ດິນສັມປະທານຫຼາຍບ່ອນ ປູກຝັງ ບໍ່ໄດ້
2013.10.02

ເຈົ້າໜ້າທີ່ ແຂວງຊຽງຂວາງວ່າ ໂຄງການປູກເຂົ້າສາລີ ໃນແຂວງຫລາຍໂຄງການ ບໍ່ປະສົບຜົນສໍາເຣັດ ເທົ່າທີ່ຄວນ ຍ້ອນວ່າ ພື້ນທີ່ດິນທີ່ ຣັຖບານໃຫ້ສັມປະທານໄປນັ້ນ ບໍ່ມີການສຶກສາ ຄຸນນະພາບ ຂອງດິນເສັຽກ່ອນ ແລະ ບໍ່ຮູ້ວ່າຈະປູກ ພືດປະເພດໃດໄດ້ ດັ່ງທ່ານໄດ້ກ່າວ:
"ຜລິດນີ້ ຜລິດໄດ້ແຕ່ປີດຽວ ປີທີສອງມາມັນເປັນດິນເຈື່ອນ ດິນເຊາະເຈື່ອນໝົດ ມັນບໍ່ມີດິນຫັ້ນແຫລະ ສ່ວນຫລາຍເປັນດິນທີ່ມີຫີນຫຼາຍ ກວ່າດິນ ເຂດນີ້".
ທ່ານວ່າ ຜ່ານມາມີບໍຣິສັດຈີນຫລາຍບໍຣິສັດທີ່ໄດ້ຮັບສັມປະທານດິນເພື່ອປູກເຂົ້າສາລີ ຢາງພາຣາ ແຕ່ກໍມີຫລາຍບ່ອນຖືກເລີກລົ້ມໄປຍ້ອນວ່າ ດິນທີ່ໃຫ້ສັມປະທານໄປນັ້ນ ບໍ່ເໝາະສົມກັບການປູກພືດ. ການໃຫ້ສັມປະທານທີ່ດິນໃນຫລາຍ ແຂວງ ມີບັນຫາຕາມມາຫລາຍບັນຫາ ເຊັ່ນ: ດິນທີ່ໃຫ້ສັມປະທານນັ້ນ ໄປກວມເອົາດິນປະຊາຊົນຫລາຍເຈົ້າ ປະຊາຊົນບໍ່ໄດ້ຮັບຄ່າຊົດເຊີຽ ທີ່ສົມເຫດສົມຜົນ ຫລືບໍ່ໄດ້ຮັບເລີຽ ເປັນຕົ້ນຢູ່ ແຂວງເຊກອງ ສາຣະວັນ ອັດຕະປື ແລະຈໍາປາສັກ. ບັນຫານຶ່ງອີກ ຕົ້ນໄມ້ອຸດສາຫະກັມ ທີ່ບໍຣິສັດເອກກະຊົນນໍາໄປປູກນັ້ນ ໂດຍສະເພາະ ຢາງພາຣາ ແລະ ຕົ້ນຢູກາລິບຕັສ ມີຜົນກະທົບ ຕໍ່ສິ່ງແວດລ້ອມ ຍ້ອນປູກລົງໄປແລ້ວ ຕົ້ນໄມ້ຊນິດອື່ນໆ ບໍ່ສາມາດເກີດໄດ້ ຫລືວ່າ ປູກຕົ້ນ ຢູຄາລິບຕັສ ລົງໄປແລ້ວ ເຮັດໃຫ້ແຫລ່ງນໍ້າໃຕ້ດິນ ບົກແຫ້ງລົງ.
ນອກນັ້ນ ການໃຊ້ສານເຄມີ ຂ້າສັດຕຣູພືດ ແລະຂ້າຫຍ້າ ທໍາລາຍພືດພັກຊຶ່ງເປັນອາຫານ ຈາກທັມມະຊາດ ແລະເຮັດໃຫ້ນໍ້າໃນທົ່ງໄຮ່ທົ່ງນາ ແລະນໍ້າຫ້ວຍ ນໍ້າໜອງ ມີມົລພິດ ປູ ປາ ຫອຍ ສັດນໍ້າ ທີ່ເປັນອາຫານຂອງຄົນ ຕາຍແລະສູນພັນ ໄປເລີຽກໍມີ. ການໃຫ້ສັມປະທານ ທີ່ດິນ ທີ່ກ້ວາງໃຫ່ຽໄພສານ ເພື່ອຂຸດຄົ້ນແຮ່ທາດ ກໍຍິ່ງທໍາລາຍສິ່ງແວດລ້ອມ ທີ່ກ່າວມານີ້ຄືກັນ ເພາະບໍ່ມີຜູ້ໃດລົງໄປກວດກາ ຄວບຄຸມຢ່າງແທ້ຈິງ.