ມ.ສະໜາມໄຊ ຍັງຫາຍສາບ​ສູນ 131 ແລະພົບສົບ 26 ຄົນ

ເຫດການ ສັນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຝົກຕົກໜັກ ນໍ້າຖ້ວມ ເມືອງສະໜາມໄຊ ແຂວງອັດຕະປື ພົບຜູ້ເສັຍຊີວິດ ແລ້ວ 26 ຄົນ ແລະ ຍັງຫາຍສ​າບ​ສູນ 131 ຄົນ.

ຊາວບ້ານ ປະມານ 800 ປາຍຄົນ ທີ່ໄດ້ຮັບຜົລກະທົບ ຈາກນ້ຳຖ້ວມ ຍ້ອນສັນເຂື່ອນແຕກ ທີ່ແຂວງອັດຕະປື ໄດ້ຖືກນຳມາສູນບັນເທົາທຸກ ຊົ່ວຄາວ ທີ່ເມືອງປາກຊ່ອງ ແຂວງຈຳປາສັກ. RFA/LX

ໃນຕອນແລງຂອງວັນທີ 25 ກໍຣະກະດາ 2018 ຕາມເວລາໃນລາວ, ຄນະຮັບຜິດຊອບແກ້ໄຂສະພາບນໍ້າຖ້ວມສຸກເສີນ ຣາຍງານວ່າ ພົບເຫັນຜູ້ເສັຍຊີວິດ ທັງໝົດ 26 ຄົນແລະຍັງຫາຍສ​າບ​ສູນ 131 ຄົນສ່ວນໃຫຍ່ແມ່ນແມ່ຍິງແລະເດັກນ້ອຍ. ຈາກສາເຫດ ນໍ້າຖ້ວມ ເມືອງສະໜາມໄຊ ແຂວງອັດຕະປື ສາເຫດມາຈາກຄູກັ້ນນໍ້າສັນເຂື່ອນ D ຂອງເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກ ແລະ ຍຸບລົງ. ດັ່ງເຈົ້າໜ້າທີ່ ຄນະຮັບຜິດຊອບແກ້ໄຂ ສະພາບນໍ້າຖ້ວມສຸກເສີນ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຍເສຣີວ່າ:

"ຕາມເພິ່ນອອກຂ່າວຕອນເຊົ້ານີ້ 25 ກໍຣະກະດາ ເພາະວ່າ ນໍ້ານີ້ຍັງບໍ່ທັນສລຸບໄດ້ທັງໝົດ ມີແຕ່ຍັງບໍ່ທັນພົບເຫັນ ຕາມທີ່ຣາຍງານຄື ເຮືອນປະຊາຊົນຈົມຢູ່ພື້ນນໍ້າ ຍັງກວດບໍ່ທັນເຫັນ ຍັງກຳລັງກູ້ພັຍຢູ່."

ທ່ານກ່າວຕື່ມວ່າ ຂນະນີືຍັງບໍ່ສາມາດສລຸບຕົວເລກ ຂອງຜູ້ຫາຍສ​າບ​ສູນໄດ້ທັງໝົດ ເນື່ອງຈາກເຈົ້າໜ້າທີ່ກູ້ພັຍ ແລະ ເຈົ້າໜ້າທີ່ທາງການ ກຳລັງເລັ່ງເຂົ້າໄປຊ່ອຍເຫລືອ ປະຊາຊົນທີ່ຕິດຢູ່ຕາມຫລັງຄາເຮືອນ ແລະ ກົກໄມ້ທີ່ຍັງຖ້າການຊ່ອຍເຫລືອ.

ສ່ວນການຊ່ອຍເຫລືອ ແລະບັນເທົາທຸກ ປະຊາຊົນຜູ້ຖືກຜົລກະທົບ ທີ່ໄດ້ຍົກຍ້າຍມາຢູ່ບ່ອນປອດພັຍ ທີ່ທາງການຈັດສັນໃຫ້ນັ້ນຂນະນີ້ ປະຊາຊົນຫລາຍຄົນ ບໍ່ມີເຄື່ອງນຸ່ງ ບໍ່ມີຫ້ອງນໍ້າ ຢາ ແລະນາຍແພດ ນາຍໝໍ.

ທ່ານ ທອງລຸນ ສີສຸດລິດ ນາຍົກຣັຖມົນຕຣີ ໄດ້ເດີນທາງໄປແຂວງອັດຕະປື ຕັ້ງແຕ່ວັນທີ 24 ກໍຣະກະດາ ເພື່ອຕິດຕາມເຫດການນໍ້າຖ້ວມ ແລະຮ່ວມແກ້ໄຂສະຖານະການ ປະຊາຊົນຜູ້ທີ່ຖືກຜົລກະທົບ ພ້ອມດ້ວຍມອບເງິນຊ່ອຍເຫລືອຈຳນວນ 1,2 ຕື້ກີບ ໃຫ້ກັບຄນະຮັບຜິດຊອບ ແກ້ໄຂ ສຸກເສີນນໍ້າຖ້ວມ ແຂວງອັດຕະປື.

ຢ່າງໃດກໍ່ຕາມ ຄນະຮັບຜີດຊອບແກ້ໄຂສະພາບນໍ້າຖ້ວມສຸກເສີນ ແຂວງອັດຕະປື ກ່າວວ່າ ຈະພຍາຍາມຢ່າງເຕັມທີ່ ເພື່ອຊ່ອຍເຫລືອ ໃຫ້ປະຊາຊົນຜູ້ຖືກຜົລກະທົບ ໃຫ້ປອດພັຍຫລາຍທີ່ສຸດ ເຖິງແມ່ນວ່າຈະມີຄວາມລຳບາກ ໃນການເຂົ້າໄປກູ້ຊີບ ແລະ ຄົ້ນຫາຜູ້ລອດຊີວິດ ຍັງຕົກຄ້າງຢູ່ກໍ່ຕາມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org