ປຸ໋ຍເຄມີຕ້ອງຫ້າມຍັງຖືກ ນໍາເຂົ້າ ຈາກຈີນ

ສຸພັດຕາ
2019.12.13
f-chemical ນໍ້າຢາເຄມີ ຫຼື ຢາປາບສັດຕຣູພືສ ທີ່ໃຊ້ໃນສວນປູກກ້ວຍ ຂອງຈີນ ຢູ່ສປປລາວ ຊຶ່ງມີແຕ່ພາສາຈີນ ລ້ວນໆ
RFA / file photo

ເຈົ້າໜ້າທີ່ທາງການ ແຂວງຫຼວງນໍ້າທາ ເປີດເຜີຍວ່າປັດຈຸບັນ ສານເຄມີຕ້ອງຫ້າມທີ່ທາງການ ບໍ່ໃຫ້ນໍາເຂົ້າມາໃຊ້ ກັບພືດທຸກຊນິດເປັນຕົ້ນ ແມ່ນໃນສວນກ້ວຍ ແລະສວນອ້ອຍ ທີ່ນັກລົງທຶນຈີນ ປູກນັ້ນ ຍັງມີການລັກນໍາເຂົ້າມາໃຊ້ຢູ່, ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະສຽງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ທັນວາ ນີ້ວ່າ:

“ຢູ່ໃນແຂວງຫຼວງນ້ຳທາເຮົານີ້ ຍັງມີການນຳໃຊ້ສານເຄມີ ທີ່ກົດໝາຍເພິ່ນຫ້າມບໍ່ໃຫ້ເອົາເຂົ້າມາໃຊ້ ໃນລາວ ມີຢາຂ້າຫຍ້າ ແລະຢາປາບ ສັດຕູພືດເປັນຫຼັກ ການລັກລອບເຂົ້າມາ ຊຶ່ງທາງການບໍ່ຮູ້ ບໍ່ເຫັນນຳ.”

ເຈົ້າໜ້າທີ່ ທ່ານນີ້ ກ່າວຕື່ມວ່າ ສານເຄມີ ທີ່ທາງການຫ້າມນໍາເຂົ້າມີ 4 ປະເພດ ຄື: 1- ຢາຂ້າຫຍ້າ, 2- ຢາປາບສັດຕູພືດ, 3- ສານເຄມີ ເຮັດໃຫ້ກ້ວຍອອກໝາກໄວ ແລະ 4-ສານປາຣາກວດຍ້ອນສານເຄມີເຫຼົ່ານີ້ ເປັນອັນຕລາຍສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະປະຊາຊົນ, ດັ່ງຊາວບ້ານນໍ້າບັກ ເມືອງລອງ ແຂວງຫຼວງນໍ້າທາ ທ່ານນຶ່ງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:

“ປະຊາຊົນຢູ່ແຖວບ້ານນ້ອງນີ້ ເຂົາຈະບໍ່ຮູ້ວ່າ ມັນເປັນອັນຕະລາຍແນວໃດ ໃນຣະຍະຜ່ານມາ ມີປະຊາຊົນໄປອາບນ້ຳແລ້ວ ອອກຕຸ່ມຕາມ ຕົນຕາມໂຕ ຍ້ອນການໃສ່ຢາໃນສວນກ້ວຍນັ້ນແຫລະ ມັນໄຫລລົງມາໃສ່ນ້ຳ.”

ທ່ານກ່າວວ່າ ນອກຈາກ ປະຊາຊົນໃນບ້ານ ນໍ້າບັກ ທີ່ໄດ້ຮັບຜົນກະທົບ ຈາກການນໍາໃຊ້ສານເຄມີ ໃນສວນກ້ວຍແລະສວນອ້ອຍຂອງຈີນ ແລ້ວນັ້ນ ປະຊາຊົນຫຼາຍບ້ານ ຢູ່ເຂດເມືອງລອງ ເປັນຕົ້ນ ບ້ານໂພຄໍາ, ບ້ານທາດ ແລະບ້ານສີວິໄລ ກໍໄດ້ຮັບຜົນ ກະທົບອັນບໍ່ດີ ເຊັ່ນ ດຽວກັນ. ທ່ານກ່າວຕື່ມວ່າ ນອກຈາກວ່າ ເຈົ້າຂອງສວນກ້ວຍ ແລະສວນອ້ອຍ ນໍາສານເຄມີຕ້ອງຫ້າມ ເຂົ້າມາໃຊ້ເອງແລ້ວ ກໍຍັງມີວາງ ຂາຍຕາມທ້ອງຕລາດນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.