ເຂດສ່ຽງອັນຕະລາຍ ຈາກ UXO ຍັງມີຫຼາຍ ໃນລາວ
2021.01.01
ທົ່ວປະເທດລາວຍັງມີພື້ນອັນຕະຣາຍຈາກຣະເບີດບໍ່ແຕກທັງໝົດ 853ພື້ືິນທີ່ ຫຼື ປະມານ 11,152ເຮັກຕ້າ ເທົ່າກັບ 22% ຂອງພື້ນທີ່ທັງໝົດ 50 ພັນເຮັກຕ້າ. ປັຈຈຸບັນມີພຽງ 9 ແຂວງ ທີ່ມີຫ້ອງການເກັບກູ້ຣະເບີດປະຈຳດັ່ງພາກເໜືອມີ ຫຼວງພຣະບາງ, ຊຽງຂວາງ ແລະ ຫົວພັນ, ພາກາງແຂວງສວັນນະເຂດ ແລະ ພາກໃຕ້ ກໍມີສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື. ສ່ວນແຂວງອື່ນ ໆຍັງບໍ່ມີຫ້ອງການຍ້ອນຂາດງົບປະມານ.ດັ່ງເຈົ້າໜ້າທີ່ ຂອງອົງການເກັບກູ້ຣະເບີດແຫ່ງຊາດທີ່ຂໍ ສະຫງວນຊື່ໄດ້ກ່າວຕໍ່ເອເຊັຽເສຣີໃນວັນທີ 23 ທັນວາ20 ວ່າ:
“ຖືວ່າມີຄວາມຊ່ຽງສູງຢູ່ໃນລາວຖືວ່າສຳຣວດໄປເຣື້ອຍ ໆ ຍັງບໍ່ໝົດ ພວກເຮົາກາເຮັດວຽກຢູ່ 9 ແຂວງນອກຈາກນັ້ນກໍມີແຂວງອື່ນ ໆຄືກັນທີ່ວ່າໄດ້ຮັບຜົນກະ ທົບບໍ່ໄດ້ມີຫ້ອງການປະຈຳຫຼືວ່າຊິເຮັດວຽກທຸກມື້ຫັນນ່າ ບາງປີກໍບໍ່ສຳເຣັດບາງປີກໍສຳເຣັດ ເພາະວ່າມັນກາອີງໃສ່ເງິນທືນສນັບສນູນຫັ້ນນ່າ.”
ທ່ານໄດ້ກ່າວຕື່ມວ່າຕໍ່ກັບວຽກງານການເກັບກູ້ຣະເບີດສະຫະຣັຖອາເມຣິກາກໍໄດ້ໃຫ້ງົບມານ ມາຕລອດແລະທາງຂແນງການທີ່ກ່ຽວຂ້ອງກໍໄດ້ນຳໃຊ້ເຂົ້າໃນການເກັບກູ້ຣະເບີດທັງໝົດ 9 ແຂວງເປັນຕົ້ນການໂຄສະນາປະຊາສັມພັນ, ການຝຶກອົບຮົມເຈົ້າໜ້າທີ່, ການລົງສຳຣວດ ການເກັບກູ້ຣະເບີດຂອງແຂວງທີ່ຍັງມີຣະເບີດຫຼາຍດັ່ງແຂວງສວັນນະເຂດແລະຊຽງຂວາງ.
“ເຣື່ອງຣະເບີດກາຄືຍັງອີກດົນຕາບໃດທີ່ເຮົາຍັງບໍ່ສຳເຣັດການສຳຣວດ ວ່າມັນກະທົບເທົ່າໃດແທ້ ໆ ຖ້າອີງໃສ່ຂໍ້ມູນການຖີ້ມຣະເບີດທີ່ໜັກໜ່ວງນີ້ກາມີສວັນນະເຂດ ແລະ ຊຽງຂວາງ.”
