ຊາວຍົມມະລາດລໍຖ້າການ ຊ່ອຍເຫຼືອ
ທາງການລາວ ຍັງບໍ່ໄດ້ ໃຫ້ການ ຊ່ອຍເຫຼືອ ປະຊາຊົນ ກວ່າ 800 ຄົນ ໃນເມຶອງ ຍົມມະລາດ ແຂວງ ຄຳມ່ວນ ທີ່ ຖືກ ລົມພະຍຸ.
-
ຈໍາປາທອງ
2016-05-02 -
-
-
Your browser doesn’t support HTML5 audio
ປະຊາຊົນ 187 ຄອບຄົວ, 800 ກວ່າ ຄົນ ໃນເມຶອງ ຍົມມະລາດ ແຂວງຄຳມ່ວນ ທີ່ໄດ້ຮັບ ຜົລກະທົບ ຈາກ ລົມພະຍຸ ມາແຕ່ ວັນທີ 22 ເມສາ 2016 ຈົນມາເຖິງ ວັນທີ 29 ເມສາ ກໍຍັງ ບໍ່ທັນໄດ້ ຮັບການຊ່ອຍເຫຼືອ ໃນການສ້ອມແປງ ບ້ານເຮືອນ ທີ່ເພພັງ ຮວມທັງ ອາຫານ, ແລະ ນ້ຳດື່ມ ຈາກ ທາງການລາວ ເທື່ອ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ເມືອງ ຍົມມະລາດ ຕໍ່ RFA ໃນວັນທີ 29 ເມສາ 2016:
"ແຕ່ມື້ມັນເກີດເຫດ ມື້ນີ້ ກໍຍັງບໍ່ໄດ້ ຊ່ວຍເຫລືອຫຍັງ ດຽວນີ້ ບໍ່ມີໃຜ ເຂົ້າມາ ຊ່ວຍເຫລືອ ນະ ມີແຕ່ເອົາ ຂໍ້ມູນຣາຍງານ ເພິ່ນ, ຍັງຟັງນັ້ນຟັງນີ້ ຢູ່, ຖາມເພິ່ນແລ້ວ ເພິ່ນວ່າ ອີງຕາມ ຂັ້ນເທິງ ອີງຕາມ ພັກ-ຣັຖ ແຫຼະນະຊ່ວຍ ໃຫ້ຫຍັງ ກະເອົານະ ເພິ່ນຊ່ວຍນະ".
ທ່ານເວົ້າວ່າ ຫລັງຄາເຮືອນ ຂອງປະຊາຊົນ 183 ຫລັງ ເພພັງ ແລະ ກຳລັງ ພຍາຍາມ ສ້ອມແປງຢຸ່, 4 ຫລັງພັງໝົດ ບໍ່ມີບ່ອນຢູ່ ພາກັນໄປ ອາສັຍຢູ່ນຳ ຍາດພີ່ນ້ອງ; ໄດ້ ຣາຍງານ ໃຫ້ທາງ ຂັ້ນແຂວງແລ້ວ ແລະ ຄາດວ່າ ພາກສ່ວນ ກ່ຽວຂ້ອງ ຮວມທັງ ຜແນກແຮງງານ ແລະ ສວັດດິການ ສັງຄົມ ຈະມາໃຫ້ ການຊ່ອຍເຫຼືອ.
ທ່ານ ເວົ້າຕື່ມວ່າ ໃນຂນະນີ້ ພວກຄ້າຂາຍ ຈຳນວນນຶ່ງ ກໍໄດ້ຢຸດ ຄ້າຂາຍ ສະພາບຈິດໃຈ ຍັງບໍ່ສງົບ, ຢ້ານເກີດ ພັຍທັມຊາດ ຕື່ມອີກ. ເມື່ອວັນທີ 28 ເມສາ 2016 ນີ້ ເກີດມີ ລົມພະຍຸ ຢູ່ ນະຄອນຫຼວງ ວຽງຈັນ ເຮັດໃຫ້ປ້າຍ ໂຄສະນະ, ປ້າຍ ຈະຣາຈອນ ຕາມແຄມທາງ ລົ້ມຫັກ ເສັຍຫາຍ ພໍສົມຄວນ ແລະ ໃນວັນທີ 24 ເມສາ ກໍເກີດ ລົມພະຍຸ ຢູ່ເມືອງຫລາ ແຂວງອຸດົມໄຊ ເຮັດໃຫ້ ໂຮງຮຽນ, ບ້ານເຮືອນ ປະຊາຊົນ ຈຳນວນນຶ່ງ ເສັຽຫາຍ.