ຜົນເສຽຫາຍຈາກພັຍນໍ້າຖ້ວມ
ທາງການ ລາວ ຂໍ ຄວາມ ຊ່ວຍເຫຼືອ ຈາກ ອົງການ ຈັດຕັ້ງ ສາກົນ ເພື່ອ ແກ້ໄຂ ໃນ ທຸກ ບັນຫາ ທີ່ ເກີດຈາກ ພັຍ ນໍ້າຖ້ວມ.
-
ອຸ່ນແກ້ວ ສຸກສະຫວັນ ແລະ ສິດນີ
2015-08-18 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ ທາງການ ລາວ ຮຽກຮ້ອງ ໃຫ້ ອົງການ ຈັດຕັ້ງ ສາກົນ, ຫົວໜ່ວຍ ທຸຣະກິດ, ສ່ວນບຸກຄົນ ແລະ ອົງການ ຈັດຕັ້ງ ທີ່ ບໍ່ສັງກັດ ຣັຖບານ, ຫາທາງ ຊ່ວຍເຫຼືອ ຜູ້ປະສົບ ພັຍ ນໍ້າຖ້ວມ ໃນທົ່ວ ປະເທດ, ຊຶ່ງ ການ ປະເມີນ ຄວາມເສັຽຫາຍ ໃນ ເບື້ອງຕົ້ນ ປະມານ 3 ລ້ານ ໂດລາ ສະຫະຣັຖ. ອີງຕາມ ຣາຍງານ ຂອງ ສໍານັກ ຂ່າວ ຊິນຫົວ ຂອງຈີນ.
ເຫດການ ນໍ້າຖ້ວມ ໄດ້ເກີດຂຶ້ນ ໃນ ຕົ້ນ ເດືອນ ສິງຫາ ນີ້, ເຮັດໃຫ້ ມີຜູ້ໄດ້ຮັບ ຜົນກະທົບ ປະມານ 10,000 ຄົນ, ອີງຕາມ ການປະເມີນ ໃນ ເບື້ອງຕົ້ນ ແລະ ຍັງມີ ໂຄງຮ່າງ ພື້ນຖານ, ຖະໜົນ ຫົນທາງ, ຊົລປະທານ, ໄຮ່ນາ, ເຂົ້າ, ເສັຽຫາຍ ເປັນ ຈໍານວນ ຫຼວງຫຼາຍ. ອີງຕາມ ຂໍ້ມູນ ຈາກ ກະຊວງ ຊັພຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ.
ຣາຍງານ ຍັງ ແຈ້ງອີກວ່າ ການສະໜອງ ການ ບໍຣິການ ດ້ານ ສາທາຣະນະສຸກ ແລະ ເຄື່ອງ ຊ່ວຍເຫຼືອ ອັນຈໍາເປັນ ມີຄວາມ ຫຍຸ້ງຍາກ ຫຼາຍ, ເນື່ອງຈາກ ວ່າ ເຂດ ທີ່ ໄດ້ຮັບ ຜົນກະທົບ ນັ້ນ ສ່ວນໃຫຽ່ ແມ່ນຢູ່ ເຂດ ຫ່າງໄກ ສອກຫຼີກ. ນອກຈາກນັ້ນ ຍັງ ປະເມີນວ່າ ຈໍານວນ ຜູ້ທີ່ ໄດ້ຮັບ ຜົນກະທົບ ຈາກ ນໍ້າຖ້ວມ ໃນ ຄັ້ງນີ້ ມີ ປະມານ 70,000 ຄົນ, ໃນ 7 ແຂວງ ທີ່ຖືກ ພັຍ ນໍ້າຖ້ວມ.