ມ.ປາກເຊ ນໍ້າອາຈລົ້ນຝັ່ງ
2017.07.27
ປັດຈຸບັນ ເມືອງປາກເຊ ແຂວງຈຳປາສັກ ຍັງມີຄວາມສ່ຽງຕໍ່ນ້ຳ ອາຈເພີ້ມຂຶ້ນຖ້ວມ ຫລັງຈາກຝົນຕົກໜັກ ຕິດຕໍ່ກັນຫຼາຍມື້ ເຖິງແມ່ນວ່າ ໃນວັນທີ 26 ກໍຣະກະດາ ນີ້ບໍ່ຕົກຫຼາຍ ປານໃດກໍຕາມ.
ປັດຈຸບັນ ຣະດັບນ້ຳ ໃນແມ່ນ້ຳຂອງ ແລະນ້ຳເຊໂດນ ທີ່ໄຫຼຜ່ານ ເມືອງປາກເຊ ນັ້ນຍັງສູງຂຶ້ນ ຢ່າງຕໍ່ເນື່ອງ ແລະຄາດວ່າ ຈະເພີ້ມສູງຂຶ້ນ ຕື່ມອີກ ເມື່ອນ້ຳທາງພາກເໜືອ ໄຫຼລົງມາຕື່ມ. ເຈົ້າໜ້າທີ່ຜແນກ ຊັພຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ ກ່າວວ່າ:
"ດຽວນີ້ຕົກຄ່ອຍແນ່ແລ້ວ ບໍ່ປານໃດແລ້ວ ແຕ່ວ່ານໍ້າເຮົາຍັງຂຶ້ນຢູ່ ນໍ້າເຮົາ 10.88 ແມັດແລ້ວຕາມຄາດຄະເນວ່າ ຕອນບ່າຍຢ້ານ ນໍ້າເໜືອ ມາອາດສິຂຶ້ນອີກ".
ປັດຈຸບັນຣະດັບນ້ຳ ໃນແມ່ນ້ຳຂອງຢູ່ທີ່ 10.88 ແມັດ ໃນຂນະທີ່ ຣະດັບເຕືອນໄພຢູ່ທີ່ 11 ແມັດ ຖ້ານ້ຳຂຶ້ນສູງເຖິງ 12 ແມັດ ກໍແມ່ນລົ້ນ ຕະລິ່ງຖ້ວມ ຂນະທີ່ນ້ຳຫ້ວຍ ທີ່ເປັນສາຂາເຊໂດນ ຍັງເພີ້ມຂຶ້ນ ຢ່າງຕໍ່ເນື່ອງ ແລະໃນບາງເຂດ ນ້ຳໄຫລເຂົ້າຖ້ວມແລ້ວ.
ນາງກ່າວອີກວ່າ ບ້ານທີ່ຢູ່ໃນຄວາມສ່ຽງ ທີ່ອາຈຖືກນ້ຳຖ້ວມ ຫລາຍກວ່າໝູ່ ມີປະມານ 5 ບ້ານ ຄື; ບ້ານຜາດວງ ບ້ານອຸດົມ ບ້ານແກ້ງ ບ້ານຫ້ວຍປູນ ແລະ ບ້ານປາກເຊ.
ເມື່ອວັນທີ 25 ກໍຣະກະດາ ຫຼັງຈາກ ຝົນຕົກໜັກຍ້ອນ ພະຍຸເຊິນກາ ນ້ຳຖ້ວມບ້ານໂພນສີໄຄ ແລະ ບ້ານໂພນງາມ ເມືອງປາກເຊ ແລະ ນ້ຳຖ້ວມຂັງ ຢູ່ເມືອງໄຊສົມບູນ, ເສັ້ນທາງຖືກຕັດຂາດ ບາງບ່ອນ. ດັ່ງທີ່ນາງກ່າວວ່າ:
"ຍັງໆ ມີແຕ່ຖ້ວມນາເຂົາ ກັບທາງເຂົ້າບ້ານ ທາງເຂົ້າບ້ານ ຈະຖືກຕັດຂາດ ເພາະວ່ານໍ້າເຊາະ ທາງບ້ານຈຶ່ງຖືກຕັດຂາດ ແຕ່ວ່າບ້ານຍັງບໍ່ ໄດ້ຖ້ວມ ຖ້ວມຢູ່ບາງເມືອງ ມີື້ວານນີ້ຢູ່ ເມືອງຈໍາປາສັກ ແຕ່ກໍບໍ່ທັນໄຫລຖ້ວມ ຢູ່ສອງບ້ານ".
ພະຍຸເຊິນກາ ໄດ້ພັດເຂົ້າຝັ່ງທະເລ ປະເທດວຽດນາມ ແລ້ວເຄື່ອນເຂົ້າມາລາວ ວັນທີ 25 ກໍຣະກະດາ ເຮັດໃຫ້ມີຝົນຕົກໜັກ ໃນພາກກາງ ແລະພາກໃຕ້ ຂອງປະເທດ.