ທາງການໃຫ້ທຸກເຂື່ອນ ຕຽມຮັບມື ພັຍນໍ້າຖ້ວມ

ໄຊຍາ
2021.06.16
ທາງການໃຫ້ທຸກເຂື່ອນ ຕຽມຮັບມື ພັຍນໍ້າຖ້ວມ ເຂື່ອນນໍ້າແບງ
ນັກຂ່າວພົລເມືອງ

ທາງການລາວເຂັ້ມງວດ ໃຫ້ເຂື່ອນໄຟຟ້າທຸກແຫ່ງ ທີ່ມີຢູ່ປະມານ 78 ໂຄງການທົ່ວປະເທດ ຕ້ອງມີແຜນ ແລະຕຽມຄວາມພ້ອມ ຮັບມືກັບຝົນຕົກໜັກ ແລະ ພັຍນໍ້າຖ້ວມທີ່ອາດຈະ ເກີດຂຶ້ນໃນໄລຍະຣະດູຝົນປີນີ້ ໂດຍທຸກໂຄງການຕ້ອງເອົາໃຈໃສ່ທຸກຂັ້ນຕອນ ການຣາຍງານ ປະຣິມານນໍ້າ ແລະການປ່ອຍນໍ້າຕ້ອງແຈ້ງ ໃຫ້ກະຊວງພະລັງງານແລະບໍ່ແຮ່ຮັບຮູ້ຢ່າງຣະອຽດ ດັ່ງເຈົ້າໜ້າທີ່ກະຊວງ ພະລັງງານແລະບໍ່ແຮ່ ທີ່ບໍ່ປະສົງອອກຊື່ ແລະ ສຽງກ່າວຕໍ່ເອເຊັຽເສຣີ ໃນວັນທີ 16 ມິຖຸນາ ນີ້ວ່າ:

"ທາງກະຊວງກາໃຫ້ໂຄງການ ແຕ່ໂຄງການຫັ້ນຕຽມພ້ອມຮັບມື ແລ້ວກາຜົລກະທົບຊັບສີນຕ່າງໆ ຢູ່ລຸ່ມເຂື່ອນເຈົ້າຂອງ. ມີແຜນໂຕນີ້ ໃຫ້ກະຊວງແຕ່ລະ ໂຄງການຕ້ອງມີໝົດ, ແຕ່ລະໂຄງການຂະເຈົ້າ ກາສົ່ງຣະດັບນໍ້າມາໃຫ້ທາງ ກະຊວງແລ້ວທາງເຮົາຈະຕິດຕາມ ເບິ່ງວ່າໂຄງການໂຕໃດມັນຂຶ້ຶນ ຣະດັບເທົ່າໃດລະ. ພວກເຮົາຈະເຮັດໜັງສືແຈ້ງໃຫ້ໂຄງ ການນັ້ນປ່ອຍເພື່ອຕຽມຮັບມືພະຍຸ."

ທ່ານໄດ້ກ່າວຕື່ມວ່າ ຈາກການຕິດຕາມ ແລະກວດກາບັນດາເຂື່ອນໄຟຟ້າ ແຕ່ລະໂຄງການ ໃນທົ່ວປະເທດ ເມື່ອປີ 2020 ທີ່ຜ່ານມາ ເຫັນວ່າເຂື່ອນໄຟຟ້າທຸກແຫ່ງ ມີຄວາມແຂງແຮງ ໝັ້ນຄົງ ແລະ ຍັງບໍ່ພົບເຂື່ອນໄຟຟ້າ ໂຄງການໃດມີຄວາມສ່ຽງ ແລະ ຜິດປົກກະຕິ. ໂດຍບົດຮຽນ ແລະ ປະສົບການໃນໄລະຍຜ່ານມາ ກໍເຮັດໃຫ້ບັນດາເຂື່ອນໄຟຟ້າ ແຕ່ລະໂຄງການ ເອົາໃຈໃສ່ ໃນການກວດກາທີ່ ເຂັ້ມງວດຂຶ້ນ ເມື່ອທຽບໃສ່ໄລຍະຫຼາຍປີຜ່ານມາ.

