ພົລໂທ ສະໝານ ວິຍະເກດ ເສັຽຊີວິຕແລ້ວ

ອະວາຣີ
2016.07.22
F-Saman ພົລໂທ ສະໝານ ວິຍະເກດ ອະດີດແກນນຳ ຂອງພັກ ປະຊາຊົນ ປະຕິວັດລາວ
Citizen Journalist

ພົລໂທ ສະໝານ ວິຍະເກດ ອະດີດ ແກນນຳ ຂອງພັກ ປະຊາຊົນ ປະຕິວັດລາວ ເສັຽຊີວິຕ ແລ້ວ ຢູ່ບ້ານພັກ ໃນ ນະຄອນຫຼວງ ວຽງຈັນ ໃນ ຕອນກາງຄືນ ຂອງ ວັນທີ 22 ເດືອນ ກໍຣະກະດາ ປີ 2016, ຮວມອາຍຸ ໄດ້ 89 ປີ.

ປະຈຸບັນ ທາງການລາວ ໄດ້ນຳສົພ ຂອງທ່ານ ໄປບຳເພັນກຸສົນ ທີ່ ຫໍປະຊຸມ ສະພາ ແຫ່ງຊາດ ສປປລາວ ເພື່ອໃຫ້ ຍາດຕິພີ່ນ້ອງ ມິຕສະຫາຍ ນາຍແລະ ພົລທະຫານ ພະນັກງານ ຣັຖກອນ ທຸກຂັ້ນ ແລະ ປະຊາຊົນ ລາວ ໂດຍທົ່ວໄປ ໄດ້ໄປຮ່ວມ ໄວ້ອາລັຍ ກ່ອນຈະມີ ພິທີ ຊາປະນະກິຈສົພ ໃນ ວັນທີ 25 ຈະມາເຖິງນີ້.

- ພົລໂທ ສະໝານ ວິຍະເກດ ເກີດເມື່ອປີ 1927 ທີ່ ບ້ານດົງ ຕຳບົນ ປ່າມະຄາບ ເມືອງພິຈິຕ ແຂວງພິຈິຕ ປະເທດໄທ.

- ເຂົ້າຮ່ວມເປັນທະຫານ ໃນ ຂະບວນການ ປະຕິວັດລາວ ນັບຕັ້ງແຕ່ ປີ 1945 ເປັນຕົ້ນມາ ຖືກເລື່ອນຊັ້ນ ຂຶ້ນເປັນ ພົລໂທ ແລະ ໄດ້ຮັບໜ້າທີ່ ທາງການເມືອງ ຫຼາຍ ຕຳແໜ່ງ.

- ເມື່ອປີ 1972 ໃນກອງປະຊຸມໃຫ່ຽ ເທື່ອທີ 2 ຂອງພັກ ປະຊາຊົນ ປະຕິວັດລາວ ພົລໂທ ສະໝານ ວິຍະເກດ ຖືກເລືອກ ໃຫ້ເປັນ ຄນະ ກັມມະການ ສູນກາງພັກ ປະຊາຊົນ ປະຕິວັດລາວ ຄັ້ງທຳອິດ.

- ປີ 1986 ກອງປະຊຸມໃຫ່ຽ ເທື່ອທີ 4 ຂອງພັກ ປະຊາຊົນ ປະຕິວັດລາວ ເລືອກໃຫ້ທ່ານເປັນ ກັມມະການ ກົມການເມືອງ ສູນກາງພັກ ຄັ້ງທຳອິດ ແລະ ຈົນເຖິງປີ 2011 ທ່ານຈຶ່ງ ອອກບຳນານ.

ນອກຈາກ ຕຳແໜ່ງ ໃນພັກແລ້ວ ທ່ານຍັງໄດ້ ຮັບຕຳແໜ່ງ ທາງຝ່າຍ ຣັຖບານ ທີ່ສຳຄັນ ເຊັ່ນ ເປັນຮອງ ຣັຖມົນຕຼີ ກະຊວງ ປ້ອງກັນປະເທດ ແຕ່ປີ 1975 ຈົນເຖິງ ປີ 1981, ເປັນ ຣັຖມົນຕຼີ ກະຊວງ ສຶກສາທິການ ແຕ່ປີ 1988 ເຖິງປີ 1991, ແລະ ເປັນປະທານ ສະພາ ປະຊາຊົນ ສູງສຸດ ຫຼື ສະພາ ແຫ່ງຊາຕລາວ ແຕ່ປີ 1992 ເຖິງ ປີ 2006 ອັນເປັນ ຕຳແໜ່ງສູງສຸດ ຄັ້ງສຸດທ້າຍ ໃນຊີວິຕ ການເມືອງ ຂອງ ທ່ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.