ໃຫ້ຣະວັງຝົນຕົກໜັກ
2013.09.10

ກົມອຸຕຸນິຍົມວິທຍາ ເຕືອນ ໃນວັນທີ 10 ກັນຍາ 2013 ນີ້ວ່າ ໃນຣະຫວ່າງວັນທີ 11 ຫາວັນທີ 16 ກັນຍາ 2013 ນີ້ ໃຫ້ປະຊາຊົນຣະວັງ ແລະຕິດຕາມການພຍາກອນອາກາດຢ່າງໃກ້ຊິດຍ້ອນຄາດວ່າຈະມີຝົນປານກາງແລະຕົກໜັກໃນທົ່ວປະເທສ. ດັ່ງເຈົ້າໜ້າທີ່ ທ່ານນຶ່ງເວົ້າວ່າ:
"13 ຫາ 15 ໂອກາດມີຝົນຫລາຍ ເພາະວ່າ ຢູ່ມະຫາສມຸດ ປາຊີຟິກ ມີພະຍຸຫົວນຶ່ງເນາະ ຈະເຄື່ອນທີ່ໄປທາງ ຕອນເໜືອ ຂອງປະເທດຈີນ ຣະຫວ່າງ ວັນທີ 13-16 ນີ້ ທາງພາກກາງ ຫາພາກໃຕ້ ໂອກາດ ຈະມີຝົນຫລາຍ ເນາະ".
ທ່ານເວົ້າວ່າ ໃນຣະຍະດັ່ງກ່າວ ອາຈມີຝົນຕົກ ໃນຣະດັບານກາງ ຫາຕົກໜັກ. ດັ່ງນັ້ນປະຊາຊົນຄວນຣະມັດຣະວັງ ໃນເຣື່ອງນໍ້າຖ້ວມ ແລະ ດິນເຈື່ອນ. ສະເພາະ ຜູ້ທີ່ຢູ່ໃນເຂດ ທີ່ເຄີຍເກີດ ພັຍພິບັດ ນັ້ນມາກ່ອນ ແມ່ນໃຫ້ຣະວັງ ເປັນພິເສດ. ຫາກຣະດັບນໍ້າ ໃນແມ່ນໍ້າຂຶ້ນສູງ ຜິດ ປົກກະຕິ ໃຫ້ກຽມຂົນ ເຄື່ອງຂອງ ແລະສັດລ້ຽງ ຍ້າຍໄປຢູ່ທີ່ສູງ.
ໃນຣະດູຝົນນີ້ໃຫ້ຫລີກລ້ຽງຢຽບນໍ້າໃນເຂດນໍ້າຂັງ ເພື່ອຫລີກລ້ຽງການຕິດເຊື້ອພຍາດ ສໍາລັບຊາວນາກໍໃຫ້ຣະວັງນໍ້າຖ້ວມຂັງນາ ຊຶ່ງອາຈເຮັດ ໃຫ້ ເກີດເຊື້ອລາ ໃນຕົ້ນເຂົ້າໃຫ້ໃຊ້ຢາປ້ອງກັນເຊື້ອລາເອົາໄວ້ແລະບໍ່ໃຫ້ສັດລ້ຽງຢູ່ໃນພື້ນທີ່ຊຸ່ມປຽກເພາະອາຈ ເຮັດໃຫ້ສັດລ້ຽງ ເປັນພຍາດ ຮວມທັງພຍາດ ປາກເປື່ອຍ ລົງເລັບ ນໍາດ້ວຍ.