ຂນະທີ່ເຈົ້າທີ່ຜແນກພະລັງງານ ແລະ ບໍ່ແຮ່ ແຂວງຊຽງຂວາງ ໄດ້ກ່າວວຕໍ່ເອເຊັຽເສຣີໃນມື້ດຽວກັນວ່າ ສຳລັບແຂວງຊຽງຂວາງ ເຊິ່ງ ຖືວ່າມີເຂື່ອນໄຟຟ້າ ບໍ່ຕໍ່າກວ່າ 10 ໂຄງການທັງ ຂນາດໃຫຍ່, ຂນາດກາງ ແລະ ຂນາດນ້ອຍ ກະຈາຍຢູ່ທົ່ວແຂວງ. ຜ່ານມາກໍເຄີຍ ເກີດເຫດການ ເຂື່ອນໄຟຟ້າແກ້ງຄວັນ ເຊິ່ງເປັນເຂື່ອນຂນາດນ້ອຍແຕກ ເມື່ອປີ 2019 ສ້າງຄວາມ ເສັຍຫາຍ ຕໍ່ການເປັນຢູ່ຂອງ ປະຊາຊົນ, ຊັບສິນມີຄ່າ ແລະ ເນື້ອທີ່ທໍາການກະເສດທັງໝົດ 3 ບ້ານ ຂອງ ເມືອງແປກ.

ເພື່ອປ້ອງການເຫດສຸກເສີນ ແລະ ພັຍນໍ້າຖ້ວມ ທີ່ອາດຈະເກີດຂຶ້ນ ທຸກເມື່ອທຸກເວລາ ທາງການແຂວງກໍໄດ້ແຈ້ງໃຫ້ ບັນດາເຂື່ອນ ໄຟຟ້າ ແຕ່ລະໂຄງການເອົາໃຈໃສ່ ໃນການກວດກາ, ຕິດຕາມ ແລະ ຣາຍງານປະຣິມານນໍ້າ ໃນເຂື່ອນໃຫ້ທາງການລາວ ຮັບຮູ້ ເພື່ອຫາລື ຮ່ວມກັນໃນການຕຽມພ້ອມ ການຮັບມື.

"ໄທເຮົາມັນເປັນຣະບົບຄັກແນ່ ໃຫ້ແຕ່ລະໂຄງການຫັ້ນ ໃຫ້ຣາຍງານເປັນປະຈຳ ນໍ້າຂຶ້ນທໍ່ໃດລົງທໍ່ໃດ ມັນຫຼາຍສ່ຳໃດປ່ອຍຖີ້ມສໍ່າໃດ ມັນຕ້ອງກວດກາ ນໍາກັນຫັ້ນນ່າ ບໍ່ໃຫ້ມັນມີຜົລ ກະທົບຄາດວ່າຝົນສິຕົກຫຼາຍ ເຮົາຕ້ອງເບິ່ງພຍາກອນອາກາດ ຕ້ອງໄດ້ປ່ອຍຖິ້ມ ໃຫ້ມັນຫຼາຍໆຫັ້ນ ຢ່າສູ່ໃຫ້ມັນຄ້າງຫຼາຍບາດ ມັນປ່ອຍບາດດຽວມັນມີບັນຫາ."

ທ່ານໄດ້ກ່າວຕື່ມວ່າ ແນວໃດກໍຕາມ ຍັງມີບາງໂຄງການທີ່ຈະໄດ້ເຂັ້ມງວດ ແລະຕິດຕາມເປັນກໍຣະນີພິເສດ ເຊັ່ນເຂື່ອນໄຟຟ້າ ນໍ້າງຽບ 2, ເຂື່ອນໄຟຟ້ານໍ້າງື່ມ 4 ແລະ ເຂື່ອນແກ້ງຄວັນ ເນື່ອງຈາກຢູ່ຣະຫວ່າງການກໍ່ສ້າງ ແລະ ມີການປັບປຸງເຣື່ອງມາຕຖານໂຄງສ້າງ ຂອງເຂື່ອນຄືນໃໝ່.

ທາງດ້ານເຈົ້າໜ້າທີ່ ຜແນກພະລັງງານ ແລະບໍ່ແຮ່ ແຂວງອັດຕະປື ໄດ້ກ່າວຕໍ່ເອເຊັຽເສຣີ ວ່າພັຍນໍ້າຖ້ວມມັນຖືເປັນພັຍທັມມະຊາດ ທີ່ ອາດຈະເກີດຂຶ້ນໄດ້ທຸກເມື່ອ ແລະ ແຂວງ ອັດຕະປື ກໍເປັນນຶ່ງໃນຫຼາຍແຂວງ ທີ່ເກີດນໍ້າຖ້ວມທຸກປີ. ບາງໂຄງການກໍໄດ້ສ້າງຄວາມ ເສັຽຫາຍ ຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ໄປຢ່າງຫຼວງຫຼາຍ ເຊັ່ນເຫດການເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກ ເມື່ອປີ 2018 ທີ່ເປັນເຫດການເຂື່ອນແຕກ ອັນຮ້າຍແຮງ ແລະ ເກີດຄວາມສູນເສັຍຫຼາຍທີ່ສຸດ.

