ທາງຣົດໄຟ ລາວ-ຈີນ ເຂດ ນວຈ ຍັງໄກ່ເກັ່ຽ ບໍ່ແລ້ວ
2020.12.01

ມາຮອດປັດຈຸບັນ, ໂຄງການສ້າງ ທາງຣົດໄຟ ລາວ-ຈີນ ຢູ່ນະຄອນຫຼວງວຽງຈັນ ຍັງບໍ່ສາມາດ ໄກ່ເກັ່ຽສິ່ງກີດຂວາງ ກັບປະຊາຊົນ ໄດ້ໝົດເທື່ອ, ໂດຍສະເພາະ ຢູ່ເຂດຕັ້ງແຕ່ ສະຖານນີວຽງຈັນ ຫາສະຖານນີ ວຽງຈັນໃຕ້, ເຊິ່ງຍັງມີ ຊາວບ້ານ ຈໍານວນນຶ່ງ ທີ່ຍັງບໍ່ຕົກລົງ ຮັບເອົາຄ່າຊົດເຊີຍ ແລະ ບໍ່ຍອມເສັຽດິນ ໃຫ້ໂຄງການ ຍ້ອນບໍ່ພໍໃຈ ຈໍານວນເງິນ ທີ່ທາງໂຄງການ ໄດ້ສເນີໃຫ້, ດັ່ງຊາວບ້ານ ໃນເມືອງໄຊທານີ ທີ່ຍັງບໍ່ຮັບເອົາ ຄ່າຊົດເຊີຍ ຈາກໂຄງການດັ່ງກ່າວ ເວົ້າກັບ ວິທຍຸເອເຊັຽເສຣີ ໃນວັນທີ 1 ທັນວາ ນີ້ວ່າ:
“ຖືກ ບໍ່ຫຼາຍໆ ໜ້ອຍດຽວ ດິນຂ້ອຍນ່າ. ບໍ່ທັນໄດ້ໄປ ເອົາເງິນເທື່ອ. ໂອ ເງິນ ເພິ່ນບໍ່ໃຫ້ຫຼາຍ, ແມັຕລະ 150,000 ເພິ່ນໃຫ້ນ່າ. 150,000 ກີບຕໍ່ແມັຕ. ໂອ້ ບໍ່ໄດ້ ຢ່າງໜ້ອຍ ກະຕ້ອງແມ່ນ 3 ແສນ.”
ຊາວບ້ານຜູ້ນີ້ ເວົ້າອີກວ່າ ນອກຈາກຕົນເອງແລ້ວ, ກໍຍັງມີ ຊາວບ້ານໃກ້ຄຽງ ອີກຫຼາຍຄອບຄົວ ທີ່ຍັງບໍ່ຍອມ ຮັບເອົາເງິນ ຄ່າຊົດເຊີຍ ຄືກັນ ຍ້ອນຫຼາຍຄົນ ເຫັນວ່າ ເປັນການຊົດເຊີຍ ທີ່ໜ້ອຍເກີນໄປ. ໃນຂະນະທີ່ ທາງເຈົ້າໜ້າທີ່ ໄກ່ເກັ່ຽສິ່ງກີດຂວາງ ຂອງໂຄງການ ສ້າງທາງຣົດໄຟ ກໍຍັງບໍ່ໄດ້ມາ ເຈຣະຈາຕົກລົງ ເຣື່ອງຄ່າຊົດເຊີຍເທື່ອ. ດັ່ງນັ້ນ, ຕົນຈຶ່ງຍັງບໍ່ຍອມ ມອບດິນໃຫ້ ຈົນກວ່າວ່າ ຈະມີການຊົດເຊີຍ ທີ່ສົມເຫດສົມຜົລ ແລະ ພໍໃຈເທົ່ານັ້ນ.
ໃນຂະນະດຽວກັນ ຊາວບ້ານ ຢູ່ເມືອງໄຊທານີ ອີກຄົນນຶ່ງ ກໍຢືນຢັນວ່າ ຊາວບ້ານ ບາງຄອບຄົວ ທີ່ຢູ່ຂ້າງໆ ເຮືອນຂອງຕົນ ກໍາລັງຖືກໂຄງການ ສ້າງທາງຣົດໄຟ ລາວ-ຈີນ ພະຍາຍາມ ເອົາດິນແທ້, ແຕ່ຍັງບໍ່ສາມາດ ຕົກລົງ ເຣື່ອງຄ່າຊົດເຊີຍ ໄດ້ເທື່ອ, ເຊິ່ງກ່ອນໜ້ານັ້ນ ທາງເຈົ້າໜ້າທີ່ ຂອງໂຄງການດັ່ງກ່າວ ກໍເຄີຍຈະເອົາ ດິນຂອງຄອບຄົວຕົນ ຄືກັນ, ແຕ່ບໍ່ສາມາດ ຕົກລົງ ເຣື່ອງ ຄ່າຊົດເຊີຍ ນໍາກັນໄດ້ ຈຶ່ງບໍ່ເອົາດິນ ຂອງຕົນອີກເລີຍ, ດັ່ງນາງກ່າວວ່າ:
“ຕອນນັ້ນ ຂະເຈົ້າມາລົມ ແບບວ່າ ມັນເຄີຍຖືກທາງຣົດໄຟ, ຫັ້ນນ່າ. ມັນຖືກໜ້ອຍນຶ່ງ ແລ້ວຂະເຈົ້າປ່ຽນເບາະ ຫຼືວ່າຈັ່ງໄດ໋ ແລ້ວຂະເຈົ້າ ປ່ຽນຫຍັບ ທາງຣົດໄຟ ຂຶ້ນໄປຫັ້ນນ່າ ແລ້ວກະເລີຍບໍ່ຖືກ, ແຕ່ວ່າ ຖືກຢູ່ຂ້າງບ້ານ.”
