ສຳຣວດດິນ ຜູ້ໄດ້ຮັບຜົລກະທົບ ເຂື່ອນຫຼວງພຣະບາງ

ທາງການລາວ ເຣີ່ມສໍາຣວດພື້ນທີ່ກະສິກັມ ແລະດິນປຸກສ້າງ ເຮືອນຈັດສັນ ໃຫ້ປະຊາຊົນ 23 ບ້ານ ຢູ່ 3 ແຂວງ ໄດ້ແກ່ ຫລວງພຣະບາງ, ອຸດົມໄຊ ແລະໄຊຍະບູຣີ.

ການກໍ່ສ້າງຂົວ ຂ້າມແມ່ນ້ຳຂອງ ມີຄວາມຄືບໜ້າໄປຫຼາຍແລ້ວ ເພື່ອກະຕຣຽມກໍ່ສ້າງ ເຂື່ອນຫຼວງພຣະບາງ ທີ່ເຂດບ້ານຫ້ວຍຢໍ້, ເມືອງຈອມເພັດ ແຂວງຫຼວງພຣະບາງ (TS), ເດືອນ ທັນວາ 2021. RFA

ທາງການລາວ ເຣື່ມສໍາຣວດພື້ນທີ່ກະສິກັມ ແລະດິນປຸກສ້າງເຮືອນຈັດສັນ ໃຫ້ປະຊາຊົນ 23 ບ້ານ ທີ່ຈະໄດ້ຮັບຜົລກະທົບ ຈາກໂຄງການສ້າງເຂື່ອນ ຫລວງພຣະບາງ, ຈະສູນເສັຍທີ່ດິນທໍາການຜລິດ ແລະເຮືອນ ຢູ່ 4 ເມືອງ, 3 ແຂວງ. ໄລຍະທໍາອິດ ຈະສໍາຣວດພື້ນທີ່ໃຫ້ຊາວບ້ານ ທີ່ຖືກຜົລກະທົບໜັກ ແລະຈະຖືກໂຍກຍ້າຍ ຈໍານວນ 6 ບ້ານ, 581 ຄອບຄົວ ຊຶ່ງໃນນັ້ນ ແຂວງຫລວງພຣະບາງ ແມ່ນຢູ່ເມືອງຈອມເພັດ ມີ 4 ບ້ານ, ຢູ່ເມືອງປາກອູ 1 ບ້ານ ແລະແຂວງອຸດົມໄຊ ຢູ່ເມືອງງາ ມີ 1 ບ້ານ.

ເຈົ້າໜ້າທີ່ ດ້ານສິ່ງແວດລ້ອມ ແຂວງຫລວງພຣະບາງ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 19 ມົກກະຣານີ້ວ່າ ການສໍາຣວດນັ້ນ ເຕັມໄປດ້ວຍຄວາມຫຍູ້ງຍາກ ຍ້ອນພື້ນທີ່ເປັນເຂດພູດອຍ ບໍ່ມີດິນຫລາຍສໍາລັບເຮັດການກະເສດ.

ດັ່ງນັ້ນ ການບຸກເບີກຈັດສັນພື້ນທີ່ໃຫ້ຊາວບ້ານທໍາການຜລິດ ອາຈໄດ້ໜ້ອຍ ຄືໄດ້ປະມານ 0.70 ເຮັກຕາຕໍ່ຄອບຄົວເທົ່ານັ້ນ.

ບ່ອນຢູ່ນີ້ພໍ ແຕ່ວ່າບ່ອນທໍາການຜະລິດນີ້ໂອ໋ ມັນຈະຫຍູ້ງຍາກ ນໍາບ່ອນທໍາການຜະລິດຫັ້ນ ຄອບຄົວນຶ່ງ 0.70 ເຮັກຕາເນາະ ຄັນຫລາຍຄອບຄົວ ມັນຈະພໍກັນຊີ້ນ່າ.