ແຕ່ສຳລັບປີ່ນີ້ ທາງການແຂວງອັດຕະປື ກໍໄດ້ລົງໄປຕິດຕາມ ກວດກາບັນດາເຂື່ອນໄຟຟ້າ ແຕ່ລະແຫ່ງແລ້ວເຫັນວ່າ ທຸກໂຄງການມີ ຄວາມພ້ອມ ໃນການຮັບມື ບໍ່ມີບັນຫາຫຍັງ ທຸກໂຄງການ ຍັງແຂງແຮງ ໝັ້ນຄົງດີ.

"ມັນກາບໍ່ວ່າໄດ້ດອກ ເຣື່ອງພັຍທັມຊາດ ຄືສິບໍ່ເປັນຫຍັງເບາະ ແຕ່ວ່າແຜນເຂົາກາມີລົງຢູ່ດອກຊ່ວງມັນຮຸມໆ ພຸ້ນແຫຼະເຂົາຈັ່ງລົງ ຫັ້ນນ່າ ແຜນກວດກາເບາະ ແຜນຕິດຕາມປົກກະຕິ ຢູ່ດອກອັນນັ້ນນ່າ."

ກ່ຽວກັບເຣື່ອງນີ້ ຊາວລາວຜູ້ນຶ່ງຢູ່ເມືອງແປກ ແຂວງຊຽງຂວາງ ທີ່ອາສັຍຢູ່ໃກ້ກັບເຂື່ອນໄຟຟ້າ ແກ້ງຄວັນ ກ່າວຕໍ່ເອເຊັຽເສຣີໃນມື້ ດຽວກັນວ່າຣະດູຝົນປີນີ້ ທາງການແຂວງຊຽງຂວາງ ກໍໄດ້ແຈ້ງການໃຫ້ປະຊາຊົນ ທີ່ອາສັຍຢູ່ໃກ້ກັບເຂື່ອນໄຟຟ້າ ແຕ່ລະໂຄງການ ໃຫ້ມີສະຕິ ແລະ ຕຽມພ້ອມຮັບມືຫາກເກີດເຫດສຸກເສີນ ແລະພັຍນໍ້າຖ້ວມຂຶ້ນ ເຊິ່ງໃນຖານະປະຊາຊົນ ກໍບໍ່ໄດ້ກັງວົນໃຈປານໃດ ແຕ່ກາຕຽມພ້ອມຄວາມພ້ອມໄວ້ບໍ່ປມາດ.

"ຍາມຝົນນີ້ເນາະ ຊ່ວງນີ້ຂະເຈົ້າກາມີສະຕິ ໃຫ້ແຈ້ງເນາະໃຫ້ຣະມັດຣະວັງຫັ້ນນ່າເນາະ ມີວິທີແກ້ໄຂເນາະ ປີກາຍນີ້ມັນກາບໍ່ຖ້ວມ ເພາະວ່າ ປະຣິມານນໍ້າຝົນກາບໍ່ຫຼາຍ ເນາະ, ແນະນຳຂະເຈົ້າຢູ່ ຄັນວ່າຝົນຕົກໜັກຫຼາຍ ໃຫ້ຂະເຈົ້າມີສະຕິຫັ້ນນ່າ."

ຊາວລາວຜູ້ນຶ່ງໃນເມືອງຊຽງເງິນ ແຂວງຫຼວງພຣະບາງ ທີ່ອາສັຍຢູ່ທ້າຍເຂື່ອນນໍ້າຄານ 3 ໄດ້ກ່າວວ່າໄລຍະນີ້ຣະດັບສາຍນໍ້າຄານ ຍັງປົກກະຕິ ແລະ ຍັງບໍ່ມີພາກສ່ວນ ແຈ້ງການໃຫ້ກະຕຽມຮັບມື.

"ປີນີ້ຍັງຖືວ່າຍາມຝົນ ຍັງປົກກະຕິຍັງບໍ່ຮ້າຍແຮງ ເດືອນ 9 ເດືອນ 10 ໂຕນີ້ຝົນຕົກແຮງນ່າ ມັນຈະຂ້ອນຂ້າງແຂງແຮງ ແຕ່ລະປີ ຫັ້ນນ່າ."

