ອຸບັດຕິເຫດເຮືອບິນຕົກ ທີ່ ປາກເຊ

ມີຢ່າງໜ້ອຍ 44 ຄົນ ເສັຍຊີວິດ ໃນ ອຸບັດຕິເຫດ ເຮືອບິນຕົກ ທີ່ ປາກເຊ ແຂວງ ຈໍາປາສັກ.

ເຮືອບິນ ATR72 ຂອງສາຍການບິນລາວ ຖ້ຽວບິນ QV 301 ວຽງຈັນ-ປາກເຊ ເກີດອຸບັດຕິເຫດ ຕົກລົງແມ່ນ້ຳຂອງ ໃນຕອນແລງວັນພຸດ ທີ 16 ຕຸລາ 2013 RFA

ເຮືອບິນ ATR72 ຂອງສາຍການບິນລາວ, ຖ້ຽວບິນ QV301 ວຽງຈັນ-ປາກເຊ ເກີດອຸບັດຕິເຫດຕົກລົງແມ່ນໍ້າຂອງ ໃນຕອນແລງ ວັນພຸດ ທີ 16 ເດືອນຕຸລາ, ມີຜູ້ເສັຍຊີວິດຢ່າງໜ້ອຍ 44 ຄົນ, ໃນ ຂະນະທີ່ ໃກ້ຈະລົງສູ່ ສນາມບິນ ປາກເຊ.

ເຮືອບິນລໍາດັ່ງກ່າວກຳນົດອອກເດີນທາງຈາກວຽງຈັນ 14:45 ໂມງ ແລະຄາດວ່າຈະເຖິງປາກເຊ 15:55 ໂມງ, ມີຜູ້ໂດຍສານ 44 ຄົນ ແລະ ເຈົ້າໜ້າທີ່ ການບິນ 5 ຄົນ, ໃນນັ້ນ ຮວມທັງ ຊາວລາວ 17 ຄົນ, ຝຣັ່ງເສດ 7 ຄົນ, ອົສເຕຣເລັຍ 5 ຄົນ, ໄທ 5 ຄົນ, ເກົາຫລີ 3 ຄົນ, ວຽດນາມ 2 ຄົນ, ຈີນ 1 ຄົນ, ໃຕ້ຫວັນ 1 ຄົນ, ການາດາ 1 ຄົນ, ມະເລເຊັຍ 1 ຄົນ ແລະອະເມຣິກັນ 1 ຄົນ. ປັຈຈຸບັນ ເຈົ້າ ໜ້າທີ່ ສາມາດ ເກັບກູ້ຊາກຊົບໄດ້ ຈໍານວນນຶ່ງແລ້ວ.

ອີງຕາມ ຖແລງການ ຂອງ ຣັດວິສະຫະກິຈ ການບິນລາວ, ສາເຫດ ທີ່ເຮັດໃຫ້ ເຮືອບິນ ເກີດອຸບັດຕິເຫດ ຄັ້ງນີ້ ເນື່ອງຈາກວ່າ ໃນເວລາ ທີ່ເຮືອບິນ ຈະລົງສູ່ສນາມບິນປາກເຊນັ້ນ ໄດ້ປະສົບກັບ ສະພາບອາ ກາດປັ່ນປ່ວນມີຝົນ ແລະ ຟ້າຂະນອງ ກະທັນຫັນ. ລັດວິສະຫະກິຈ ການບິນລາວ ໄດ້ປະສານງານກັບພາກສ່ວນກ່ຽວຂ້ອງ ເພື່ອປະຕິບັດ ວຽກງານຕາມຂັ້ນຕອນໃນການຮັບມືກັບເຫດການສຸກເສີນ, ພ້ອມທັງ ໄດ້ຈັດຕັ້ງໜ່ວຍງານ ຮັບຜິດຊອບກູ້ພັຍເພື່ອຊອກຫາຊ່ອຍ ຜູ້ທີ່ລອດ ຊີວິດແລະຕິດຕໍ່ ປະສານງານກັບຍາດພີ່ນ້ອງ ຂອງຜູ້ທີ່ປະສົບ ເຄາະ ຮ້າຍໃນຄັ້ງນີ້.

ປັຈຈຸບັນຍັງຢູ່ໃນລະຍະສືບສວນກ່ຽວກັບຣາຍລະອຽດ ຂອງອຸບັດຕິ ເຫດຄັ້ງນີ້ແລະທາງຣັດວິສະຫະກິຈການບິນລາວຄາດວ່າຈະສາມາດ ໃຫ້ຣາຍລະອຽດເພີ້ມຕື່ມ ໃນຕອນແລງ ວັນທີ 17 ເດືອນຕຸລານີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org