ຍຶດແຮ່ທາຕ ບໍ່ໄດ້ຮັບອະນຸຍາດ ຕຣຽມສົ່ງໄປວຽດນາມ

ມີການລັກຂົນສົ່ງແຮ່ທາຕ ເພື່ອອອກໄປປະເທດວຽດນາມ ແຕ່ຖືກກວດພົບ ແລະຖືກຍຶດໄວ້ໄດ້ກ່ອນ ໂດຍຄົນຂັບຣົຖບັນທຸກ ທະບຽນວຽດນາມ ປະຕິເສດການເປັນເຈົ້າຂອງ ແລະໃຫ້ເຫດຜົລວ່າ ເປັນພຽງຄົນຂັບຣົຖ ຕາມການຈ້າງເທົ່ານັ້ນ ໃນຂະນະທີ່ປະຊາຊົນລາວ ຢາກເຮັດບົດລົງໂທດ ທີ່ຈິງຈັງຕໍ່ກັບບັນຫາເຫຼົ່ານີ້.

ຣົຖບັນທຸກ ທະບຽນວຽດນາມ ທີ່ເຈົ້າໜ້າທີ່ກວດຍຶດ ແຮ່ທາຕຊຸກຊ້ອນ ກັບຖ່ານໄມ້ວິກ ແລະຖ່ານຂາວ ຕຣຽມສົ່ງໄປວຽດນາມ. ຮູບພາບ: ກະຊວງການເງິນ

ເຈົ້າໜ້າທີ່ພາສີ ຄຸ້ມຄອງ ແລະ ກວດກາສິນຄ້າ ປະຈຳດ່ານສາກົລນາເພົ້າ ແຂວງຄຳມ່ວນ ກວດພົບເຫັນແຮ່ທາຕ ຈຳນວນ 1,386 ເປົາ, ລວມນໍ້າໜັກ 57,200 ກິໂລກຣາມ ໄດ້ຊຸກເຊື່ອງມານຳຣົຖບັນທຸກ ປ້າຍທະບຽນ ວຽດນາມ 74R003.16 ໃນວັນທີ 21 ກັນຍາ 2022 ທີ່ຜ່ານມາ ຈຶ່ງເຂົ້າຈັບຄົນຂັບຣົຖ ຈຳນວນ 1 ຄົນ ບໍ່ມີການເປີດເຜີຍສັນຊາຕ ພ້ອມກັບ ຍຶດຂອງກາງທັງໝົດ ເພື່ອກວດກາ, ສືບສວນສອບສວນ ແລະ ດຳເນີນຄະດີ ຕາມກົດໝາຍ.

ຂະນະທີ່ ເຈົ້າໜ້າທີ່ ກະຊວງພລັງງານ ແລະ ບໍ່ແຮ່ ກ່າວວ່າ ການລັກລອບຂົນແຮ່ທາຕ ໃນຄັ້ງນີ້ ຖືວ່າ ເປັນການລັກລອບຂົນແຮ່ທາຕ ໃນປຣິມານຫລາຍສົມຄວນ ແລະ ສັ່ງການໃຫ້ ພາກສ່ວນທີ່ກ່ຽວຂ້ອງ ກວດກາ ສືບສວນສອບສວນ ຢ່າງເຂັ້ມງວດ ຫາກພົບເຫັນວ່າ ມີເຈົ້າໜ້າທີ່ພັກ-ຣັຖ ມີສ່ວນກ່ຽວຂ້ອງ ກໍຈະມອບໝາຍໃຫ້ ເຈົ້າໜ້າທີ່ຂັ້ນສູນກາງ ລົງພື້ນທີ່ໄປສືບສວນ ສອບສວນເພີ່ມຕື່ມ.

ດັ່ງເຈົ້າໜ້າທີ່ ກະຊວງພລັງງານ ແລະ ບໍ່ແຮ່ ຜູ້ສງວນຊື່ ແລະ ສຽງ ທ່ານນຶ່ງ ກ່າວຕໍ່ວິທະຍຸ ເອເຊັຽເສຣີ ໃນວັນທີ26 ກັນຍານີ້ວ່າ:

“ການລັກລອບແຮ່ຄຳ ຖ້າວ່າ ມີບັນຫາກ່ຽວກັບ ການສໍ້ຣາສບັງຫລວງ, ການນຳແຮ່ເຂົ້າບໍ່ຖືກຕ້ອງ ການນຳແຮ່ອອກບໍ່ຖືກຕ້ອງ ຫັັ້ນກະ ພາກສ່ວນກົມກວດກາ ຈະມີສ່ວນພົວພັນ, ທາງກົມກົມກວດກາເຮົານີ້ກະ ຍັງໄດ້ຕິດຕາມຢູ່ວ່າ ເພິ່ນຊິແກ້ໄຂແນວໃດ.”

