ສາກົນຂໍໃຫ້ ລາວ ໃສ່ໂທດ ພວກຄ້າສັດປ່າ

ຈໍາປາທອງ
2017.07.12
f-wild ສັດປ່າທີ່ຫວງຫ້າມ ມີວາງຂາຍຕາມຕລາດ
RFA/VD

ສັດປ່າ ແມ່ນສັດທຸກຊນິດ ທີ່ເກີດ ແລະຂຍາຍຕົວ ຢູ່ໃນປ່າທໍາມະຊາດ ຫລື ຖືກນໍາເອົາມາຈາກ ທໍາມະຊາດ ມາລ້ຽງເຊັ່ນ ຊ້າງ, ເສືອ, ໝີ, ກວາງ, ຟານ, ລີງ, ງູ, ນົກ ແລະ ສັດປ່າອື່ນໆ ຕາມທີ່ກໍານົດໄວ້ ຢູ່ໃນມາດຕຣາ 2 ຂອງກົດໝາຍ ວ່າດ້ວຍສັດນໍ້າ ແລະສັດປ່າ ຂອງ ສປປລາວ ທີ່ໄດ້ວາງ ຫລັກການ, ຣະບຽບການ ແລະ ມາດຕະການ ຮວມທັງ ການຄຸ້ມຄອງ, ກວດກາ, ປົກປັກຮັກສາ, ພັທນາ ແລະນໍາໃຊ້ ແບບຍືນຍົງ.

ແຕ່ໃນພາກຕົວຈິງ ຫລາຍຄົນເວົ້າວ່າ ຫລັກການ, ຣະບຽບການ ແລະມາດຕະການ ຊຶ່ງໄດ້ບົ່ງໄວ້ ຢູ່ໃນກົດໝາຍ ທີ່ມີທັງໝົດ 74 ມາດຕຣານັ້ນ ບໍ່ໄດ້ຮັບການ ຈັດຕັ້ງ ປະຕິບັດ ໃຫ້ເກີດຜົລເປັນຈິງ ພໍເທົ່າໃດ ຊຶ່ງເມື່ອວັນທີ 5 ກໍຣະກະດາ 2017 ນີ້ ກໍມີຣາຍງານວ່າ ໃນມື້ວັນທີ 25 ມິຖຸນາ ທີ່ຜ່ານມານີ້ ເຈົ້າໜ້າທີ່ ດ່ານສາກົນ ນໍ້າພ້າວ ເມືອງຄໍາເກີດ ແຂວງ ບໍລິຄໍາໄຊ ກໍໄດ້ກວດພົບໝີ ທີ່ເປັນສັດປ່າ ຫວງຫ້າມ ຕາຍໂຕນຶ່ງ ໜັກ 65 ກິໂລ ທີ່ວຽດນາມ 2 ຄົນ ເອົາເຊື່ອງໄວ້ ໃນຣົດຕູ້ຮຸນໃດ 12 ບ່ອນນັ່ງ ທະບຽນ ກ.ຕ. ທີ່ໃສ່ໝາກນັດ ເຕັມຣົດ. ດັ່ງເຈົ້າໜ້າທີ່ ຂແນງລ້ຽງສັດ ແຂວງບໍລິຄໍາໄຊ ເວົ້າວ່າ:

"ຕົວນີ້ຍັງບໍ່ຍັງບໍ່ໄດ້ຮັບຂໍ້ມູນຢ່າງຊັດເຈນ ແຕ່ກໍໄດ້ຍິນຢູ່ວ່າ ໝີຕົວນຶ່ງ ປະຊາຊົນ ຊາວວຽດນາມແລ້ວ ຊາວຄ້າຂາຍເຂົາ ຄືວ່າໃສ່ຣົດ ໝາກນັດໄປ ດຽວນີ້ກໍໄດ້ ສົມທົບກັບພາສີ ຕໍາຣວດ ຫລັງຈາກນັ້ນ ກໍໄດ້ນໍາສັດດັ່ງກ່າວ ນັ້ນໄປຝັງ".