ຕໍ່ການປະຕິບັດແຜນການເກັບກູ້ຣະເບີດຂອງແຂວງຊຽງຂວາງນັບແຕ່ເດືອນມົກຣາຫາ ເດືອນຕຸລາ ປີ 2020 ສາມາດເກັບກູ້ໄດ້ 700 ເຮັກຕ້າ ປະມານ 16 ພັນປາຍໜ່ວຍ. ສ່ວນຫຼາຍກວດກູ້ໄດ້ຢູ່ທີ່ເມືອງແປກ, ເມືອງພູກູດແລະເມືອງຄຳ. ຕາມພື້ນໄຮ່, ສວນ ຂອງຊາວບ້ານ. ດັ່ງເຈົ້າໜ້າທີ່ເກັບກູ້ຣະເບີດແຂວງຊຽງຂວາງໄດ້ກ່າວວ່າ:
“ປີ 2020 ໄດ້ປະມານ 16 ພັນລູກບໍ່ທັນໝົດເດືອນສິບສອງເດ້ເຮົາ ສະຣຸບແຕ່ສິເດືອນຕົ້ນປີເດືອນສິບສອງບໍ່ທັນໄດ້ສະຣຸບ ປີທີ່ແລ້ວ ໄດ້ 19 ພັນລູກສຳລັບ ສ່ວນຫຼາຍຢູ່ເມືອງແປກ, ເມືອງພູກູດ ເມືອງຄຳ.”
ຣະເບີດບໍ່ທັນແຕກຍັງມີຫຼາຍ ແຕ່ກໍມີເຈົ້າໜ້າທີ່ມາເກັບກູ້ແລ້ວ, ເຊີ່ງຕ່າງຈາກເມື່ອກ່ອນແຕ່ປະຊາຊົນຍັງພາກັນກັນຣະມັດຣະວັງຢູ່. ດັ່ງຊາວບ້ານຢູ່ແຂວງຊຽງຂວາງ ໄດ້ກ່າວວ່າ:
“ເອີມີມີຫຼາຍຢູ່ຢູ່ດົງຢູ່ປ່າຫັ້ນຢູ່ແຄ້ມຫຼັງບ້ານກາມີມັນຢູ່ເລິກຫັ້ນນ່າ ກາຣະມັດຣະວັງຫັ້ນແຫຼະຢ້ານ. ດຽວນີ້ເຂົາຍັງກວດຢູ່ຍັງພົບເຫັນກາພົບເຫັນຢູ່ຫັ້ນແຫຼະ.”
ຣະເບີດບໍ່ທັນແຕກໃນແຂວງສວັນນະເຂດກໍຍັງມີຫຼາຍຢູ່ ແຕ່ປັຈຈຸບັນກໍດີຂື້ນຫຼາຍ ມີໜ່ວຍງານເຂົ້າມາເກັບກູ້ຣະເບີດ. ຜ່ານມາດັ່ງໃນປີ 2014 ກໍມີເຫດການຣະເບີດແຕກ ໃສ່ເດັກນ້ອຍເສັຽຊີວິດ1 ຄົນ ເຈັບ 3 ຄົນ. .ດ່ັງຊາວບ້ານຢູ່ໃນແຂວງສວັນນະເຂດກ່າວວ່າ.
“ໂອກາຢ້ານຫັ້ນແລ້ວຣະເບີດກໍຍັງຫຼາຍຢູ່ທຸກມື້ນີ້ກໍຣະມັດຣະວັງຄັນພໍ້ ຣະເບີດມີແຕ່ບອກຜູ້ເກັບກູ້ໃຫ້ມາກູ້ໃຫ້ຂ້ອຍກາຖືກຣະເບີດໃນຂາກໍຍັງມີລູກບີຕອນປີ 2014 ເດັກນ້ອຍຫຼີ້ນຕາມບ້ານບໍ່ໄດ້ເຄີຍເຫັນຣະເບີດຄືສມັຍນີ້ເຂົາເຫັນມັນມົນ ໆ ເຂົາກໍທັບຫຼີ້ນ ບາດນີ້ມັນພັດແຕກຕາຍຜູ້ນຶ່ງເຈັບ 3 ຄົນ.”
ຕາມການຣາຍງານຂອງຄນະຊີ້ນຳໂຄງການກວດກູ້ຣະເບີດບໍ່ທັນແຕກເມື່ອວັນທີ 30 ພືສຈິ ກາ 20 ວ່າ ໃນປີ 2020 ກວດກູ້ຣະເບີດໄດ້ 3,328 ເຮັກຕ້າເທົ່າກັບ 52% ຂອງແຜນ ການປີ 6,364 ເຮັກຕ້າ, ທຳລາຍຣະເບີດໄດ້ 67.146 ໜ່ວຍ.