ກ່ຽວກັບເຣຶ່ອງນີ້ ວິທະຍຸ ເອເຊັຽເສຣີ ໄດ້ຕິດຕໍ່ເຂົ້າໄປຫາເຈົ້າໜ້າທີ່ ດ່ານພາສີສາກົລນາເພົ້າ ແລະ ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນ ເພຶ່ອຕິດຕາມຄວາມຄືບໜ້າ ໃນການສືບສວນສອບສວນ ກ່ຽວກັບການລັກລອບ ຂົນຍ້າຍແຮ່ທາຕ ໂດຍບໍ່ໄດ້ຮັບອະນຸຍາດ ໃນການສົ່ງແຮ່ທາຕ ອອກໃນຄັ້ງນີ້ ແຕ່ເຈົ້າໜ້າທີ່ປະຕິເສດ ທີ່ຈະໃຫ້ຂໍ້ມູນ.

ເຖິງແນວໃດກໍຕາມ ໃນມື້ວັນທີ 21 ກັນຍາ 2022 ທີ່ຜ່ານມາ, ທ່ານສຸພັດ ສຸແສງໄທ ຫົວໜ້າດ່ານພາສີ ສາກົລນາເພົ້າ ໄດ້ເປີດເຜີຍຕໍ່ສື່ທ້ອງຖິ່ນໃນລາວ ວ່າຣົຖບັນທຸກຄັນດັ່ງກ່າວ ໄດ້ຂົນສົ່ງສິນຄ້າ ຂອງໂຮງງານຜລິຕຖ່ານດັງໄຟ ຕາມໃບແຈ້ງພາສີ ເຊິ່ງຣາຍລະອຽດສິນຄ້າ ເປັນປະເພດຖ່ານໄມ້ວິກ ຫລື ຖ່ານຂາວ 4,000 ກິໂລກຣາມ ໂດຍໄດ້ຮັບອະນຸຍາດ ສົ່ງອອກຕາມໃບອະນຸຍາດ ເຄື່ອນຍ້າຍເຄື່ອງປ່າ ຂອງດົງ ອອກຕ່າງປະເທດ ຂອງຂແນງການປ່າໄມ້ ແຂວງສວັນນະເຂດ ເພຶ່ອ ສົ່ງອອກໄປປະເທດວຽດນາມ.

ຜ່ານການກວດກາ ຕົວຈິງ ຈຶ່ງເຫັນວ່າ ມີສິນຄ້າປະເພດຖ່ານໄມ້ວິກ ຈຳນວນ 300 ເປົາ ລວມນໍ້າໜັກ 3,000 ກິໂລກຣາມ ແລະ ກວດພົບວັດຖຸສົງສັຍ ເປັນສິນຄ້າ ຄ້າຍແຮ່ທາຕ ຈຳນວນ 1,386 ເປົາ ລວມນໍ້າໜັກ 57,200  ກິໂລກຣາມ ແລະ ຍັງບໍ່ສາມາດປະເມີນຣາຄາໄດ້.

ສະນັ້ນ ເຈົ້າໜ້າທີ່ພາສີ ຈຶ່ງໄດ້ມີການສືບສວນ ສອບສວນ ແລະ ເຮັດບົດບັນທຶກ ຄຳໃຫ້ການຜູ້ຂັບຣົຖບັນທຸກ ໄວ້ເປັນຫລັກຖານ ເຊິ່ງຜູ້ກ່ຽວ ແມ່ນໄດ້ປຕິເສດ ໃນການຮັບເປັນເຈົ້າຂອງຣົຖ ແລະ ບໍ່ຮູ້ວ່າສິນຄ້າເປັນຂອງໃຜ ພຽງແຕ່ຮັບຂົນຕາມການວ່າຈ້າງເທົ່ານັ້ນ.