ທ່ານກ່າວຕື່ມວ່າ ປັດຈຸບັນ ຍັງບໍ່ທັນມີຣາຍລະອຽດ ທີ່ຈະແຈ້ງເທື່ອວ່າ ຈະບຸກເບີກພື້ນທີ່ເຮັດການກະເສດນັ້ນ ສໍາເຣັດໄດ້ມື້ໃດ ແລະທົດແທນຄວາມເສັຍຫາຍໃຫ້ຊາວບ້ານແນວໃດ ເພາະທາງສູນກາງ ກໍຍັງບໍ່ທັນແຈ້ງຣາຍລະອຽດໃດໆ ກ່ຽວກັບຄວາມຄືບໜ້າໃນການກໍ່ສ້າງ ເຂື່ອນໄຟຟ້າຫລວງພຣະບາງ ມາໃຫ້ຮູ້ເທື່ອ ພຽງແຕ່ໄດ້ຮັບການຢືນຢັນວ່າ ເຂື່ອນນັ້ນຈະເກີດຂຶ້ນແທ້, ເຮັດໃຫ້ພາກສ່ວນທີ່ກ່ຽວຂ້ອງ ໃນແຂວງຫລວງພຣະບາງ ກຽມພ້ອມໄວ້ກ່ອນ.

ສ່ວນດິນປຸກສ້າງເຮືອນຈັດສັນໃໝ່ ໄດ້ສໍາຣວດໄປແລ້ວ 2 ຈຸດ ຢູ່ບໍ່ໄກຈາກບ້ານເດີມຂອງຊາວ ບ້ານ, ມີດິນພຽງພໍສໍາລັບການປຸກສ້າງເຮືອນຈັດສັນນັ້ນ.  ແຕ່ມາເຖິງປັດຈຸບັນ ຍັງບໍ່ທັນໄດ້ບຸກ ເບີກເທື່ອ.

ກ່ຽວກັບເຣື່ອງນີ້ ຊາວບ້ານຜູ້ນຶ່ງ ທີ່ສູນເສັຍດິນ ແລະຈະຖືກໂຍກຍ້າຍ ເວົ້າວ່າ ຫາກທາງການລາວ ຈັດສັນເນື້ອທີ່ເຮັດການກະເສດໃຫ້ຊາວບ້ານ ໜ້ອຍກວ່າ 1 ເຮັກຕາຕໍ່ຄອບຄົວ ກໍຖືວ່າໄດ້ໜ້ອຍຫລາຍ, ບໍ່ສົມເຫດບໍ່ສົມຜົລ ແລະກໍຈະບໍ່ພຽງພໍສໍາລັບຊາວບ້ານໃນອະນາຄົດ.

ດັ່ງນັ້ນຈຶ່ງຢາກໃຫ້ທາງການ ພິຈາຣະນາເຣື່ອງຈໍານວນເນື້ອທີ່ດິນນັ້ນຄືນໃໝ່ ເພື່ອໃຫ້ເໝາະສົມ ແລະຍຸຕິທໍາ ສໍາລັບຜູ້ໄດ້ຮັບຜົລກະທົບ.

“ບໍ່ກຸ້ມແທ້ ແບ້ກິນ 3 ມື້ກະໝົດແຫລະ ແລ້ວສິປູກໝາກກ້ວຍ ໝາກຮຸ່ງ ລ້ຽງສັດກະໃຫ້ລ້ຽງແຕ່ແບ້ກັບໝູ ພວກງົວຄວາຍບໍ່ໃຫ້ລ້ຽງ ບໍ່ມີທຶນວ່າຊັ້ນ. ຊຸດແລ້ວນີ້ເພິ່ນກະມາ ເຈົ້າມັກບ່ອນໃດກະໄປເລືອກເອົາ ກະພາໄປເບິ່ງຕັ້ງບ້ານໃໝ່ຫັ້ນນ່າ 2 ເທື່ອ 3 ເທື່ອກະພາກັນມາເບິ່ງ ບາດສຸດທ້າຍວ່າບໍ່ໃຫ້ຢູ່ ແລ້ວມາຫຍູ້ງໃຈພໍ່ແມ່ປະຊາຊົນນີ້.

ຊາວບ້ານ ທີ່ໄດ້ຮັບຜົລກະທົບອີກຜູ້ນຶ່ງ ຢູ່ເມືອງຈອມເພັດ ແຂວງຫລວງພຣະບາງ ກໍເວົ້າວ່າ ຫາກຊາວບ້ານໄດ້ຮັບເນື້ອທີ່ເຮັດການກະເສດໜ້ອຍ ກໍຍິ່ງຈະເຮັດໃຫ້ຊາວບ້ານທຸກຍາກໄປຕື່ມ ເພາະຊາວບ້ານສ່ວນຫລາຍເຮັດການກະເສດເປັນອາຊີບຫລັກ ຫາຣາຍໄດ້ລ້ຽງຄອບຄົວ.

