ການຊ່ອຍເຫຼືອຜູ້ຖືກພັຍ ນໍ້າຖ້ວມ
2015.08.06
ເຈົ້າໜ້າທີ່ ໜ່ວຍ ກູ້ພັຍ ຈາກ ແຂວງ ທີ່ ຖືກ ນ້ຳຖ້ວມ ໄດ້ຊ່ອຍ ກັນ ລໍາລຽງ ອາຫານ ການກິນ ນໍ້າດື່ມ ແລະ ສິ່ງທີ່ ຈຳເປັນ ຕ່າງໆ, ໄປ ແຈກຍາຍ ແກ່ ຜູ້ທີ່ຖືກ ເຄາະຮ້າຍ ຈາກ ພັຍ ນ້ຳຖ້ວມ, ບາງພື້ນທີ່ ຖືກ ນ້ຳຖ້ວມ ໜັກ ຍ້ອນ ຝົນ ຕົກແຮງ, ໃນ ວັນອາທິດ ຜ່ານມາ ແຕ່ ລະດັບ ນ້ຳ ໄດ້ລົດລົງ ແດ່ແລ້ວ ນັບແຕ່ມື້ ນັ້ນມາ.
ແຂວງ ທີ່ຖືກ ນ້ຳຖ້ວມ ຫຼາຍ ກວ່າຫມູ່ ກໍແມ່ນ ແຂວງ ບໍຣິຄຳໄຊ, ຄຳມ່ວນ, ວຽງຈັນ, ຫລວງພຣະບາງ, ບໍ່ແກ້ວ ແລະ ໄຊສົມບູນ. ທ່ານ ລຳສະໄມ ວໍຣະສານ ເຈົ້າໜ້າທີ່ ແຂວງ ບໍຣິຄຳໄຊ ກ່າວຕໍ່ ຫນັງສືພິມ ວຽງຈັນທາມສ ໃນ ວັນພຸດ ນີ້ວ່າ, ເຈົ້າແຂວງ ແລະ ພະນັກງານ ແຂວງ ຈາກ ພາກສ່ວນ ຕ່າງໆ ໄດ້ພາກັນ ເຮັດວຽກ ແຕ່ເຊົ້າ ເພື່ອ ຊ່ອຍ ບັນເທົາທຸກ ປະຊາຊົນ ຜູ້ທີ່ໄດ້ ຮັບ ເຄາະຮ້າຍ ໃນເຂດ ນ້ຳຖ້ວມ.
ໃນ ວັນທີ 2 ຫາ 3 ສິງຫາ ບາງບ່ອນ ທີ່ ນ້ຳຖ້ວມ, ໜ່ວຍ ກູ້ພັຍ ກໍບໍ່ ສາມາດ ໃຊ້ເຮືອ ໄປ ແຈກຍາຍ ສິ່ງຂອງ ໄດ້, ຍ້ອນວ່າ ມີງ່າໄມ້ ແລະ ຕົ້ນໄມ້ ຫັກ ລົງ ຕັນ ທາງໄຫລ ຂອງ ນ້ຳ ໃນ ຫຼາຍແຫ່ງ.
ປັດຈຸບັນ ຫຼາຍພື້ນທີ່ ກໍສາມາດ ເຂົ້າເຖິງໄດ້ ແລ້ວ ຍ້ອນ ຣະດັບ ນ້ຳລົດລົງ ແລະ ກິ່ງໄມ້ ຕ່າງໆ ກໍໄຫລລົງ ໃຕ້ ໄປຫມົດແລ້ວ. ທີ່ ແຂວງ ບໍຣິຄຳໄຊ ມີ ປະຊາຊົນ ກວ່າ 1400 ຄອບຄົວ ແລະ ເນື້ອທີ່ ກວ່າ 42 ພັນ ເຮັກຕາ ໄດ້ຮັບ ຜົລ ກະທົບ.