ຂ.ຫົວພັນຝຸງຕັກແຕນ ຣະບາດ

ຝຸງຕັກແຕນ ອອກຣະບາດ ຢູ່ 8 ເມືອງ ຂອງ ແຂວງຫົວພັນ ຊຶ່ງ ທາງການ ຍັງບໍ່ສາມາດ ຄວບຄຸມ ໄດ້ເທື່ອ.

ເຄື່ອງອຸປກອນສີດຢາ ທີ່ ປະເທດຈີນ ໃຫ້ການຊ່ອຍເຫຼືອ ຮູປຖ່າຍຈາກຫ້ອງການ ຂແນງປູກຝັງ ແຂວງຫົວພັນ

ເກີດເຫດການ ຕັກແຕນຣະບາດຢູ່ 8 ເມືອງ ທີ່ແຂວງຫົວພັນສົ່ງຜົລກະທົບ ໃຫ້ແກ່ຊາວກະສິກອນ 100 ກວ່າບ້ານ, ເຈົ້າຫນ້າທີ່ ກ່ຽວຂ້ອງ ໄດ້ເລັ່ງຄວບຄຸມ ການຣະບາດແລ້ວໃນ 51 ເຂດ ແຕ່ຍັງຫລາຍຈຸດ ທີ່ຍັງບໍ່ສາມາດ ຄວບຄຸມໄດ້ ຍ້ອນວ່າ ເປັນພື້ນທີ່ ພູດອຍເຂົ້າໄປຍາກ ບາງພື້ນທີ່ ໃຊ້ເວລາຍ່າງ 2-3 ຊົ່ວໂມງ ຈຶ່ງເຂົ້າໄປເຖິງໄດ້ ບາງເຂດກໍຢູ່ ສອກຫລີກຫ່າງໄກ ທັງຂາດພາຫະນະ ແລະ ງົບປະມານທີ່ຕ້ອງ ໃຊ້ຈ່າຍ ໃນການຄວບຄຸມ. ດັ່ງເຈົ້າຫນ້າທີ່ ຜແນກກະສິກັມ ແຂວງຫົວພັນ ທ່ານນຶ່ງກ່າວວ່າ:

"ຍັງຕ້ອງການຫລາຍຢູ່ໃດ໋ ເພາະວ່າດຽວນີ້ ງົບປະມານ ກໍສຸກເສີນນໍ ເພີ່ນສົ່ງມາໃຫ້ນ້ອຍນຶ່ງ ຫຼາຍເມືອງເນາະ ແລ້ວກະເຮັດຂຶ້ນ ຫຼາຍຈຸດ ຕ້ອງໄດ້ອາສັຍຈຳນວນຄົນ ແລະປະຊາຊົນນຳ ຝົນຕົກແນ່ ພາຫານະຮັບໃຊ້ ກໍຈຳກັດຫັ້ນນ່າ ໄກໆໄກຢູ່ ໂອ້ຍ ຕາມປ່າ ເຂົາໄດ້ຍ່າງ 2-3 ຊົ່ວໂມງ ກະມີ".

ທ່ານວ່າ ການຄວບຄຸມ ຕັກແຕນຣະບາດ ທີ່ແຂວງຫົວພັນ ໄດ້ຮັບການຊ່ອຍເຫລືອ ດ້ານເຄື່ອງມື ຈາກປະເທດຈີນ ເປັນຕົ້ນ ເຄື່ອງພົ່ນຢາ ປະມານ 200 ເຄື່ອງ ແລະ ສານເຄມີປະເພດ ສົ່ງຜົລກະທົບ ຕໍ່ສີ່ງແວດລ້ອມ ແລະສັດ ນ້ອຍ:

"ມັນໄດ້ຮັບການຊ່ອຍເຫລືອ ຈາກຈີນ ຫະນ່າ ຢາຈະເປັນພາສາຈີນຫມົດ ເຮົາບໍ່ຮູ້ຫຍັງ ບໍ່ຮູ້ເຣື້ອງຢານີ້ ເປັນຜົລ ອັນຕຣາຍກະມີ ແຕ່ມັນ ນ້ອຍໆ ເຮົາກະໃຊ້ ສ່ວນຫລາຍກະເຣື້ອງ ການນຳໃຊ້ ເຣື້ອງການສີດ ເຮົາກະອີງໃສ່ອາສັຍ ເທັກນິກນໍ ເຕັກນິກ ຂອງ ກິຈການເຮົາເນາະ ຢານີ້ ປະເພດນີ້ມີ ຜົລກະທົບ ນ້ອຍທີ່ສຸດ ຕໍ່ສິ່ງແວດລ້ອມ ຕໍ່ຄົນຕໍ່ສັດ ນ້ອຍທີ່ສຸດ".

ການຄວບຄຸມ ຕັກແຕນຣະບາດ ຕ້ອງເປັນຣະຍະເວລາ ການແຕກໄຂ່ ເປັນຕົວອ່ອນຂອງມັນ ຈຶ່ງຈະສາມາດ ຄວບຄຸມໄດ້ ເພື່ອບໍ່ໃຫ້ມັນ ເຕີບໂຕ ເປັນຕັກແຕນໃຫຍ່ ໄປກິນຜົລປູກ ຂອງປະຊາຊົນ. ທ່ານວ່າ ຖ້າບໍ່ສາມາດຄວບຄຸມ ການຣະບາດ ຂອງຕັກແຕນ ໃນເວລານີ້ ເຄື່ອງປູກຂອງຝັງ ເປັນຕົ້ນເຂົ້າ ແລະ ຫມາກສາລີ ຂອງຊາວບ້ານ ຈະຖືກທຳລາຍຫມົດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org