“ມັນໄດ້ໜ້ອຍ ເອີ ແຕ່ວ່າບາງຄັ້ງການຜະລີດ ມັນໜ້ອຍ ດິນກະສິກັມກະສິໜ້ອຍແລ້ວ ມັນສິຫຍູ້ງຍາກ ມັນມີໜ້ອຍດິນກະສິກັມບຸກເບີກຫັ້ນ ສິມາເຮັດບ້ານຄືເກົ່າກະຊິລໍາບາກ ຄືເພິ່ນວ່າຫັ້ນແຫລະ.

ຊາວບ້ານຜູ້ນຶ່ງ ທີ່ໄດ້ຮັບຜົລກະທົບ ຢູ່ເມືອງງາ ແຂວງອຸດົມໄຊ ເວົ້າວ່າ ຕ້ອງການໃຫ້ທາງການ ແລະພາກສ່ວນທີ່ກຽວຂ້ອງ ຕິດຕາມ-ກວກາເຣື່ອງດິນ ເຣື່ອງເຮືອນ ແລະທັງເຣື່ອງເງິນຊົດເຊີຍ, ການທົດແທນພື້ນທີ່ເຮັດການກະເສດ ແລະການປຸກສ້າງເຮືອນຈັດສັນ ໃຫ້ຊາວບ້ານທຸກຄອບຄົວ ທີ່ໄດ້ຮັບຜົລກະທົບນັ້ນຢ່າງສົມເຫດສົມຜົລ ແລະຍຸຕິທໍາ.

“ເບິ່ງຄືນຕື່ມເຣື່ອງການປຸກອາ ຄານບ້ານເຮືອນ ນັ້ນໃຫ້ມັນສົມເຫດສົມຜົລຫັ້ນນ່າ ເວົ້າເຣື່ອງດິນທົ່ງດິນນາຄືກັນ ມັນກະມີ 2-3 ບັນຫາທີ່ປະຊາຊົນບໍ່ພໍໃຈນ່າ ຍ້ອນດິນທົ່ງດິນນານີ້ ເພິ່ນໄລ່ເຮັກຕານຶ່ງ 100 ລ້ານກີບ.

ເຣື່ອງການກໍ່ສ້າງເຂື່ອນໄຟຟ້າຫລວງພຣະບາງ ເຈົ້າໜ້າທີ່ຜແນກພະລັງງານ ແລະບໍ່ແຮ່ແຂວງ ຫລວງພຣະບາງ ຜູ້ນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 19 ມົກກະຣານີ້ວ່າ ຍັງບໍ່ທັນມີຄວາມຄືບໜ້າແຕ່ຢ່າງໃດ ແລະຍັງບໍ່ມີກໍານົດເທື່ອວ່າ ຈະເຣື່ມລົງມືກໍ່ສ້າງໄດ້ມື້ໃດກັນແທ້. ໃນໄລຍະນີ້ ທາງບໍຣິສັດຜູ້ຮັບເໝົາກໍ່ສ້າງເຂື່ອນ ກໍາລັງເລັ່ງສ້າງຂົວຂ້າມນໍ້າຂອງໃຫ້ແລ້ວໄວ ແລະກໍຄືບໜ້າໄປແລ້ວກວ່າ 50%.

“ປັດຈຸບັນນີ້ ສະເພາະສ້າງເຂື່ອນແທ້ຂະເຈົ້າ ໂຈະກ່ອນເພາະວ່າ ເພິ່ນຈະໄປເລັ່ງໃສ່ຂົວ ສ້າງເຂື່ອນແທ້ ເພິ່ນຍັງບໍ່ທັນລົງມືເທື່ອ ເພິ່ນໂຈະກ່ອນ.