ແລະແມ່ນແຕ່ສັດປ່າທີ່ຫວງຫ້າມ ແລະໃກ້ຈະສູນພັນ ຢູ່ໃນປ່າສງວນຕ່າງໆ ຮວມທັງປ່າສງວນ ນໍ້າແອດ-ພູເລີຍ ຢູ່ພາກ ເໜືອຂອງລາວ ກໍຍັງຖືກລ່າ ໄປຂາຍຢູ່. ເຈົ້າໜ້າທີ່ ຂແນງປ່າໄມ້ ແຂວງຫລວງນໍ້າທາ ໄດ້ກ່າວຕໍ່ ວິທຍຸເອເຊັຍເສຣີ ເມື່ອກ່ອນນັ້ນວ່າ ຊາວບ້ານ ໃນເຂດຫ່າງໄກ ຢູ່ເມືອງລອງ ຂອງແຂວງນີ້ ຍັງພາກັນ ໄປລ່າສັດປ່າ ຢູ່ຄືເກົ່າ ຍ້ອນວ່າພວກເຂົາເຈົ້າ ທຸກຍາກຫຼາຍ, ມີແຕ່ອາສັຍ ຫາອາຫານຈາກ ທັມຊາດປ່າດົງ ມາລ້ຽງຊີບ ຫລືຂາຍເປັນຣາຍໄດ້ ເຂົ້າຄອບຄົວ. ດັ່ງທີ່ທ່ານກ່າວວ່າ:

"ເຂົາຍັງລ່າຢູ່ນະ ອັນລ່າສັດປ່າລ່າແຫລະ ສ່ວນຫລາຍຄົນອາຄ່າ ເຂົານີ້ ແຖວໃດບຸ ປ່າສງວນນີ້ ເຂົາລ່າໝົດນະ ເຂົາລັກເຮັດລັກໄປນະ ບາງຄົນກໍລ່າກິນ ບາງຄົນກໍລ່າຂາຍ ຫັ້ນແຫລະ".

ທ່ານເວົ້າຕື່ມອີກວ່າ ສັດທີ່ພວກເຂົາເຈົ້າ ມັກລ່ານັ້ນ ແມ່ນກວາງ, ຟານ, ໝູປ່າ ໂດຍໃຊ້ປືນແກັບຍິງ ເພາະຫາຊື້ໄດ້ງ່າຍ ແລະມັກເກີດ ອຸບັດຕິເຫດ ຫລົງຍິງກັນເລື້ອຍໆ. ຜ່ານມາ ເຈົ້າໜ້າທີ່ ກໍຈັບຜູ້ລ່າສັດປ່າໄດ້ ຈໍານວນນຶ່ງ ແລະ ໄດ້ດໍາເນີນ ຄະດີ ແຕ່ກໍຍັງມີອີກ ຫລາຍຄົນ ທີ່ຍັງລັກລ່າຢູ່ ຍ້ອນພວກເຂົາເຈົ້າ ບໍ່ມີທາງອື່ນ ຫາຢູ່ຫາກິນ. ພ້ອມກັນນັ້ນ ກໍຍັງມີພວກພໍ່ຄ້າສັດປ່າ ຈ້າງຊາວບ້ານໄປລ່າໃຫ້ ແລ້ວນໍາເອົາໄປ ຂາຍຕໍ່ ຮວມທັງຂາຍອອກໄປ ຕ່າງປະເທສ.

ກ່ຽວກັບເຣຶ່ອງນີ້ ອົງການເຝົ້າຣະວັງ ການຄ້າສັດປ່າ TRAFFIC ຮຽກຮ້ອງໃຫ້ ສປປລາວ ທີ່ເປັນສູນກາງລັກຂົນຍ້າຍສັດປ່າ ເພື່ອການຄ້າ ໃຊ້ກົດໝາຍ ທີ່ວ່ານັ້ນ ໃຫ້ເຂັ້ມງວດ ຕໍ່ຜູ້ກະທໍາຜິດ.

ອົງການເຝົ້າຣະວັງການຄ້າສັດປ່າ ເປີດເຜີຍວ່າ ການຄ້າສັດປ່າຜິດກົດໝາຍ ທັງລິ່ນ, ນົກ ແລະຜລິຕພັນ ຈາກສັດປ່າ ກໍາລັງນິຍົມກັນ ຫລາຍຢູ່ ສປປລາວ ຍ້ອນຄວາມ ຕ້ອງການ ໃນປະເທສຈີນ.

