ຊາວບໍ່ແກ້ວໄດ້ຮັບການ ຊ່ອຍເຫຼືອ

ປະຊາຊົນ ແຂວງບໍ່ແກ້ວ ທີ່ໄດ້ຮັບ ຄວາມເສັຽຫາຍ ຈາກລົມພະຍຸ ຣະດູຮ້ອນ ໄດ້ຮັບ ການຊ່ວຍເຫຼືອ.

ບ້ານເຮືອນ ຂອງປະຊາຊົນ ທີ່ຖືກທໍາລາຍ ຈາກພະຍຸ ລະດູຮ້ອນ Screen captured Laos Update

ປະຊາຊົນ 5 ບ້ານ ຮວມທັງໝົດມີ ບ້ານອຸດົມ, ບ້ານຫ້ວຍດອກທອງ ແລະບ້ານຫ້ວຍແໜງ ໃນ 2 ເມືອງ ຄືເມືອງຫ້ວຍຊາຍ ແລະເມືອງ ປາກທາ ແຂວງບໍ່ແກ້ວ ທີ່ໄດ້ຮັບຄວາມເສັຍຫາຍຫລາຍ ຈາກລົມພະຍຸຣະດູຮ້ອນ ໃນມື້ວັນທີ 25 ເມສາ ທີ່ຜ່ານມານັ້ນ ໄດ້ຮັບການຊ່ອຍ ເຫລືອແລ້ວ.

ເຄື່ອງຊ່ວຍເຫລືອທີ່ວ່ານັ້ນມີທັງເຂົ້າ, ເຄື່ອງນຸ່ງຫົ່ມ ແລະເຄື່ອງໃຊ້ຄອບຄົວຈໍານວນນຶ່ງ ສໍາລັບການປົວແປງບ້ານເຮືອນ ຂອງປະຊາຊົນ ທີ່ ເພພັງຍ້ອມ ລົມພະຍຸ ແມ່ນຍັງຢູ່ໃນຣະຫວ່າງ ການຮວບຮວມ ຈໍານວນຄອບຄົວ ທີ່ຈໍາເປັນ ແລະເສັຍຫາຍໜັກ ເພື່ອຈະໃຫ້ການຊ່ວຍເຫຼືອ ບັນເທົາທຸກເບື້ອງຕົ້ນ.

ໃນຂນະນີ້ ເຈົ້າໜ້າທີ່ ກົມອຸຕຸນິຍົມວິທຍາແລະອຸທົກກະສາດ ເຕືອນປະຊາຊົນພາກເໜືອຂອງປະເທສ ໃຫ້ຣະມັດຣະວັງ ໃນການເດີນທາງ ໄປມາ ເພາະອາຈເກີດດິນເຈື່ຶອນ ຕາມບໍຣິເວນແຄມທາງແລະຣະຍະນີ້ ກໍຈະເຂົ້າຣະດູຝົນແລ້ວ ຈະມີຝົນຕົກຢູ່ທົ່ວ ທຸກພາກແຕ່ຈະບໍ່ມີລົມ ພັດແຮງ ຄືກັນກັບຣະຍະທີ່ຜ່ານມາ; ດັ່ງທີ່ ທ່ານ ສິນທະລີ ຮອງຫົວໜ້າຜແນກ ພຍາກອນອາກາດ ແລະການແຈ້ງເຕືອນ ກົມອຸຕຸນິຍົມ ວິທຍາ ແລະອຸທົກກະສາດ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 4 ພຶສພາ ນີ້ວ່າ:

"ສະເພາະແຂວງພາກເໜືອກະເມ່ນຖືວ່າ ພວກເຮົາກໍມີແຕ່ວ່າໃຫ້ລະມັດລະວັງ ໃນການສັນຈອນໄປມາ ຍ້ອນວ່າມັນຈະມີດິນຊຸເຈື່ອນບໍຫຼືວ່າ ເພາະວ່າມີຝົນຕົກຕໍ່ເນື່ອງ ກໍຫລາຍມື້ ແຕ່ວ່າໃນລະດັບຄ່ອຍຢູ່ ແຕ່ວ່າຢ້ານດິນອີ່ມຕົວ ແລ້ວມັນກະສິມີຄວາມສ່ຽງ ໃນການສັນຈອນຫຼືວ່າ ມີນໍ້າຢູ່ພູ ຢູ່ຫຍັງຫັ້ນ ເຊາະເຈື່ອນລົງມາ ແຕ່ວ່າເລຶ່ອງແຈ້ງເຕືອນ ເລື່ອງພະຍຸໄລຍະນີ້ ເຮົາຍັງບໍ່ມີແຈ້ງເຕືອນ."

ແລະນາງ ແສງເດືອນ ໝັ້ນໄຊພອນ ຫົວໜ້າຂແນງສັງຄົມສົງເຄາະ ຜແນກແຮງງານແລະ ສວັດດິການສັງຄົມ ແຂວງບໍ່ແກ້ວ ກໍກ່າວວ່າ ຢູ່ແຂວງນີ້ ສ່ວນໃຫຍ່ເກີດຄວາມເສັຍຫາຍ ຢູ່ເຂດເມືອງຫ້ວຍຊາຍ ທີ່ 2 ບ້ານໄດ້ຮັບ ຜົລກະທົບ ແລະ ທັງເສົາໄຟຟ້າຫັກ 18 ເສົາ, ໝໍ້ແປງໄຟຟ້າ 2 ໜ່ວຍ ແລະໝໍ້ນັບໄຟຟ້າ 22 ໜ່ວຍເສັຍຫາຍ. ສ່ວນຢູ່ເມືອງປາກທາ ເຮືອນ 7 ຫຼັງໃນ 3 ບ້ານ ຫລັງຄາເສັຍຫາຍ ບໍ່ສາມາດອາສັຍຢູ່ໄດ້ ແລະທີ່ພັກ ພະນັກງານ ຮວມທັງໂທລະໂຄ່ງ ບ້ານຫົວນໍ້າ ເສັຍຫາຍເຖິງ 80%.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org