ປະຊາຊົນທັງໝົດ 23 ບ້ານ ທີ່ໄດ້ຮັບຜົລກະທົບນັ້ນ ມີຢູ່ເມືອງຈອມເພັດ, ເມືອງປາກອູ ແຂວງຫລວງພຣະບາງ, ເມືອງງາ ແຂວງອຸດົມໄຊ ແລະເມືອງຫົງສາ ແຂວງໄຊຍະບູຣີ ຊຶ່ງແບ່ງອອກເປັນ 4 ກຸ່ມດັ່ງນີ້:

ກຸ່ມທີ 1 ໄດ້ຮັບຜົລກະທົບ 100% ຄືສູນເສັຍພື້ນທີ່ເຮັດການຜະລິດ ແລະຈະຖືກໂຍກຍ້າຍອອກໄປຢູ່ເຂດບ້ານຈັດສັນໃໝ່ ຈໍານວນ 6 ບ້ານ, 581 ຄອບຄົວ. ໃນນັ້ນມີບ້ານ ຫ້ວຍຍໍ້, ນາສັ້ງ, ຫ້ວຍແຂ້, ແກ້ງແຄມ, ກົກຂ້າມ ແລະບ້ານລາດຫານ.

ກຸ່ມທີ 2 ໄດ້ຮັບຜົລກະທົບ ສູນເສັຍພື້ນທີ່ເຮັດການກະເສດ ແລະອາຈຖືກໂຍກຍ້າຍບາງຄອບຄົວ ມີຢູ່ 9 ບ້ານ, 692 ຄອບຄົວ.

ກຸ່ມທີ 3 ໄດ້ຮັບຜົລກະທົບ ສູນເສັຍພື້ນທີ່ເຮັດການກະເສດບາງສ່ວນ ຢູ່ 8 ບ້ານ, 671 ຄອບຄົວ.

ແລະກຸ່ມທີ 4 ອາຈໄດ້ຮັບຜົລກະທົບຢູ່ 3 ບ້ານ, 189 ຄອບຄົວໃນເມືອງຈອມເພັດ ແລະເມືອງປາກອູ ແຂວງຫລວງພຣະບາງ ທີ່ຢູ່ທ້າຍເຂື່ອນ ຊຶ່ງຈະໄດ້ຮັບຜົລກະທົບຈາກ ຣະດັບນໍ້າຂຶ້ນ-ລົງ ບໍ່ປົກຕິ.

ເຂື່ອນໄຟຟ້າຫລວງພຣະບາງ ຂນາດ 1,460 ເມກາວັດ ເປັນເຂື່ອນແບບຝາຍນໍ້າລົ້ນ ຄືກັນກັບເຂື່ອນໄຊຍະບູຣີ. ເຂື້ອນແຫ່ງນີ້ ວ່າຈະເຣື່ມກໍ່ສ້າງໃນປີ 2020 ແຕ່ບໍ່ໄດ້ທັນສ້າງ ຍ້ອນຄາບັນຫາເຣື່ອງການປະເມີນຜົລກະທົບ ຕໍ່ມໍຣະດົກໂລກ ແລະຍັງບໍ່ມີການເຊັນສັນຍາຊື້-ຂາຍໄຟຟ້າຢ່າງເປັນທາງການ. ແຕ່ກໍມີກໍານົດສ້າງໃຫ້ແລ້ວໃນປີ 2027.

ໂຄງການເຂື່ອນຫລວງພຣະບາງ ເປັນໂຄງການຮ່ວມມື ຣະຫວ່າງບໍຣິສັດໄຊຍະບູຣີພາວເວີ ແລະບໍຣິສັດ PetroVietnam Power ຂອງວຽດນາມ ທີ່ຈັດຕັ້ງບໍຣິສັດຫລວງພຣະບາງພາວເວີຈໍາກັດ ໂດຍທີ່ບໍຣິສັດໄຊຍະບູຣີພາວເວີ ຖືຫຸ້ນ 42%, ບໍຣິສັດພີທີຈໍາກັດ 38%, ບໍຣິສັດ PetroVietnam Power 10% ແລະບໍຣິສັດ ຊ.ການຊ່າງ 10%. ມູນຄ່າການລົງທຶນກໍ່ສ້າງ 3,000 ລ້ານໂດລາສະຫະຣັຖ. ຕາມແຜນ ໄຟຟ້າທີ່ຜະລິດໄດ້ ຈະສົ່ງຂາຍໃຫ້ໄທຍ ແລະວຽດນາມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org