3 ມື້ ເສັຽຊີວິດ 30 ຄົນ ໄລຍະ ປີໃໝ່ລາວ
2021.04.19
ໃນໄລຍະພຽງ 3 ມື້ ແຕ່ວັນທີ 14 ຫາວັນທີ 16 ເມສາ 2021 ຂອງການສເລີມສລອງ ບຸນປີໃໝ່ລາວ ມີຜູ້ເສັຽຊີວິຕຍ້ອນອຸບັດຕິເຫດ ຕາມທ້ອງຖນົນໃນທົ່ວປະເທດລາວ ເຖິງ 30 ຄົນ ແລະບາດເຈັບອີກເປັນຈໍານວນ ຫຼາຍສົມຄວນ, ຖືວ່າຫຼາຍກວ່າປີກາຍ.
ແຕ່ເຈົ້າໜ້າທີ່ກົມໃຫຍ່ ຕໍາຣວດ ຢູ່ນະຄອນຫລວງວຽງຈັນ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 19 ເມສາ ນີ້ວ່າ ຍັງບໍ່ທັນໄດ້ ມີການສລຸບ ຈໍານວນອຸບັດຕິເຫດ ທີ່ເກີດຂຶ້ນໃນ ທົ່ວປະເທດເທື່ອວ່າ ມີເທົ່າໃດແທ້. ແຕ່ໃນເບື້ອງຕົ້ນຄາດວ່າ ຈໍານວນອຸບັດຕິເຫດນັ້ນ ຈະຫລຸດລົງກວ່າເມື່ອ 2-3 ປີກ່ອນ ຍ້ອນມີໂຄວິດ-19 ຣະບາດ ແລະມີມາຕການປ້ອງໄວຣັສ ນີ້ຢ່າງເຂັ້ມງວດ ເຮັດໃຫ້ບໍ່ມີການສເລີມ ສລອງ ໄດ້ຢ່າງເຕັມທີ່ ດັ່ງທີ່ທ່ານກ່າວວ່າ:
“ຢູ່ທົ່ວປະເທດ ຂໍ້ມູນຕົວນີ້ ເພິ່ນບໍ່ຍັງສລຸບໃຫ້ໄດ້ ເພາະວ່າຄືມື້ອື່ນ ເພິ່ນຈັ່ງສລຸບລະອຽດ. ອັນນຶ່ງມາ ເມົາແລ້ວຂັບ. ອັນສອງມາບໍ່ ປະຕິບັດກົດຣະບຽບຈະຣາຈອນ ຫລື ວ່າຂີ່ຣົດໄວ. ໄລຍະປີໃໝ່ ສ່ວນຫລາຍສິເມົາແລ້ວຂັບ ອາດສິບໍ່ຫລາຍເທົ່າ 2 ປີ ກ່ອນເນາະ ເພິ່ນກໍຍັງຈໍາກັດ ກໍກ່ຽວກັບພຍາດໂຄວິດ.”
ສໍາລັບປີນີ້ ການເຮັດວຽກຂອງໜ່ວຍກູ້ພັຍ ແມ່ນບໍ່ຫຍຸ້ງຍາກ ຍ້ອນມີການກະຕຽມຮັບມືໄວ້ ເປັນຢ່າງດີ ດັ່ງເຈົ້າໜ້າທີ່ ໜ່ວຍກູ້ພັຍ ທ່ານນຶ່ງ ຢູ່ນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
“ອຸບັດຕິເຫດນີ້ ປີນີ້ຫຼາຍ ເສັຽຊີວິດທັງໝົດນີ້ 30 ຄົນ ທົ່ວປະເທດ ໃນ 3 ວັນ 14, 15, 16. ຂີ່ໄວ ເມົາແລ້ວຂັບ ກໍບໍ່ໄດ້ຫຍູ້ງຍາກ ເພາະວ່າ ໄດ້ຕຽມການມາກ່ອນໜ້ານັ້່ນແລ້ວ. ກໍສິບໍ່ມີບັນຫາຫຍັງຫລາຍ. ຈື່ໄດ້ວ່າບໍ່ແນ່ໃຈປີ 2018 ກັບ 2019 ຮູ້ສຶກວ່າຈະຫຼຸດລົງ ແຕ່ບໍ່ແນ່ໃຈວ່າ ເປັນປີ 2018 ຫລື 2019.”
