ບັນຫາຄວາມຮຸນແຮງພາຍໃນ ຄອບຄົວ

ສິດນີ
2016.03.11
F-Lao-women ແມ່ຍິງລາວໃນແຂວງຈໍາປາສັກ
RFA

ການສຳຣວດ ຂອງອົງການ ສະຫະປະຊາຊາດ ເມື່ອມໍ່ໆ ມານີ້ ພົບວ່າ 1 ໃນຈຳນວນ 7 ຄົນ ຂອງ ແມ່ຍິງລາວ ຖືກສາມີ ກົດຂີ່ ທຳຮ້າຍ ຮ່າງກາຍ ບໍ່ວ່າທາງ ດ້ານຈິດໃຈ ແລະ ທາງເພດ ຊຶ່ງ ເປັນບັນຫາໃຫຽ່ ໃນສັງຄົມລາວ ຢູ່ທຸກມື້ນີ້ ໂດຍສະເພາະ ແມ່ຍິງ ໃນເຂດ ຊົນນະບົດ ທີ່ ທຸກຍາກ ຂາດຢາ ຮັກສາໂຣຄ ແລະ ຂາດກົດໝາຍ ຄຸ້ມຄອງ.

ບົດຣາຍງານ ແມ່ນຈາກ ການສຳຣວດ ໂດຍ ຣັຖບານລາວ ແລະ ຫນ່ວຍງານ ສະຫະປະຊາຊາດ ດ້ານ ພົລເມືອງ ທີ່ ໄດ້ສຳພາດ ແມ່ຍິງລາວ ກວ່າ 3 ພັນຄົນ ໃນທົ່ວ ປະເທດ ຊື່ງ ເປັນການສຳຣວດ ເທື່ອທຳອິດ ໃນ ບັນຫານີ້ ໃນປະເທດ ຄອມມິວນິສ ສປປລາວ.

ຍານາງ ANNA KARIN JATFORS ຮອງ ຫົວຫນ້າ ຫ້ອງການ ສະຫະປະຊາຊາດ ດ້ານແມ່ຍິງ ປະຈຳ ຂົງເຂດ ເອເຊັຽ-ປາຊິຝິກ ກ່າວວ່າ ເປັນ ເທື່ອທຳອິດ ທີ່ ສປປລາວ ມີຂໍ້ມູນ ກ່ຽວກັບ ການທຳຮ້າຍ ຮ່າງກາຍ ແມ່ຍິງ ຈາກ ສາມີ ຊື່ງ ເປັນບັນຫາ ສັງຄົມ ທີ່ສຳຄັນ ໃນລາວ ເພື່ອໃຊ້ໃນ ການວາງ ນະໂຍບາຍ ການພັທນາ ປະເທດຊາດ.

ການສຳຣວດ ຍັງພົບວ່າ ມີພຽງແຕ່ 5% ຂອງ ຜູ້ເຄາະຮ້າຍ ເທົ່ານັ້ນ ທີ່ ຣາຍງານ ເຣື້ອງນີ້ຕໍ່ ເຈົ້າຫນ້າທີ່ ຕຳຣວດ ເພື່ອຂໍຄວາມ ຊ່ອຍເຫລືອ ແລະ ມີນ້ອຍຄົນ ທີ່ໄປປີ່ນປົວ ຢູ ໂຮງຫມໍ ຍ້ອນ ສປປລາວ ຍັງຂາດ ໂຄງຮ່າງ ພື້ນຖານ ການຄົມມະນາຄົມແລະ ສຸຂສາລາ ປະຈຳບ້ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.