ປັດຈຸບັນ ຂອງກາງທັງໝົດ ໄດ້ເກັບຮັກສາໄວ້ ຢູ່ດ່ານພາສີ ສາກົລນາເພົ້າ ເມືອງບົວລະພາ ແຂວງຄຳມ່ວນ ເພຶ່ອດຳເນີນການ ສືບສວນສອບສວນ ຊອກຫາເຈົ້າຂອງສິນຄ້າມາຮັບຜິດຊອບ ຕໍ່ລະບຽບກົດໝາຍ ແລະ ດຳເນີນຄະດີ ຕາມຂັ້ນຕອນ ຂອງກົດໝາຍພາສີ ແລະ ກົດໝາຍອື່ນໆ ທີ່ກ່ຽວຂ້ອງຢ່າງເຂັ້ມງວດ, ສ່ວນຜູ້ຂັບຣົຖບັນທຸກ ໄດ້ກັກຕົວ ແລະ ເຮັດບົດບັນທຶກ ມອບ-ຮັບ ຜູ້ຕ້ອງຫາ ໃຫ້ເຈົ້າໜ້າທີ່ ຫ້ອງການ ປກສ ເມືອງບົວລະພາ ເພຶ່ອດຳເນີນຄະດີ ຕາມລະບຽບກົດໝາຍຂັ້ນຕໍ່ໄປ.

ເຈົ້າໜ້າທີ່ ດ້ານສິ່ງແວດລ້ອມ ຂອງແຂວງຄຳມ່ວນ ທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ແລະ ສຽງກ່າວຕໍ່ວິທະຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ແຮ່ທາຕທີ່ຢຶດໄດ້ໃນຄັ້ງນີ ອາດເປັນແຮ່ດິບ ປະເພດທອງແດງ ຫລື ແຮ່ຄຳ ທີ່ຖືກຂຸດຄົ້ນ ມາຈາກບໍ່ຄຳເຊໂປນ ໃນແຂວງສວັນນະເຂດ.”

ສ່ວນຊາວລາວຜູ້ນຶ່ງ ໃນແຂວງຄຳມ່ວນ ກ່າວວ່າ ຢາກໃຫ້ທາງການລາວ ເຂັ້ມງວດໃນການຕິດຕາມ ກວດກາຣົຖບັນທຸກ ແຕ່ລະຄັນ ທີ່ເຂົ້າ-ອອກປະເທດ ເພຶ່ອສະກັດກັ້ນ ແລະ ປາບປາມ ຂບວນການລັກລອບ ຂົນສົ່ງຊັພຍາກອນທັມມະຊາຕ ແບບຜິດກົດໝາຍ ເພາະໃນໄລຍະທີ່ຜ່ານມາ ກໍມັກຈະເຫັນຂ່າວ ໃນລັກສະນະນີ້ ມາຢ່າງຕໍ່ເນື່ອງ ແແຕ່ພັດບໍ່ມີຣາຍງານ ເຣຶ່ອງການດຳເນີນຄະດີເທຶ່ອ.

ດັ່ງຊາວລາວ ຜູ້ນີ້ ກ່າວຕໍ່ວິທະຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເອິ! ແມ່ນໄດ໋ ຂະເຈົ້າອອກໄປໝົດເລີຍ ຂຸດຄົ້ນແລ້ວ ບໍ່ມີການປຸງແຕ່ງສຳເຣັດຮູບ ນຳໃຊ້ຢູ່ໃນປະເທດລາວ ມັນນຳອອກຕ່າງປະເທດ, ບໍ່ຢາກໃຫ້ມີການເຂົ້າມາ ຂຍາຍຕົວອີກເນາະ.

ຊາວລາວອີກຄົນນຶ່ງ ໃນນະຄອນຫລວງວຽງຈັນ ໄດ້ກ່າວໃນທຳນອງດຽວກັນວ່າ ທາງການລາວຄວນຈະເຂັ້ມງວດໃນການຕິດຕາມ ກວດກາ ແລະ ສືບສວນສອບສວນ ຜູ້ຕ້ອງຫາຢ່າງຈິງຈັງ ເພຶ່ອຊອກຫາຜູ້ກະທຳຜິດ ຕົວຈິງ ແລ້ວດຳເນີນຄະດີ ຕາມກົດໝາຍຢ່າງເຂັ້ມງວດ ເພື່ອບໍ່ໃຫ້ຊັພຍາກອນ ທັມມະຊາຕຂອງປະເທດ ຖືກສົ່ງອອກໄປລ້າໆ ໂດຍບໍ່ມີຫຍັງກັບຄືນມາ.

