ຝົນຈະຕົກໜັກຕໍ່ອີກຫລາຍມື້


2013.09.26
F-flood-saravan ສາຣະວັນ ກໍາລັງຕຣຽມຮັບມືກັບ ພາຍຸຫົວໃຫຍ່
laonews

 

ກົມອຸຕຸນິຍົມ ແຈ້ງໃນວັນທີ່ 26 ກັນຍາ 2013 ນີ້ວ່າ ຈະມີຝົນຕົກໜັກ ໃນພາກໃຕ້ຂອງລາວ ນັບແຕ່ມື້ນີ້ໄປຈົນຮອດທ້າຍເດືອນ ຍ້ອນພາຍຸ ຫົວໃໝ່ກໍາລັງຈະເຄື່ອນເຂົ້າມາ ຈຶ່ງຢາກໃຫ້ປະຊາຊົນຄ່ອຍລະວັງ ຕຣຽມພ້ອມໂຍກຍ້າຍໄປຢູ່ທີ່ສູງ:

"ພາຍຸຫົວໃໝ່ນິີ້ ຕາມວ່າຄາດຄະເນ ແມ່ນວັນທີ 30 ມັນຈະເຂົ້າ. ດຽວນີ້ເພິ່ນກໍໃຫ້ຕຽມພ້ອມແຫລະ ຕຽມພ້ອມແບບທີ່ວ່າ ພວກທີ່ຢູ່ເຂດຕໍ່າ ຫັ້ນນະ ແຖວຫ້ອງແຖວບຸ່ງ ແຖວອັນນີ້ນະ ໃຫ້ມີສະຕິ ຢ້ານມັນສີ່ມາອີກລູກໃໝ່ນີ້ ເພິ່ນກໍແຈ້ງໃຫ້ຕຽມພ້ອມ ເພາະວ່າພັຍກອນ ເພິ່ນກໍເຮັດມາ ໃຫ້ວ່າ ເລີ້ມມື້ເຊົ້າມື້ນີ້ແຫລະ ມັນຈະມີຝົນ".

ເຈົ້າໜ້າທີ່ອຸຕຸນິຍົມວ່າ ບໍຣິເວນຄວາມກົດອາກາດສູງ ຈາກປະເທດຈີນ ກໍາລັງຂ້ອນຂ້າງແຮງ ແຜ່ລົງມາປົກຄຸມພາກເໜືອຂອງລາວ ເຮັດໃຫ້ ຮ່ອງແລວມໍຣະສຸມ ທີ່ຜ່ານມາທາງເທິງ ມີກໍາລັງແຮງຂຶ້ນ ປະກອບກັບມໍຣະສຸມ ທາງພາກຕະເວັນຕົກສ່ຽງໃຕ້ຈະເຮັດໃຫ້ບາງ ສ່ວນຂອງພູມີ ປະເທດ ມີຝົນຕົກ ປານກາງ ໄປຫາໜັກ. ອີກດ້ານນຶ່ງ ຄວາມກົດອາກາດຕໍ່າ ໃນທະເລຈີນໃຕ້ ກໍາລັງແຮງຂຶ້ນເປັນພາຍຸ ດີແປຣດຊັນແລ້ວ. ຄາດວ່າຈະເຄື່ອນເຂົ້າມາຝັ່ງ ພາກກາງຂອງວຽດນາມ ໃນວັນທີ່ 30 ກັນຍາ ຫາວັນທີ່ 1 ຕຸລາ ອັນຈະເຮັດໃຫ້ມີ ຝົນຕົກໜັກໃນ ແຂວງສາ ຣະວັນ ເຊກອງ ຈໍາປາສັກ ແລະອັຕະປື. ສໍາລັບປະຊາຊົນ ທີ່ຢູ່ໃນບໍຣິເວນຕໍ່າ ຫລືວ່າ ຢູ່ໃກ້ແຄມເຊ ກໍໃຫ້ຫາທາງ ຍ້າຍໄປຢູ່ບ່ອນສູງ ເພື່ອ ບໍ່ປະມາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.