ຂ່າວຣາຍງານວ່າ ປະເທສລາວ ເປັນສູນກາງການຂົນຍ້າຍສັດປ່າ ແລະຜລິຕພັນຈາກສັດປ່າ ມາເປັນເວລາດົນນານ ເນຶ່ອງຈາກວ່າຢູ່ ສປປລາວ ມີການທຸຈຣິດ ຫລືສໍ້ຣາດ ບັງຫຼວງ ຢ່າງກວ້າງຂວາງ ແລະການບັງຄັບໃຊ້ ກົດໝາຍກໍອ່ອນແອ ແມ່ນແຕ່ ທ່ານ ຈູມມະລີ ໄຊຍະສອນ ທີ່ຫລາຍຄົນ ເວົ້າວ່າ ຍັງມີອໍານາດ ຢູ່ສ່ວນໃດສ່ວນນຶ່ງນີ້ ກໍຍັງຮັບຮູ້ ຢູ່ໃນກອງປະຊຸມໃຫຍ່ ຄັ້ງທີ 9 ຂອງພັກ ປະຊາຊົນປະຕິວັດລາວວ່າ:

"ການຄຸ້ມຄອງຣັຖ, ຄຸ້ມຄອງສັງຄົມ ມີຫລາຍດ້ານ ບໍ່ທັນສັກສິດ, ເຂັ້ມງວດຕາມທີ່ ລະບຸໄວ້ ໃນກົດໝາຍ ດັ່ງນັ້ນຈຶ່ງເຮັດໃຫ້ ມີການກະທໍາຜິດ ກົດໝາຍ ຢູ່ລາວ ຫລາຍຂຶ້ນ.
ອົງການ ເຝົ້າຣະວັງ ການຄ້າສັດປ່າ ເວົ້າວ່າ ສັດສາຍພັນ ທີ່ໃກ້ຈະສູນພັນ ເຊັ່ນ ລິ່ນ, ນັກ ມີຂາຍກັນ ຢ່າງເປີດແປນ ໃນລາວ ແລະ ການບັງຄັບ ໃຊ້ກົດໝາຍ ກໍຍັງບໍ່ ເຂັ່ມງວດ ພໍ. ເຈົ້າໜ້າທີ່ ອາວຸໂສ ອົງການ TRAFFIC ປະຈໍາຂົງເຂດ ເອເຊັຍຕາເວັນອອກ ສ່ຽງໃຕ້ ກ່າວວ່າ:

“ລາວ ຈໍາເປັນຕ້ອງແກ້ໄຂບັນຫາ ເຫລົ່ານັ້ນຢ່າງຮີບດ່ວນ ແລະຖືກຂນານນາມວ່າ ເປັນເມືອງຫລວງ ຂອງການລັກລອບຄ້າສັດປ່າ ແຫ່ງເອເຊັຍ”.

ລິ່ນ ເປັນສັດທີ່ມີຄວາມສ່ຽງ ໃນຂັ້ນວິກິດ ຕໍ່ການທີ່ຈະສູນພັນ ແລະຖືກຈັດອັນດັບໃຫ້ ເປັນສັດລ້ຽງລູກດ້ວຍນົມ ຊຶ່ງຖືກຄ້າຂາຍ ຫລາຍທີ່ສຸດໃນໂລກ ໃນຣະຍະ 10 ປີຜ່ານມາ.  ລິ່ນຖືກຂາຍໄປແລ້ວ ຫລາຍກວ່າ 1 ລ້ານໂຕ. ຕາມການລະບຸຂອງອົງການດັ່ງກ່າວ ເນື່ອງຈາກວ່າ ຊີ້ນ, ໜັງ ແລະເກັດຂອງລິ່ນ ເປັນທີ່ຕ້ອງ ການຫລາຍ ຢູ່ປະເທສຈີນ ແລະ ຢູ່ປະເທສອື່ນໆ ໃນທະວີບເອເຊັຍ. ຊີ້ນລິ່ນ ຖືກຖືວ່າ ເປັນອາຫານ ທີ່ມີແຊບຊ້ອຍ, ໜັງ ແລະເກັດລິ່ນ ມັກຖືກນໍາໄປ ໃຊ້ປຸງເປັນຢາພື້ນເມືອງ ຕາມແຜນໂບຮານ ແລະເປັນ ສິນຄ້າ ເຄື່ອງແຕ່ງກາຍ.

