ຊາວປະມົງ ຫາດຊາຍຟອງ ຕ້ອງຍ້າຍບ່ອນຫາປາ

ໄມຊູລີ
2019.02.27
F-FISH ຊາວປະມົງ ຫາປາ ຕາມແມ່ນໍ້າຂອງ ຂອງລາວ
RFA

ຊາວປະມົງ ຢູ່ແມ່ນໍ້າຂອງ 40 ປາຍຄອບຄົວ ໃນເຂດບ້ານ ສີມະໂນ ແລະ ບ້ານຫ້ວຍແດງ ເມືອງຫາດຊາຍຟອງ ນະຄອນຫລວງ ວຽງຈັນ ໄດ້ຮັບຜົລກະທົບ ຈາກການດູດຊາຍ ຂອງບໍຣິສັດ ກໍ່ສ້າງ ເມືອງຫາດຊາຍຟອງ ຫລາຍບໍຣິສັດ ທີ່ຣັຖບານ ໃຫ້ສັມປະທານ ມາດູດຊາຍ ຢູ່ເຂດດັ່ງກ່າວ ເປັນເວລາ 3 ປີແລ້ວ, ຍ້ອນການດູດຊາຍ ຂອງບໍຣິສັດ ທີ່ວ່ານີ້ ເຮັດໃຫ້ ການຫາປາລໍາບາກຫຼາຍ ເພາະປາ ມີຈໍານວນໜ້ອຍລົງ ນັບມື້ ຈົນເກືອບ ບໍ່ມີແລ້ວທຸກມື້ນີ້, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ໃນວັນທີ 26 ກຸມພານີ້:

“ສ່ວນໃຫຍ່ ກໍຈະເປັນຜົລກະທົບ ຕໍ່ຊາວປະມົງ ເພາະວ່າ ການຫາປາ ປັັດຈຸບັນນີ້ ການຫາ​ປາ ມັນກໍບໍ່ໄດ້ ເພາະວ່າ ການດູດຫີນດູດຊາຍ ມັນກໍເຮັດໃຫ້ ນໍ້າມັນເລິກເນາະ ມັນເປັນຄອງໄປ ມັນກໍເຮັດໃຫ້ ການຫາປາ ມັນບໍ່ໄດ້ຄື ແຕ່ກ່ອນ, ແຕ່ກ່ອນຫັ້ນ ໄດ້ຫຼາຍເນາະ ແຕ່ດຽວນີ້ຫັ້ນ ມັນຍາກ.”

ທ່ານກ່າວຕື່ມວ່າ ແຕ່ກ່ອນນໍ້າຂອງ ເຂດບ້ານສີມະໂນ ແລະ ບ້ານຫ້ວຍແດງ ມີປາຫຼາຍ ຊນິດ ທັ້ງປາຊວຍ, ປາເຄິງ ແລະ ປາໜູ. ຊາວບ້ານຫາປາ ມາຂາຍ ໄດ້ມື້ນຶ່ງ ບໍ່ຕໍ່າກວ່າ 5-6 ກິໂລ, ແຕ່ມາດຽວນີ້ ປາບໍ່ມີແລ້ວ ຍ້ອນການດູດຊາຍ ມາ 3 ປີ ຈົນນໍ້າຕື້ນ ຜິດປົກກະຕິ ເຮັດໃຫ້ປະຊາຊົນ ທີ່ຫາປາຂາຍ ໃນ 2 ບ້ານ, ຊຶ່ງມີຢູ່ 40 ປາຍຄອບຄົວ ຕ້ອງຍ້າຍໄປຫາປາບ່ອນອື່ນ ທີ່ໄກ ຈາກທ່າບ້ານ ເຂົາເຈົ້າຫຼາຍຫຼັກ.

ເຈົ້າໜ້າທີ່ ທ່ານນີ້ເວົ້າວ່າ ຕໍ່ບັນຫານີ້ ຊາວບ້ານ ກໍໄດ້ຮ້ອງຮຽນມາຍັງ ພາກສ່ວນກ່ຽວຂ້ອງ ເມືອງຫາດຊາຍຟອງແລ້ວ ແຕ່ພາກສ່ວນກ່ຽວຂ້ອງ ກໍເຮັດຫຍັງບໍ່ໄດ້ ເນື່ອງຈາກວ່າ ມັນເປັນ ການອະນຸມັດ ຈາກຂັ້ນສູງ ສິ່ງທີ່ພາກສ່ວນກ່ຽວຂ້ອງ ພໍເຮັດໄດ້ ກໍຄືໄດ້ແຕ່ ໂອ້ລົມ ໃຫ້ທາງບໍຣິສັດ ຈ່າຍຄ່າ ຊົດເຊີຍ ໃຫ້ຊາວບ້ານ ຜູ້ທີ່ໄດ້ຮັບຜົລກະທົບ ຈາກການດູດຊາຍເທົ່ານັ້ນ ແຕ່ທາງບໍຣິສັດ ກໍບໍ່ປະຕິບັດຕາມ:

“ເຂົາເຈົ້າ ກໍເວົ້າວ່າ ເອີ..ເຂົາເຈົ້າ ໃຫ້ສັມປະທານ ເຮົາບໍ່ມີສິດ ສິໄປເວົ້າໄປວ່າ ຈັ່ງໃດ ມັນມາແຕ່ ຂັ້ນເທິງພຸ້ນ ບໍ່ໄດ້ຢູ່ເຂົາເຈົ້າ ທາເຮັດ ແລ້ວມັນ ໄດ້ແລ້ວ ເຂົາເຈົ້າ ກໍເສັຍຄ່າ ທໍານຽມ ໃຫ້ບ້ານນ້ອຍນຶ່ງ ແຕ່ລະປີ ແລະ ບາງເທື່ອ ກໍບ້ານຂໍຊາຍ ຂໍຫຍັງໄປ ເຮັດກ່ຽວກັບບ້ານ ເຂົາເຈົ້າກໍໃຫ້.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ກ່າວໃນຕອນທ້າຍວ່າ ຄັນຖາມວ່າ ຊາວບ້ານ ພໍໃຈນໍາການຊົດເຊີຍ ປີລະ 4 ແສນບໍ? ເຂົາເຈົ້າ ກໍບໍ່ພໍໃຈ ຫາກແຕ່ວ່າ ກໍຍັງດີກວ່າ ບໍ່ໄດ້ຫຍັງເລີຍ, ສ່ວນຣາຍຊື່ ຂອງບໍຣິສັດນັ້ນ ທ່ານຂໍສງວນຊື່ໄວ້ ຂໍໃຫ້ຂໍ້ມູນ ແຕ່ພຽງວ່າ ເປັນບໍຣິສັດກໍ່ສ້າງ ຢູ່ເມືອງຫາດຊາຍຟອງ ຫຼາຍບໍຣິສັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.