ເຂື່ອນຈີນປ່ອຍນໍ້າ ຕາຝັ່ງ ລາວ-ໄທ ເຈື່ອນ

ສຸພັດຕາ
2018.09.14
F-Erosion ຕາຝັ່ງຕາມແຄມແມ່ນໍ້າຂອງ ທັງສອງຟາກ ລາວ-ໄທ ທີ່ເຈື່ອນລົງນໍາເລື້ອຍໆ
Photo courtesy of Thai Mekong riparian

ຈາກການສຶກສາ ແລະສັງເກດການ ຂອງກຸ່ມຮັກຊຽງຂອງ ແຂວງຊຽງຣາຍ ປະເທດໄທ ປັດຈຸບັນ ຕາຝັ່ງນໍ້າຂອງ ທີ່ເມືອງຫ້ວຍຊາຍ ແລະ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ, ເມືອງຊຽງແສນ ແລະເມືອງຊຽງຂອງ ຝັ່ງໄທ ພັງເຈື່ອນລົງ ຢູ່ຫຼາຍສິບຈຸດ. ດັ່ງຄໍາເວົ້າຂອງ ທ່ານ ຈິຣະສັກ ອິນທະຍົດ ຜູ້ປະສານງານ ເຄືອຂ່າຍກຸ່ມຮັກຊຽງຂອງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 12 ກັນຍາ ນີ້ວ່າ:

“ເປັນການສຶກສາ ສັງເກດຄວາມປ່ຽນແປງ ໃນຕາຝັ່ງເນາະ ເປັນທັງ 2 ຝັ່ງເລີຍ ບໍ່ວ່າໄທຫຼືລາວ ເປັນຈຸດໆ ບາງພື້ນທີ່ກໍຫຼາຍ ບາງພື້ນທີ່ ກໍຫນ້ອຍເນາະ ມັນກໍແລ້ວແຕ່ວ່າ ລະດັບນໍ້າທີ່ລົງມານີ້ ບ່ອນໃດມັນເປັນພື້ນທີ່ຕາຝັ່ງ ທີ່ບໍ່ແຂງແຮງ ມັນກໍຈະເຈື່ອນ ລົງໄປເລື້ອຍໆ.”

ທ່ານກ່າວຕື່ມວ່າ ນັບແຕ່ ຈີນ ສ້າງເຂື່ອນມັນວານ, ເຂື່ອນຈິນຫົງ, ເຂື່ອນເສົາຊານ ແລະເຂື່ອນອີກ 3 ແຫ່ງ ໃສ່ແມ່ນໍ້າຂອງຢູ່ຈີນ ຣະດັບ ນໍ້າຂອງ ໃນເຂດປະເທດລຸ່ມ ແມ່ນໍ້າຂອງຕອນໃຕ້ ກໍປ່ຽນໄປຫຼາຍ ໃນຣະດູຝົນ ບາງປີນໍ້າຂຶ້ນສູງຈົນຖ້ວມຮອດ ບ້ານເຮືອນຂອງປະຊາຊົນ ໃນຂນະທີ່ ຣະດູແລ້ງໃນບາງປີ ນໍ້າກໍບໍ່ໄດ້ຫຼຸດລົງເລີຍ ຍ້ອນຈີນປ່ອຍນໍ້າຫຼາຍ ເພື່ອໃຫ້ເຮືອສິນຄ້າຂນາດໃຫຍ່ ຂອງຈີນ ແລ່ນລົງມາ ປະເທດລຸ່ມ ແມ່ນໍ້າຂອງ ຕອນໃຕ້ໄດ້.

ການປ່ອຍນໍ້າຂອງຈີນ ໄດ້ເຮັດໃຫ້ ຕາຝັ່ງໃນເຂດ ເມືອງຕົ້ນເຜິ້ງ ແລະ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ໃນບ້ານປາກງາວ, ບ້ານຫ້ວຍຕາບ, ບ້ານຄົກຫຼວງ, ບ້ານດອນໄຂ່ນົກ, ແລະອີກຫຼາຍບ້ານ ເຣີ້ມເຈື່ອນລົງເລື້ອຍໆ ຂນະທີ່ຢູ່ຝັ່ງໄທ ໃນເຂດ ບ້ານຫ້ວຍເລິກ, ບ້ານເມືອງການ, ບ້ານຫາດໃຄ້ ແລະອີກຫລາຍສິບບ້ານ ກໍປະສົບບັນຫາດຽວກັນນັ້ນ.

ທ່ານ ຈິຣະສັກ ກ່າວຕື່ມວ່າ ບັນຫາທີ່ເກີດຂຶ້ນນີ້ຄວາມຈິງແລ້ວ ເກີດຂຶ້ນຍ້ອນເຂື່ອນຈີນ ແຕ່ຈີນບໍ່ເຄີຍຮັບຜິດຊອບຫຍັງເລີຍ ຊາວບ້ານຕ້ອງ ຮວມເງິນ ພາສີ ໃຫ້ຣັຖບານ ເພື່ອເອົາໄປສ້າງ ແນວປ້ອງກັນຕາຝັ່ງເຈື່ອນ, ດັ່ງທ່ານ ກ່າວວ່າ:

“ເຮົາບໍ່ໄດ້ປະໂຫຍດຫຍັງເລີຍ ຈາກການຄວບຄຸມລໍານໍ້າຂຶ້ນລົງ ເຮົາໄດ້ຮັບຜົນກະທົບ ແລະກໍມີການເຮັດແນວຕະລິ່ງຫັ້ນແຫລະ ແຕ່ເກັບ ພາສີຈາກຊາວບ້ານ ປະເທດທີ່ຢູ່ລຸ່ມນໍ້າຂອງ ມັນໄດ້ຮັບຜົນກະທົບ ກໍ່ຕ້ອງມາເບິ່ງແຍງກັນເນາະ.”

ທ່ານກ່າວຕື່ມວ່າ ບັນຫາດິນເຈື່ອນ ນອກຈາກສົ່ງຜົນໃຫ້ພື້ນທີ່ ຂອງປະຊາຊົນ 2 ຝັ່ງລາວ-ໄທ ທີ່ເປັນເຈົ້າຂອງໜ້ອຍລົງແລ້ວນັ້ນ ຍັງເຮັດໃຫ້ ຊາວບ້ານຂາດຣາຍໄດ້ ຍ້ອນຫລາຍຄອບຄົວ ໃຊ້ພື້ນທີ່ແຄມນໍ້າ ເປັນບ່ອນປູກພືດຜັກໄປຂາຍນັ້ນຫຼຸດລົງນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.