ຄູເຂື່ອນແກ້ງຄັວນແຕກ, ໄຮ່ນາເສັຽຫາຍ
2019.08.09

ເມື່ອວັນທີ 4 ສິງຫາ 2019 ນີ້, ຄັນຄູເຂື່ອນແກ້ງຄັວນ ຊຶ່ງເປັນເຂື່ອນຂນາດນ້ອຍ ຢູ່ເມືອງແປກ ແຂວງຊຽງຂວາງ ຖືກນ້ຳເຊາະ ແລ້ວກໍເຈື່ອນ ແລະ ເປ່ເພ, ເຮືອນປັ່ນໄຟເສັຽຫາຍ ແລະ ນ້ຳໄຫຼລົງ ພາກລຸ່ມ ຢ່າງຫຼວງຫລາຍ. ແຕ່ຫຼາຍຄົນ ກໍຍັງຖົກຖຽງກັນວ່າ ມັນແມ່ນເຂື່ອນແຕກ ເຂື່ອນຫຼຸ ຫຼື ພຽງແຕ່ ຖືກນ້ຳເຊາະ ແລ້ວເຈື່ອນຊື່ໆ.
ຊາວບ້ານຄົນນຶ່ງ ຢູ່ບໍຣິເວນໃກ້ໆເຂື່ອນ ທີ່ບໍ່ປະສົງ ບອກຊື່ ແລະ ອອກສຽງ ຕອບຄຳຖາມນັ້ນ ກັບວິທຍຸ ເອເຊັຍ ເສຣີ ເມື່ອວັນທີ 7 ເດືອນສິງຫາ ປີ 2019 ນີ້ວ່າ:
“ຝົນຕົກໜັກ ນ້ຳຫຼາຍ ເຂື່ອນຮັບບໍ່ໄຫວ ແລ້ວມັນກໍພັງ ເສັຍຫາຍຫຼາຍ ນ້ຳໄຫຼລົງຖ້ວມທົງນາ 30 ເຮັກຕາຣ໌ ແລະ ໜອງປາ ຂອງປະຊາຊົນ ຫຼ່າຍບ່ອນ.”
ສ່ວນ ຮອງປະທານ ບໍຣິສັດ ສົມພູກໍ່ສ້າງຂົວທາງ, ຊຶ່ງເປັນເຈົ້າຂອງ ເຂື່ອນຂນາດ 1 ເມກາວັດ ແຫ່ງນີ້ ກ່າວຕໍ່ນັກຂ່າວ ໂທຣະທັດ ແຂວງຊຽງຂວາງວ່າ ເຂື່ອນບໍ່ໄດ້ແຕກ:
“ພັຍທັມມະຊາດ ຝົນຕົກ ຕິດຕໍ່ກັນ ເປັນເວລາ 2-3 ມື້; ເຣື່ອງຜົໍລກະທົບ ໃນຊຸດນີ້ ມັນບໍ່ແມ່ນ ເຂື່ອນແຕກ ນ້ຳມາບາດດຽວ ນ້ຳໄຫລເຂົ້າ ເຮືອນຈັກ ບໍ່ສາມາດລະບາຍ ທັນຊື່ໆ.”
ເຊັ່ນດຽວກັນ ພະນັກງານ ບໍຣິສັດ ນຳທ່ຽວແຫ່ງນຶ່ງ ຢູ່ເມືອງແປກ ເລົ່າສູ່ ວິທຍຸ ເອເຊັຽ ເສຣີ ຟັງໃນວັນທີ່ 7 ສິງຫາ 2019 ນີ້ວ່າ:
“ກະໂຕເຂື່ອນນັ້ນ ບໍ່ໄດ້ແຕກ ແຕ່ຍ້ອນຝົນຕົກ ນ້ຳຍູ້ ສັນເຂື່ອນ ທັງສອງຂ້າງ ຈຶ່ງເຈື່ອນ ແລ້ວນ້ຳ ກໍໄຫຼ ລົງທາງສອງຂ້າງ ຂອງເຂື່ອນ.”
ແຕ່ເຈົ້າໜ້າທີ່ ຜແນກພະລັງງານ ແລະ ບໍ່ແຮ່ ແຂວງຊຽງຂວາງ ໃຫ້ຄຳເຫັນວ່າ ຄູກັນນ້ຳເຂື່ອນເຈື່ອນ ເພພັງ ຍ້ອນເປັນ ຄູດິນປົນດິນຊາຍ ບໍ່ແມ່ນຄອນກຣິດ:
“ໂອ້, ບໍ່ໄດ້ເສີມ ອັນໂຕນີ້ ມັນເປັນເຂື່ອນດິນ ໝົດໜາ ບໍ່ແມ່ນ ອັນເບຕົງ ມີແຕ່ ບ່ອນທໍ່ ສິລົງໃສ່ ອັນນັ້ນເນາະ ສ່ວນຫຼາຍ ມັນເປັນດິນຊາຍ ບາດຝົນຕົກ ມັນຈັງຄອຍເຊາະອອກ ມັນກໍຂ້ອນຂ້າງບໍ່ຍາກ ມັນຈຶ່ງເປ່ຫັ່ນໜາ ເນາະ.”