ຊາວນະຄອນຫຼວງວຽງຈັນ ທ່ານນຶ່ງ ເວົ້າວ່າ ຕາມທີ່ໄດ້ຍິນຂ່າວ ໃນສັງຄົມ ກໍຍັງມີປະຊາຊົນ ອີກຫຼາຍຄອບຄົວ ໃນນະຄອນຫຼວງວຽງຈັນ ທີ່ຍັງບໍ່ຮັບເອົາ ເງິນຄ່າຊົດເຊີຍ ຈາກໂຄງການ ສ້າງທາງຣົດໄຟ ລາວ-ຈີນ ຍ້ອນວ່າ ຊາວບ້ານຜູ້ໄດ້ຮັບ ຜົລກະທົບ ບໍ່ພໍໃຈ ກັບຄ່າຊົດເຊີຍ:
“ແຕ່ກະໄດ້ຍິນຢູ່ ວ່າປະຊາຊົນ ບໍ່ເຫັນດີ ເພາະວ່າ ການຊົດເຊີຍ ບໍ່ສົມມາ ສົມຄວນ, ຫັ້ນນ່າ. ເພາະວ່າ ດິນຂະເຈົ້ານີ້ ຂະເຈົ້າກະວ່າ ດິນນີ້ແຄມຖອກ ແຄມທາງ ບາງຄົນກະວ່າ ດິນນີ້ ຄັນເວົ້າມາແລ້ວ ແມ່ນດິນ ຢູ່ໂຕເມືອງ. ສະນັ້ນ, ການຊົດເຊີຍນີ້ ເຂົາລະຕີລາຄາ ຖືກໂພດ. ສະນັ້ນ, ເຂົາກະບໍ່ເຫັນດີໄດ໋.”
ສ່ວນຊາວນະຄອນຫຼວງວຽງຈັນ ອີກຄົນນຶ່ງ ທີ່ຫາກໍໄດ້ຮັບ ຄ່າຊົດເຊີຍ ຈາກໂຄງການ ສ້າງທາງຣົດໄຟ ລາວ-ຈີນ ເມື່ອປະມານ ກາງປີນີ້ ເວົ້າວ່າ ຄ່າຊົດເຊີຍ ທີ່ຕົນໄດ້ຮັບນັ້ນ ກໍມີຄວາມ ສົມເຫດສົມຜົລຢູ່ ແລະ ຕົນກໍຮູ້ສຶກ ພໍໃຈ, ແຕ່ສໍາລັບ ຜູ້ຖືກຜົລກະທົບ ຄົນອື່ນໆນັ້ນ ຕົນກໍບໍ່ຮູ້ຄັກແນ່:
“ໄດ້ໝົດແລ້ວ ຄົບຖ້ວນໝົດແລ້ວ ມີແຕ່ວ່າ ດຽວນີ້ ຂະເຈົ້າກະຍັງ ກໍາລັງຂຸ້ນຂ້ຽວ ເຮັດເຣື່ອງທາງ ເຮັດຣາງ ເຮັດຫຍັງແຫຼະ ແຕ່ວ່າ ຊິມີບັນຫາ ແຕ່ທາງນີ້ແຫຼະ. ທາງຊອຍ ທາງນ້ອຍ ທາງບ້ານ.”
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາ ບໍຣິສັດ ທາງຣົດໄຟ ລາວ-ຈີນ ຈໍາກັດ ແລະ ຄນະຄຸ້ມຄອງໂຄງການ ສ້າງທາງຣົດໄຟ ລາວ-ຈີນ ເຂດນະຄອນຫຼວງວຽງຈັນ ເພື່ອຖາມເຖິງ ຣາຍລະອຽດ ເພີ່ມຕື່ມ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສະດວກ ໃຫ້ສັມພາດ ຜ່ານທາງໂທຣະສັບ.
