ທາງການເຕືອນຣະວັງໂຈນປຸ້ນຈີ້


2013.08.09
F-ak47 ຕົວຢ່າງຂອງອາວຸດ ທີ່ໃກ້ຄຽງກັບອາວຸດ ທີ່ໃຊ້ປຸ້ນຮ້ານຂາຍຄໍາ ຢູ່ແຂວງສາຣະວັນ
gunboards

 

ກະຊວງປ້ອງກັນ ຄວາມສງົບ ຂອງລາວ ໄດ້ແຈ້ງເຕືອນ ປະຊາຊົນ ແລະ ພໍ່ຄ້າຊາວຂາຍ ໃນທົ່ວປະເທດ ໃຫ້ມີສະຕິ ແລະ ຣະມັດຣະວັງ ພວກໂຈນປຸ້ນຈີ້ ໃຫ້ຫລາຍ ກວ່າເກົ່າ ພາຍຫລັງທີ່ ເຈົ້າໜ້າທີ່ ຈັບແກ໊ງ ປຸ້ນຮ້ານຂາຍຄໍາ ຢູ່ ແຂວງສາລະວັນ ໄດ້ ເມື່ອວັນ ທີ 6 ສິງຫາ 2013 ແລະ ຜູ້ຕ້ອງຫາ ຍອມຮັບສາຣະພາບ ວ່າ ໄດ້ປຸ້ນແບບ ເປັນຂະບວນການ ຊຶ່ງມີຫລາຍຄົນ ນໍາກັນ. ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ກະຊວງ ປ້ອງກັນຄວາມສງົບ ຂອງລາວ ທ່ານນຶ່ງ ກ່າວໃນວັນທີ 9 ສິງຫາ ນີ້ວ່າ:

"ພວກເຮົາກໍໄດ້ ຕັກເຕືອນສະຕິ ຂອງ ພໍ່ແມ່ ປະຊາຊົນ ພໍ່ຄ້າຊາວຂາຍ ໃຫ້ມີສະຕິ ຣະວັງຕົວ ຕໍ່ກັບກົລອຸບາຍ ຂອງ ພວກຄົນບໍ່ດີ ເຄື່ອນໄຫວປຸ້ນຈີ້ ຂີ້ລັກ ອັນນີ້ ໃຫ້ພ້ອມກັນ ມີສະຕິ".

ທ່ານກ່າວ ຕໍ່ໄປວ່າ ເຈົ້າໜ້າທີ່ຈັບ ຜູ້ຕ້ອງຫາ ປຸ້ນຮ້ານຂາຍຄໍາ ທີ່ວ່ານັ້ນໄດ້ 3 ຄົນ ພ້ອມຂອງກາງ ຄືປືນອາກາ ແລະ ຣົດ ທີ່ໃຊ້ຫລົບໜີ ແລະ ໄດ້ຄໍາມູນຄ່າ 800 ກວ່າ ລ້ານກີບ ຄືນມາ. ຜູ້ຕ້ອງຫາ ສາຣະພາບວ່າ ສາເຫດ ທີ່ພາໃຫ້ ປຸ້ນຮ້ານຂາຍຄໍາ ແມ່ນເພື່ອເອົາໄປຂາຍ ແລະ ຄົນໃນຮ້ານນັ້ນ ບໍ່ມີຫລາຍ ຊຶ່ງຂະນະນີ້ ເຈົ້າໜ້າທີ່ ກໍາລັງສອບສວນ ພວກເຂົາຕື່ມຢູ່ ເພື່ອຮູ້ ເຖິງຂະບວນການ ປຸ້ນນັ້ນ.

ເຈົ້າໜ້າທີ່ວ່າ ປືນ ທີ່ຜູ້ຕ້ອງຫາ ໃຊ້ນັ້ນ ເປັນປືນທີ່ຜລິດ ຢູ່ປະເທດຈີນ ທີ່ສາມາດ ຫາຊື້ໄດ້ຕາມຕລາດ ໃຕ້ດິນ ໃນປະເທດລາວ. ປັດຈຸບັນ ມີຄົນບໍ່ດີ ມີປືນປະເພດ ດັ່ງກ່າວ ຫລາຍສົມຄວນ ເພື່ອກໍ່ອາສຍາກັມ ຊຶ່ງເຈົ້າໜ້າທີ່ ພຍາຍາມ ຊອກຫາ ແຫລ່ງທີ່ຂາຍ ນັ້ນຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.