ສັນເຂື່ອນໄຟຟ້າເມືອງແປກ ຖືກນ້ຳເຊາະ ເຈື່ອນ
ສັນເຂື່ອນໄຟຟ້າ ຂນາດນ້ອຍ ຢູ່ ເມືອງແປກ ແຂວງຊຽງຂວາງ ຖືກນ້ຳເຊາະ ແລ້ວກໍເຈື່ອນ ປ່ອຍນ້ຳໄຫລລົງ ສ້າງຄວາມເສັຽຫາຍ ຫລາຍສົມຄວນ.
-
ອະວາຣີ
2019-08-07 -
-
-
ສັນເຂື່ອນໄຟຟ້າຂນາດນ້ອຍ ຢູ່ເມືອງແປກ ແຂວງຊຽງຂວາງ ຖືກນ້ຳເຊາະ ແລ້ວກໍເຈື່ອນ ປ່ອຍນ້ຳໄຫລລົງ ສ້າງຄວາມເສັຽຫາຍ ຫລາຍ ສົມຄວນ. ພະນັກງານບໍຣິສັດນຳທ່ຽວ ແຫ່ງນຶ່ງ ຢູ່ເມືອງແປກ ເລົ່າສູ່ວິທຍຸ ເອເຊັຽເສຣີ ຟັງ ໃນວັນທີ່ 7 ສິງຫາ 2019 ນີ້ວ່າ
“ກະໂຕເຂື່ອນນັ້ນ ບໍ່ໄດ້ແຕກ ແຕ່ຍ້ອນຝົນຕົກ ນ້ຳຍູ້ ສັນເຂື່ອນທັງສອງຂ້າງຈຶ່ງເຈື່ອນ ແລ້ວນ້ຳກໍໄຫລລົງທາງສອງຂ້າງ ຂອງເຂື່ອນ.”
ຊາວບ້ານຄົນນຶ່ງ ທີ່ຢູ່ໃກ້ເຂື່ອນ ໃຫ້ຣາຍລະອຽດຕໍ່ ວິທຍຸເອເຊັຽເສຣີຕື່ມ ໃນມື້ດຽວກັນວ່າ:
“ຝົນຕົກໜັກ ນ້ຳຫລາຍ ເຂື່ອນຮັບບໍ່ໄຫວ ແລ້ວມັນກໍພັງ ເສັຽຫາຍຫຼາຍ ນ້ຳໄຫຼລົງຖ້ວມທົງນາ 30 ເຮັກຕາ ແລະໜອງປາຂອງປະຊາຊົນ ຫລາຍບ່ອນ.”
ຮອງປະທານບໍຣິສັດສົມພູ ກໍ່ສ້າງຂົວທາງ ຊຶ່ງເປັນເຈົ້າຂອງເຂື່ອນແກ້ງຄວນ ຢູ່ບ້ານລາດບວກເມືອງແປກ ແຫ່ງນີ້ ກ່າວຕໍ່ນັກຂ່າວໂທຣະພາບ ແຂວງຊຽງຂວາງວ່າ:
“ພັຍທັມມະຊາດ ຝົນຕົກຕິດຕໍ່ກັນເປັນເວລາ 2-3 ມື້; ເຣື່ອງຜົນກະທົບ ມັນບໍ່ແມ່ນເຂື່ອນແຕກ ນ້ຳມາບາດດຽວ ນ້ຳໄຫລເຂົ້າເຮືອນຈັກ ບໍ່ສາມາດລະບາຍທັນ; ຜົນກະທົບຕໍ່ປະຊາຊົນ ຢູ່ທາງເທິງແລະລຸ່ມເຂື່ອນ ບໍ່ມີຫຍັງ ແຕ່ລວມຜົນເສັຍຫາຍປະມານ 3 ຕື້ປາຍ.”
ປັດຈຸບັນ ເຈົ້າໜ້າທີ່ ກຳລັງສຳຣວດຜົນກະທົບ ແລະ ເສັຍຫາຍທັງໝົດຢູ່່. ສັນເຂື່ອນຂນາດ 1 ເມກາວັດ ແຫ່ງນີ້ ຫລຸເມື່ອເວລາ ປະມານ 10 ໂມງເຊົ້າຂອງວັນທີ່ 4 ເດືອນສິງຫາ ປີ 2019ນີ້.