ແລະເຈົ້າໜ້າທີ່ໜ່ວຍກູ້ພັຍ ທ່ານນຶ່ງ ຢູ່ແຂວງວຽງຈັນ ກໍເວົ້າວ່າປີນີ້ ອຸບັດຕິເຫດຕາມທ້ອງຖນົນ ມີຫລາຍກວ່າປີກາຍ ແຕ່ມີຈໍານວນ ສູສີກັນກັບປີ 2018 ແລະ 2019. ສໍາລັບ ການເຮັດວຽກຂອງໝ່ວຍກູ້ພັຍ ກໍຖືວ່າບໍ່ໄດ້ຫຍຸ້ງຍາກປານໃດ ດັ່ງທີ່ທ່ານຕໍ່ວິທຍຸເອເຊັຍ ເສຣີ ໃນມື້ວັນທີ 19 ເມສາ ນີ້ວ່າ:
“ກໍຫຼາຍປີ 2020 ບໍ່ມີເລີຍ ເພາະເຂົາບໍ່ໃຫ້ຫລິ້ນ. ກໍສູສີ ມັນກໍປົກຕິ ເມົາແລ້ວຂັບຫັ້ນແຫຼະ ສ່ວນຫຼາຍ.”
ຢູ່ແຂວງສວັນນະເຂດ ເຈົ້າໜ້າທີ່ໜ່ວຍກູ້ພັຍ ທ່ານນຶ່ງເວົ້າວ່າອຸບັດຕິເຫດ ທີ່ເກີດຂຶ້ນໃນໄລຍະ ການສລອງບຸນປີໃໝ່ລາວ ປີນີ້ຖືວ່າ ມີຈໍານວນຫລາຍຂຶ້ນກວ່າປີກາຍ, ແຕ່ການເຮັດວຽກຂອງໜ່ວຍກູ້ພັຍ ບໍ່ໄດ້ຫຍຸ້ງຍາກ ດັ່ງທີ່ທ່ານກ່າວວ່າ:
“ກໍຫລາຍຢູ່ ອຸບັດຕິເຫດ ກໍຫລາຍຢູ່. ເພີ່ມຂຶ້ນ ເມົາແລ້ວຂັບ ກໍເສີຍໆ ບໍ່ໄດ້ຫຍູ້ງຍາກຫຍັງ.”
ອີງຕາມການຣາຍງານ ຂອງສື່ທ້ອງຖິ່ນໃນລາວ ວັນທີ 18 ເມສາ ນີ້, ໃນໄລຍະ 3 ມື້ ຂອງການສເລີມສລອງ ບຸນປີໃໝ່ລາວປີນີ້ຄື ແຕ່ວັນທີ 14 ຫາວັນທີ 16 ເມສາ ທົ່ວປະເທດລາວ ເກີດອຸບັດຕິເຫດ ຕາມທ້ອງຖນົນທັງໝົດ 220 ກໍຣະນີ, ມີຍວດຍານພາຫະນະ ເປ່ເພປະມານ 400 ຄັນ ແລະ ມີຜູ້ເສັຍຊີວິດ 30 ຄົນ ຊຶ່ງຈໍານວນທີ່ວ່ານີ້ ເປັນຂໍ້ມູນເບື້ອງຕົ້ນ ເທົ່ານັ້ນ.
ສໍາລັບຈໍານວນອຸບັດຕິເຫດ ທີ່ໄດ້ເກີດຂຶ້ນໃນໄລຍະ ການສລອງບຸນປີໃໝ່ລາວ ປີ 2019 ແຕ່ວັນທີ 13 ຫາ ວັນທີ 17 ເມສາ ທົ່ວປະເທດ ລາວ ມີ 303 ຄັ້ງ ແລະ ມີຜູ້ເສັຍຊີວິດ 37 ຄົນ. ໃນປີ 2020 ແຕ່ມື້ວັນທີ 13 ຫາ ວັນທີ 16 ມີອຸບັດຕິເຫດ ໄດ້ເກີດຂຶ້ນ 37 ຄັ້ງແລະມີ ຜູ້ເສັຍຊີວິດ 15 ຄົນ ເຖິງຈະບໍ່ໄດ້ຈັດງານ ສອງປີໃໝ່ ຍ້ອນໂຄວິດ-19 ຣະບາດ ນັ້ນກໍຕາມ.