ໃນຣະຫວ່າງໄປສໍາຣວດ ເມື່ອຕົ້ນປີກາຍ ນັກວິໃຈຂອງອົງການທີ່ວ່ານີ້ ພົບວ່າ ມີລິ່ນຖືກຂາຍ ເປັນຈໍານວນຫລວງຫຼາຍ ຢູ່ພາກເໜືອ ຂອງລາວ ແລະ ແຕ່ປີ 2010 ຫາປີ 2015 ຍຶດລິ່ນໄດ້ ຫລາຍກວ່າ 5,600 ໂຕ ທີ່ມີການເຊື່ອມໂຍງ ກັບລາວ. ລິ່ນເຫລົ່ານີ້ ຖືກລັກລອບນໍາມາຈາກ ປະເທສໄທ ແລະມີປາຍທາງ ສົ່ງຕໍ່ໄປ ຈີນ ຫຼື ວຽດນາມ ແລະນົກ ທີ່ ໃກ້ຈະສູນພັນ ກໍມີຈໍາໜ່າຍ ຫລາຍຢູ່ລາວ.

ສໍາລັບຮ້ານທີ່ຂາຍຊິ້ນສ່ວນສັດທີ່ວ່ານັ້ນ ສ່ວນຫລາຍມັກຖືກຄວບຄຸມ ຫລືຈ້າງພະນັກງານ ທີ່ເປັນເຊື້ອສາຍຈີນ ແລະຄິດໄລ່ຣາຄາ ເປັນເງິນຢວນ ຫຼື ເງິນໂດລາ.

ຄໍາຖແລງຂອງອົງການເຝົ້າຣະວັງ ການຄ້າສັດປ່າ ມີຂຶ້ນພາຍຫລັງອົງການ ນີ້ໄດ້ ຍົກບັນຫາກ່ຽວກັບ ການຄ້ານໍແຮດ, ງາຊ້າງ ແລະຜລິດຕະພັນ ສັດປ່າອື່ນໆ ຢູ່ລາວ ເມື່ອ ເດືອນ ກໍຣະກະດາ ປີກາຍ ແລະ ນັບຕັ້ງແຕ່ປີ 2012 ເປັນຕົ້ນມາ ຍັງບໍ່ມີ ຣາຍງານວ່າ ມີຜູ້ໃດຖືກຈັບກຸມ ຫລືຖືກດໍາເນີນການ ທາງກົດໝາຍ ຕໍ່ຜູ້ຄ້າຜລິຕພັນ ສັດປ່າ ຍ້ອນມີ ຊ່ອງໂຫວ່ ຂອງກົດໝາຍ. ເຖິງມາດຕຣາ 67 ຂອງກົດໝາຍ ວ່າດ້ວຍສັດນໍ້າ ແລະສັດປ່າ ຣະບຸເອົາໄວ້ ເຖິງມາຕການ ຕໍ່ຜູ້ລະເມີດວ່າ ບຸກຄົນ, ການຈັດຕັ້ງ ຫລື ວິສາຫະກິດ ຈະຖືກ ສຶກສາອົບຮົມ, ປະຕິບັດວິໄນ, ປັບໃໝ ຫລືລົງໂທດ ຕາມກົດໝາຍ ແລ້ວແຕ່ ກໍລະນີ ເບົາຫລືໜັກ. ຖ້າໜັກກໍຕ້ອງໂທດ ອາຍາ ທີ່ຈະຖືກລົງໂທດ ຈໍາຄຸກ ແຕ່ 3 ເດືອນ ຫາ 5 ປີ ຮວມທັງ ໃຊ້ຄ່າເສັຍຫາຍ ທາງແພ່ງ ຕື່ມອີກ - ຕາມມາດຕຣາ 71.