ດັ່ງ ຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຄວນເຂັ້ມງວດຫັ້ນແລ້ວ ຄັນໃນເມື່ອມັນຈັບໄດ້ແນວນີ້ ກະຕ້ອງສືບສວນຫາສາເຫດ ກົກປາຍ ມັນເປັນແນວໃດ ແມ່ນໃຜເປັນຜູ້ສັ່ງການ ໂຕນີ້ແລ້ວມັນສຳຄັນນ່າ ແມ່ນໃຜເປັນຜູ້ຊື້ຈ້າງ.”

ສ່ວນຂອງກາງທັງໝົດ ທີ່ຢຶດມາໄດ້ໃນຄັ້ງນີ້, ເຈົ້າໜ້າທີ່ໄອຍະການ ແຂວງຄຳມ່ວນ ກ່າວວ່າ ຫາກຂອງກາງທັງໝົດ ມີເອກສານຢັ້ງຢືນຢ່າງຖືກຕ້ອງ ຕາມລະບຽບກົດໝາຍ ມີເຈົ້າຂອງຈະແຈ້ງ ກໍຈະສົ່ງຂອງກາງ ທັງໝົດຄືນກັບເຈົ້າຂອງຕົວຈິງ.

ຫາກຂອງກາງເຫລົ່ານີ້ ບໍ່ມີເອກສານຢັ້ງຢືນ ຫລື ຖືກລັກມາ ຫລືເຈົ້າຂອງ ຂອງກາງເປັນຜູ້ກະທຳຜິດ ຕົວຈິງ ຂອງກາງທັງໝົດ ຈະຕົກເປັນຂອງຣັຖ ຫລື ຂອງຫລວງໃນທັນທີ ສະນັ້ນແລ້ວ ສານຈະຕັດສິນ ໃນຮູບແບບໃດ ກໍຂຶ້ນກັບຫລັກຖານ ແລະ ຜົລການສືບສວນ ສອບສວນ ຂອງເຈົ້າໜ້າທີ່ ປກສ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ດັ່ງເຈົ້າໜ້າທີ່ ອົງການໄອຍະການ ແຂວງຄຳມ່ວນ ທ່ານນຶ່ງກ່າວຕໍ່ ວິທຍຸ ເອເຊັ້ຽເສຣີ ໃນມື້ດຽວກັນນີ້ວ່າ:

“ຄັນວ່າ ຄຳຕັດສິນມັນບອກວ່າ ສົ່ງຄືນເຈົ້າຂອງ ກະສົ່ງສົ່ງຄືນເຈົ້າຂອງ ຄັນວ່າຄຳຕັດສິນຮິບ ກະຮິບ ແມ່ນ...ມັນກະບົນພື້ນຖານ ການເກັບຂໍ້ມູນເບື້ອງຕົ້ນ.”

ກ່ອນໜ້ານີ້ ທາງການແຂວງສວັນນະເຂດ ກໍໄດ້ຍຶດຣົຖບັນທຸກ ຂົນແຮ່ທາຕຈຳນວນຫລາຍຕັນ ທີ່ບໍ່ມີໃບອະນຸຍາດ ແລະ ບໍ່ມີເອກສານເຄື່ອນຍ້າຍ ຕາມລະບຽບກົດໝາຍ ໃນມື້ວັນທີ 8 ກັນຍາ 2022 ທີ່ຜ່ານມາ ຢູ່ເມືອງອຸທຸມພອນ ເຊິ່ງປັດຈຸບັນ ກໍຍັງບໍ່ມີຣາຍງານ ຄວາມຄືບໜ້າ ກ່ຽວກັບຜົລສືບສວນ ສອບສວນ ຈາກເຈົ້າໜ້າທີ່ເທຶ່ອ.

ເມື່ອປີ 2021 ທີ່ຜ່ານມາ ອຳນາດການປົກຄອງ ເມືອງ ວິລະບູຣີ ແຂວງສວັນນະເຂດ ກໍເຄີຍສົ່ງມອບແຮ່ຫິນຂຽວ ແລະ ແຮ່ທາຕປະເພດຕ່າງໆ ນໍ້າໜັກຮວມ 17 ຕັນປາຍ ຄືນແກ່ໂຄງການ ບໍ່ຄຳເຊໂປນ ພາຍຫລັງທີ່ມີກຸ່ມຄົນ ບໍ່ດີຈຳນວນນຶ່ງ ລັກໄປຂາຍ ແລະ ກວດຍຶດຄືນມາໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org