ໄຟໄໝ້ຕລາດຈີນ ຂ.ບໍ່ແກ້ວ
2019.04.18

ທາງການແຂວງບໍ່ແກ້ວສະຫລຸບຜົລເສັຽຫາຍ ຈາກເຫດໄຟໄໝ້ຕລາດຈີນ ບ້ານປ່າອ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລ້ວຮວມມູນຄ່າ 100 ລ້ານກີບ ສ່ວນສາເຫດນັ້ນຍັງໃນຂັ້ນການສືບສວນ ຢູ່ໃນເຫດການ; ດ່ັງຄຳເວົ້າຂອງ ເຈົ້າໜ້າທີ່ທ້ອງຖິ່ນ ບ້ານປ່າອ້ອຍ ເມື່ອວັນທີ 17 ເມສາ ວ່າ:
"ສາເຫດໂຕນີ້ກໍ່ຍັງບໍ່ທັນຮູ້ຣະອຽດ ແຕ່ເຮົາຈະມີການຣາຍງານນໍາຫລັງ ແຕ່ວ່າທີ່ຈິງແລ້ວ ອັນນາຕອນ ມັນເກີດທໍາອິດ ບໍ່ຮູ້ວ່າມັນເປັນ ແນວໃດ ເຂົາຂົນເຄື່ອງບໍ່ເບື້ອງນີ້ເນາະ ແຕ່ເບື້ອງນີ້ ຂົນອອກໄດ້ ເຂົາກໍ່ຂົນອອກແລ້ວກໍ່ ເຂົາປ່ອຍໃຫ້ໄຟລາມມາ."
ທ່ານໄດ້ກ່າວຕື່ມວ່າ ເຈົ້າໜ້າທີ່ໄດ້ສະຫລຸບວ່າ ເຫດການໄຟໄໝ້ເທື່ອນີ້ ໄດ້ສ້າງຄວາມເສັຽຫາຍ ມູນຄ່າ 100 ລ້ານກີບ ຮ້ານຄ້າທີ່ໄດ້ຮັບ ຄວາມເສັຍຫາຍມີ 12 ຫ້ອງຈາກຮ້ານໃນຕລາດທັງໝົດ 36 ຫ້ອງ. ປັດຈຸບັນເຈົ້າໜ້າທີ່ຕຳຣວດ ປ້ອງກັນອັຄຄີພັຍ ກຳລັງສືບສວນຜູ້ຢູ່ ໃນເຫດການ ເຊັ່ນ; ຊາວຄ້າຂາຍໃນຕລາດ ເຊິ່ງສ່ວນຫລາຍໃຫ້ການວ່າ ໄຟເຣີິ້ມລຸກໄໝ້ຕັ້ງແຕ່ຮ້ານຂາຍຢາງຣົດຈັກ ແລະ ລາມໃສ່ຮ້ານ ອື່ນຢ່າງໄວວາ, ຊາວຄ້າຂາຍບໍ່ສາມາດ ຂົນຍ້າຍເຄື່ອງອອກມາໄດ້ ໄດ້ແຕ່ຢືນເບິ່ງລໍຖ້າ ເຈົ້າໜ້າທີ່ ມອດໄຟໃຫ້ມາຊ່ອຍ.
ເຫດການດັ່ງກ່າວແມ່ນເກີດຂຶ້ນໃນເວລາ 2 ໂມງແລງ ຂອງວັນທີ 13 ເມສາ ທີ່ຜ່ານມາ ໃນໄລຍະທີ່ປະຊາຊົນ ແລະ ຊາວຄ້າຂາຍກຳລັງ ຫລິ້ນບູນປີໃໝ່ ເຫດການດັ່ງກ່າວຕຳຣວດແຈ້ງວ່າ ຕ້ອງໃຊ້ເວລາເຖິງ 2 ຊົ່ວໂມງປາຍ ຈຶ່ງສາມາດດັບມອດໄຟໄດ້.
ເຫດການອັຄຄີພັຍຄັ້ງນີ້ ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງບໍ່ແກ້ວ ກໍໄດ້ໄປຢ້ຽມຢາມໃຫ້ກຳລັງໃຈຊາວຄ້າຂາຍ ແລະສັ່ງໃຫ້ເລັ່ງສືບສວນ ຫາສາເຫດໂດຍໄວ.
ທາງດ້ານເຈົ້າໜ້າທີ່ກົມຕຳຣວດ ສະກັດກັ້ນ ແລະ ຕ້ານອັຄຄີພັຍກົມໃຫຍ່ຕຳຣວດ ກະຊວງປ້ອງກັນຄວາມສະຫງົບ ຣາຍງານວ່າ ຣະຫວ່າງ ວັນທີ 12 ຫາ 16 ເມສາ ເກີດເຫດອັຄຄີພັຍ ທົ່ວປະເທສ ທັງໝົດ 10 ຄັ້ງ ໂດຍເກີດຂຶ້ນ ໃນນະຄອນຫຼວງວຽງຈັນ 4 ຄັ້ງ ແລະ ຕ່າງແຂວງ 6 ຄັ້ງ. ໃນນີ້ຮວມມີໄຟໄໝ້ ເຮືອນປະຊາຊົນ 3 ຄັ້ງ, ທີ່ໜັກກ່ວາໝູ່ແມ່ນ ໄຟ ໄໝ້ເຮືອນປະຊາຊົນ ຈຳນວນນ 22 ຫລັງ ຢູ່ບ້ານພູຄຳ ເມືອງຊະນະສົມບູນແຂວງຈຳປາສັກ ເສັຽຫາຍ 4 ຕື້ປາຍກີບ.
ນອກຈາກນີ້ຍັງມີເຫດການໄຟໄໝ້ຕລາດຈີນແຂວງບໍ່ແກ້ວ, ໄໝ້ໂຮງງານຜລິດເຊືອກຢາງນະຄອນຫລວງວຽງຈັນ ໄຟໄໝ້ຣົດ 45 ບ່ອນໜັ່ງ ແຂວງຈຳປາສັກ ແລະ ໄຟໄໝ້ສາລາໂຮງທັມ ທີ່ວັດໂຊກໄຊ ນະຄອນຫລວງວຽງຈັນ.