ມີຈຸດປະສົງທີ່ຈະຄວບຄຸມການຄ້າສັດປ່າ ຊຶ່ງເປັນປັດໃຈ ທີ່ຄຸກຄາມສັດປ່າ ທີ່ໃກ້ຈະສູນພັນ ຊຶ່ງ ສປປລາວ ໄດ້ຈັດພິທີ ສເລີມສລອງ ວັນສັດປ່າໂລກ ເປັນຄັ້ງທໍາອິດ ເມື່ອວັນທີ 3 ມິນາ 2016 ຊຶ່ງໃນນັ້ນ ສະຫະຣັຖ ອາເມຣິກາ ກໍສນັບສນູນ ຄວາມຕັ້ງໃຈ ຂອງທາງການລາວ ໃນການທີ່ຈະປາບປາມ ການລັກລອບ ຊື້ຂາຍສັດປ່າ ທີ່ອົງການ ພັທນາ ສາກົນ ຂອງ ສະຫະຣັຖ ອາເມຣິກາ ຫລື ຢູເສດ ທີ່ໃຫ້ ການຊ່ວຍເຫລືອ ໃນໂຄງການ 5 ປີນັ້ນ. ແລະທີ່ຜ່ານມາ ສະຫະຣັຖ ກໍໃຫ້ການ ຊ່ວຍເຫລືອ ທາງການລາວ ໃນການຈັດ ກອງປະຊຸມ ກ່ຽວກັບ ການປາບປາມ ການລັກລອບ ຄ້າສັດປ່າ ແລະ ຕ້ານອາຊຍາກັມ ຂ້າມຊາດ ທຸກຮູບແບບ ໃນທົ່ວຂົງເຂດ ອາຊຽນ ທີ່ຖືກຈັດຂຶ້ນ ຢູ່ນະຄອນຫລວງ ວຽງຈັນ ເມື່ອຕົ້ນປີ 2015 ແລະເມື່ອກ່ອນນັ້ນ ຄືໃນຕົ້ນປີ 2014 ລາວ-ຈີນ-ວຽດນາມ ກໍວ່າຈະເພີ້ມການ ປະສານງານກັນ ໃນການຕ້ານ ການລັກຄ້າສັດປ່າ ຕາມແນວ ຊາຍແດນ ຮ່ວມກັນຫລາຍຂຶ້ນ.

ສະຫະຣັຖ ໄດ້ຕັ້ງເງິນລາງວັນ 1 ລ້ານໂດລາ ສໍາລັບຜູ້ໃຫ້ຂໍ້ມູນ ທີ່ຊ່ວຍໃຫ້ ຣັຖບາລລາວ ແລະ ປະເທສອື່ນໆ ສາມາດ ທັງມ້າງແກັງຂອງ ທ້າວ ວິໄຊ ທີ່ເປັນແກັງ ອາຊຍາກັມ ຂ້າມຊາດ.ຂ່າວຣາຍງານວ່າ ເຄືອຂ່າຍ ໄຊສະຫວ່າງ ຂອງທ້າວວິໄຊ ລັກຄ້າສັດປ່າ ບໍ່ພຽງແຕ່ຢູ່ລາວ ເທົ່ານັ້ນ ແຕ່ຫາກຍັງນໍາເອົາ ມາຈາກ ປະເທສຕ່າງໆ ໃນທະວີບ ອາຟຣິກາ ແລະ ເອເຊັຍ ເຂົ້ມມາລາວ ແລ້ວສົ່ງຜລິຕພັນ ຈາກ ສັດປ່າເຫລົ່ານັ້ນ ໄປຂາຍໃຫ້ ວຽດນາມ, ກໍາພູຊາ ແລະ ປະເທສອື່ນໆ ເປັນຕົ້ນ ແມ່ນຈີນ ທີ່ເປັນຕລາດ ຂາຍຍ່ອຍ ລາຍໃຫຍ່ທີ່ສຸດ ຂອງໂລກ ຊຶ່ງເມື່ອບໍ່ດົນມານີ້ ກໍມີຂ່າວວ່າ ເຈົ້າໜ້າທີ່ ພາສີ ປະຈຳເດີ່ນບິນ Amsterdam Airport Schiphol ປະເທດໂຮເລັນ ທະວີບຢູໂຣບ ກໍໄດ້ກວດພົບ ແລະຍຶດນໍແຮດ ທີ່ເຊື່ອງໄວ້ ຢູ່ໃນຕູ້ຄັນເທນເນີ 12 ນໍ, ນ້ຳໜັກ 6 ກິໂລປາຍ ຈາກ ອາຟຣິກກາໃຕ້ ເພື່ອສົ່ງຕໍ່ໄປ ສປປລາວ ເມື່ອວັນທີ 23 ມິຖຸນາ ທີ່ຜ່ານມານີ້.

ນໍແຮັດ ເປັນທີ່ຕ້ອງການຫລາຍ ໃນທົ່ວເອເຊັຍ ເພື່ອໃຊ້ປຸງຢາ ພື້ນເມືອງຈີນ. ເຈົ້າໜ້າທີ່ ຕ້ານການລັກລອບ ຄ້າສັດປ່າຫວງຫ້າມ ທີ່ໃກ້ສູນພັນ ເວົ້າວ່າ ເມື່ອປີກາຍ ສປປລາວ ຖືກພວກລັກ ຄ້າສັດປ່າ ໃຊ້ເປັນບ່ອນຜ່ານ ຂອງຊິ້ນສ່ວນສັດປ່າ ໄປປະເທດອື່ນໆ ໃນເອເຊັຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.