຽງເງິນ 1, ນະຄອນຫຼວງພຣະບາງ 1, ແລະກໍເມືອງງອຍ 1, ແຕ່ມີເດັກນ້ອຍຜູ້ນຶ່ງຫັ້ນນ່າ ແຕ່ວ່າຣາຍງານ ຂະເຈົ້າບໍ່ຣາຍງານລະອຽດຕື່ມ ຕົວນີ້ ນ້ຳໄຫລຊຸເນາະ ສົມມຸດວ່າ ນ້ຳຫ້ວຍນ້ຳຮ່ອງ ແລ້ວ ເຂົາເຈົ້າໄປທຳມາ ຫາກິນ ຂ້າມມາບ້ານເຮືອນ ແລ້ວ ກໍຖືກນ້ຳໄຫລຊຸ."

ສະພາບນ້ຳຖ້ວມຂັງ ແລະ ລະດັບນ້ຳເພີ້ມຂຶ້ນເລື້ອຍໆ ເກີດຂຶ້ນມາເປັນເວລາຫລາຍມື້ ແຕ່ມາຮອດ ວັນທີ 29 ສິງຫາ ຝົນຕົກໜັກໝົດມື້ ເຮັດໃຫ້ນ້ຳຈາກບ່ອນສູງ ໄຫລຊຸລົງມາ ເຮັດໃຫ້ປະຊາຊົນ ບໍ່ສາມາດຂົນເຄື່ອງ ຈາກໄປຢູ່ບ່ອນສູງ ໄດ້ທັນເວລາ. ສຳລັບ ຜູ້ເສັຍຊີວິດ ຍາດພີ່ນ້ອງເຂົາເຈົ້າ ນໍາໄປເຮັດພິທີ ທາງສາສນາແລ້ວ ແລະຣາຍລະອຽດຜູ້ເສັຽຊີວິດ ເຈົ້າໜ້າທີ່ຈະມີການຣາຍງານເພີ້ມຕື່ມ, ດັ່ງທ່ານ ກ່າວວ່າ:

"ແຕ່ລະເມືອງເຂົາເຈົ້າລາຍງານບໍ່ລະອຽດ ເພາະວ່າ ມັນໄປບໍ່ຮອດເນາະ ທີ່ວ່າ ບາງບ້ານກໍເຂົ້າບໍ່ເຖິງ ເພາະວ່າ ເສັ້ນທາງໄປບໍ່ຮອດ ເພາະວ່າ ມັນມີປະເພດດິນເຈື່ອນ ມີຂອນໄມ້ຂອນຫຍັງ ທັບທາງ ທຸລຸເສັ້ນທາງຂຶ້ນໄປບໍ່ໄດ້ເດ້ ເພິ່ນກຳລັງລົງເກັບກຳ ຂໍ້ມູນຢູ່ ບາງບ້ານ ກໍເຂົ້າບໍ່ເຖິງ ເທື່ອເດີ ຍັງຫລາຍບ້ານຢູ່."

ໃນເບື້ອງຕົ້ນເຈົ້າໜ້າທີ່ ໄດ້ໃຫ້ຄວາມຊ່ວຍເຫລືອ ປະຊາຊົນຜູ້ທີ່ຖືກຜົນກະທົບ ໂດຍສະເພາະ ໄດ້ແຈກຢາຍອາຫານແຫ້ງ, ໝີ່, ປ໋ອງປາ ແລະນ້ຳດື່ມໄດ້ແລ້ວ ແຕ່ສຳລັບເຄື່ອງໃຊ້ ທີ່ຈຳເປັນອື່ນໆ ຍັງບໍ່ທັນມີແຈກເທື່ອ.

ປັດຈຸບັນມີທັງໝົດ 12 ເມືອງ ຢູ່ແຂວງຫຼວງພຣະບາງ ທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ແຕ່ເຈົ້າໜ້າທີ່ສາມາດສລຸບໄດ້ພຽງແຕ່ 5 ເມືອງ ເທົ່ານັ້ນ. ມີປະຊາຊົນໄດ້ຮັບຜົນກະທົບ ປະມານ 70 ບ້ານ ລວມມູນຄ່າ ຄວາມເສັຍຫາຍ ທີ່ເຈົ້າໜ້າທີ່ປະເມີນ ໃນເບື້ອງຕົ້ນ ແມ່ນ 8 ຕື້ ກີບ ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ ທາງການແຂວງຫລວງພຣະບາງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.