ເມື່ອວັນທີ 25 ພຶສຈິກາ ທີ່ຜ່ານມານີ້ ທ່ານຈັນຕຸລາ ພະນະລາສີ, ຫົວໜ້າຄນະ ຄຸ້ມຄອງໂຄງການ ທາງຣົດໄຟ ລາວ-ຈີນ ໄດ້ກ່າວຣາຍງານ ຕໍ່ກອງປະຊຸມ ຄນະຊີ້ນໍາ ການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ວ່າ “ປັດຈຸບັນ, ໂຄງການ ມີຄວາມຄືບໜ້າ ປະມານ 94% ແລະ ທີ່ຜ່ານມາ ທາງໂຄງການ ໄດ້ເບີກຈ່າຍ ເງິນຄ່າຊົດເຊີຍ ໃຫ້ແກ່ຜູ້ຖືກ ຜົລກະທົບ ແຂວງຕ່າງໆ ຮວມເຖິງ ນະຄອນຫຼວງວຽງຈັນ ແລ້ວ 928 ຕື້ກີບ. ໂດຍໃນນັ້ນ, ແມ່ນເງິນຈາກ ບໍຣິສັດ ທາງຣົດໄຟ ລາວ-ຈີນ ຈໍາກັດ ຈໍານວນ 426 ຕື້ກີບ.” ແຕ່ບໍ່ໄດ້ໃຫ້ ຣາຍລະອຽດ ກ່ຽວກັບ ຈໍານວນຄອບຄົວ ທີ່ໄດ້ຮັບ ຄ່າຊົດເຊີຍແລ້ວ ແລະ ຈໍານວນ ຜູ້ທີ່ຍັງບໍ່ໄດ້ ຄ່າຊົດເຊີຍ ວ່າມີຈັກຄອບຄົວ.
ໃນວັນທີ 26 ພຶສຈິກາ 2020, ເວັບໄຊ້ ຂ່າວໜັງສືພິມ ວຽງຈັນທາມສ໌ ໄດ້ອ້າງຄໍາໃຫ້ສັມພາດ ຂອງເຈົ້າໜ້າທີ່ ບໍຣິສັດ ທາງຣົດໄຟ ລາວ-ຈີນ ຈໍາກັດ ວ່າ: ບັນຫາການໄກ່ເກັ່ຽ ໂຍກຍ້າຍສິ່ງກີດຂວາງ ແລະ ເວນຄືນທີ່ດິນ ແຕ່ສະຖານນີ ວຽງຈັນ ຫາສະຖານນີ ວຽງຈັນໃຕ້ ສົ່ງຜົລກະທົບ ໃຫ້ແກ່ການກໍ່ສ້າງ.
ໜັງສືພິມວຽງຈັນທາມສ໌ ຍັງຣາຍງານອີກວ່າ ຖ້າຫາກສາມາດ ແກ້ໄຂບັນຫາ ການໂຍກຍ້າຍ ເວນຄືນທີ່ດິນ ແລະ ສາມາດສນອງ ເນື້ອທີ່ດິນ ກໍ່ສ້າງໄດ້ ຢ່າງທັນເວລາ ຈະເຮັດໃຫ້ ເສັ້ນທາງຣົດໄຟ ຕລອດສາຍທາງ ສາມາດກໍ່ສ້າງ ສໍາເຣັດ ແລະ ເປີດໃຊ້ ຢ່າງເປັນທາງການ, ແຕ່ຖ້າຫາກວ່າ ຍັງບໍ່ສາມາດ ແກ້ໄຂບັນຫາ ດັ່ງກ່າວໄດ້ ຫຼືຊັກຊ້າ ອາຈເຮັດໃຫ້ ການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ບໍ່ສໍາເຣັດ ແລະ ຈະບໍ່ສາມາດ ນໍາໃຊ້ໄດ້ ຕາມແຜນ ທີ່ວາງໄວ້.
ຢ່າງໃດກໍຕາມ, ເມື່ອບໍ່ດົນມານີ້ ບໍຣິສັດ ທາງຣົດໄຟ ລາວ-ຈີນ ຈໍາກັດ ຣາຍງານວ່າ ໂຄງການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ຈາກດ່ານບໍ່ເຕັນ ແຂວງຫຼວງນໍ້າທາ ມາຮອດ ນະຄອນຫຼວງວຽງຈັນ ອາຈບໍ່ສໍາເຣັດ ຕາມແຜນ ໃນທ້າຍປີ 2021, ອີງຕາມ ໜັງສືພິມວຽງຈັນທາມສ໌.
ທາງຣົດໄຟ ລາວ-ຈີນ ມີຄວາມຍາວ 417 ກິໂລແມັຕ ຜ່ານແຂວງຫຼວງນໍ້າທາ, ອຸດົມໄຊ, ຫຼວງພຣະບາງ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ ສົ່ງຜົລກະທົບ ຕໍ່ປະຊາຊົນ ຫຼາຍກວ່າ 4,000 ຄອບຄົວ.
ໂຄງການນີ້, ມີມູລຄ່າ ປະມານ 6 ຕື້ໂດລ່າຣ ສະຫະຣັຖ, ເຊິ່ງໃນນັ້ນ ຈີນ ຖືຫຸ້ນ 70% ແລະ ລາວ ຖືຫຸ້ນ 30%.