ທາງດ້ານເຈົ້າໜ້າທີ່ ກະຊວງພະລັງງານ ແລະບໍ່ແຮ່ ແລະ ປະສານງານບໍຣິສັດເຂື່ອນ ເຊປຽນ-ເຊນໍ້ານ້ອຍ ໄດ້ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນນີ້ ດ້ວຍຂໍ້ຄວາມສັ້ນໆວ່າ ເຂື່ອນເຊປຽນ ເຊນໍ້ານ້ອຍ ຮັບປະກັນວ່າຈະບໍ່ເກີດເຫດການ ເຂື່ອນແຕກຂຶ້ນອີກ ຄັ້ງນຶ່ງ. ເນື່ອງຈາກໄດ້ຖອດບົດຮຽນ ພາຍຫຼັງ ເຂື່ອນແຕກ ແລະ ປັບປຸງຄືນໃໝ່ ເປັນໄປຕາມມາຕຖານ ຂອງ ທາງການລາວ ແລະ ສາກົລກຳນົດໄວ້.

"ດຽວນີ້ພວກເຮົາເອົາຖອດບົດຮຽນ ພາຍຫຼັງເຂື່ອນແຕກກາໄດ້ ເວົ້າໝົດແລ້ວ ໃຫ້ມັນໄປຕາມຣະບຽບ ໄປຕາມຂັ້ນຕອນສາກົລຫັ້ນ ແຫຼະທີ່ເພິ່ນກຳນົດໄດ້ທົດສອບ ໄປນໍາເລີຍຖືວ່າ ກາຮັບປະກັນ."

ສຳລັບປະເທດລາວ ປະສົບກັບເຂື່ອນໄຟຟ້າແຕກມາແລ້ວ 4 ຄັ້ງ. ຄັ້ງທີ 1 ໃນວັນທີ 16 ທັນວາ ປີ 2016 ເກີດເຫດອຸໂມງໄຟຟ້າ ຂອງເຂື່ອນເຊກະໝານ 3 ຂອງບໍຣິສັດວຽດນາມ ແຕກ ເຮັດໃຫ້ປະຣິມານນໍ້າ ມະຫາສານ ໄຫຼຖ້ວມບ້ານເຮືອນ ປະຊາຊົນ ຢູ່ເມືອງດາກຈຶງ ແຂວງເຊກອງ.

ຄັ້ງທີ 2 ວັນທີ 11 ກັນຍາ ປີ 2017 ເຂື່ອນນໍ້າອ້າວແຕກ ໃນເມືອງຜາໄຊ ແຂວງຊຽງຂວາງ ເຊິ່ງຢູ່ໃນໄລຍະກຳລັງ ກໍ່ສ້າງເຮັດໃຫ້ ປະຊາຊົນ 8 ບ້ານ ຢູ່ເມືອງທ່າໂທມ ແຂວງ ໄຊສົມບູນ ຖືກນໍ້າຖ້ວມເສັຽຫາຍໜັກ.

ຄັ້ງທີ 3 ໃນວັນທີ 23 ກໍຣະກະດາ ປີ 2018 ເກີດເຫດສັນເຂື່ອນ D ຂອງເຂື່ອນເຊປຽນ ເຊນໍ້ານອ້ຍ ແຕກ ສົ່ງຜົລໃຫ້ປະຣິມານນໍ້າ ມະຫາສານ ໄຫຼຖ້ວມ 19 ບ້ານ ຢູ່ເມືອງສນາມໄຊ ແຂວງອັດຕະປື.

ແລະ ຄັ້ງທີ 4 ໃນວັນທີ 4 ສິງຫາ ປີ 2019 ເຂື່ອນ ແກ້ງຄວັນແຕກ ຢູ່ເມືອງແປກ ແຂວງຊຽງຂວາງ ຍ້ອນຝົນຕົກໜັກ ເຮັດໃຫ້ໂຕ ເຂື່ອນຮັບປະຣິມານນໍ້າບໍ່ໄຫວ ຈົນເຂື່ອນຍຸບ ແລະ ແຕກຈົນເກີດນໍ້າໄຫຼຖ້ວມ 3 ບ້ານ ເກີດຄວາມເສັຽຫາຍຢ່າງໜັກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.