ຫຼາຍຄົນຖາມວ່າ ຜົລກະທົບ ຫຼື ຜົລເສັຽຫາຍ ທີ່ເກີດຂຶ້ນ ຍ້ອນເຂື່ອນເຈື່ອນເພພັງ ເທື່ອນີ້ ມີຫຼາຍໜ້ອຍ ຊ່ຳໃດ?
ຊາວບ້ານລາດບວກ ທີ່ອາໃສ ຢູ່ໃກ້ໆ ກັບເຂື່ອນ ໄດ້ກ່າວກັບ ວິທຍຸ ເອເຊັຽ ເສຣີ ໃນວັນທີ່ 8 ສິງຫາ 2019 ນີ້ວ່າ:
“ເອີ, ຖືກໜັກ ຢູ່ຄຸ້ມລາດບວກນີ້ ມີເຮືອນແມ່ ກັບເຮືອນພໍ່ ສອງຫຼັງນີ້ແຫຼະ ຖືກໜັກນີ້ 24 ຄອບຄົວ ນ້ຳຖ້ວມເຮືອນແທ້ ປະມານ 10 ປາຍນີ້ແຫຼະ. ໂອຍ ເສັຽຫາຍຫຼາຍໄດ໋ ລູກ ນາຫັ່ນ ປະມານ 30 ເຮັກຕາຣ໌, ທັງບ້ານເປີບ ກັບ ບ້ານລາດບວກ ລວມກັນ ມັນເປັນນາ ແປະລຽບໄປເນາະ.”
ແຕ່ ຮອງປະທານ ບໍຣິສັດ ສົມພູກໍ່ສ້າງຂົວທາງ ກ່າວກັບ ນັກຂ່າວໂທຣະທັດ ແຂວງຊຽງຂວາງວ່າ:
“ຜົນກະທົບ ຕໍ່ປະຊາຊົນ ຢູ່ທາງເທິງ ແລະ ລຸ່ມເຂື່ອນ ບໍ່ມີຫຍັງ ແຕ່ລວມມູນຄ່າ ຜົລເສັຽຫາຍ ປະມານ 3 ຕື້ປາຍ ນີ້ແຫຼະ.”
ໃນຂ່າວ ໂທຣະທັດນັ້ນ, ນັກຂ່າວ ຣາຍງານ ຜົນເສັຽຫາຍ ມີປະມານ 3 ຕື້ເຄິ່ງ ຫຼື 4 ຕື້ກີບ.
ເຈົ້າໜ້າທີ່ ຫ້ອງວ່າ ການປົກຄອງເມືອງແປກ ແຂວງຊຽງຂວາງ ກໍແຈ້ງ ໃຫ້ນັກຂ່າວ ວິທຍຸ ເອເຊັຽ ເສຣີ ຮູ້ໃນວັນທີ່ 8 ສິງຫາ 2019 ນີ້ວ່າ ປະຊາຊົນ ບ້ານລາດບວກ, ຊຶ່ງຕັ້ງຢູ່ໃກ້ ເຂື່ອນທີ່ເຈື່ອນເພພັງ ທັງໝົດ 29 ຄອບຄົວ ຖືກນ້ຳຖ້ວມ:
“ເພາະວ່າ ປະຊາຊົນ ກໍມີຢູ່ 29 ຄອບຄົວ ທີ່ວ່າ ຖືກນ້ຳຖ້ວມຫັ່ນເນາະ ເຄື່ອງໃຊ້ຄົວເຮືອນເບາະ ກໍໄຫຼ ຈຳນວນຜ້າຫົ່ມ ບ່ອນນອນ ຈຳນວນນຶ່ງ ມັນປຽກໃຊ້ການ ບໍ່ໄດ້ເນາະ ຄັນວ່າ ມີຫຍັງ ກໍຢາກໄດ້ ມາຊ່ວຍ ປະຊາຊົນ ຫັ່ນໜາເນາະ.”
ຊາວບ້ານລາດບວກ ຄົນນຶ່ງ ກ່າວວ່າ ບ້ານລາດບວກ ຖືກນ້ຳຖ້ວມ ຍ້ອນນ້ຳປ່າໄຫຼລະ ນັບແຕ່ ວັນທີ່ 4 ສິງຫາ ແຕ່ຈົນເຖິງ ປັດຈຸບັນ ກໍຍັງບໍ່ທັນ ໄດ້ຮັບການຊ່ວຍເຫຼືອ ຢ່າງພຽງພໍ:
“ເອີ.. ທາງການ ມີແຕ່ ພວກສວັດດີການ ເມືອງມາຊ່ວຍ ມີປະປອງປາ ກໍຢາກໄດ້ແລ້ວ ຊ່ວຍເຫລືອ ເທົ່າທີ່ ທາງການ ຈະຊ່ວຍເຫຼືອ ຫຍັງໄດ້.”
ກ່ຽວກັບ ຜົລເສັຽຫາຍ ປັດຈຸບັນ ຄະນະຮັບຜິດຊອບ ຂັ້ນແຂວງ ຂອງແຂວງຊຽງຂວາງ ກຳລັງ ສຳຣວດ ຜົລກະທົບ ແລະ ເສັຽຫາຍ ທັງໝົດຢູ່່, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ຫ້ອງວ່າການ ເມືອງແປກ ທີ່ໄດ້ກ່າວ ກັບວິທຍຸ ເອເຊັຽເສຣີເມື່ອວັນທີ່ 7 ເດືອນສິງຫາ ປີ 2019 ນີ້ ວ່າ:
“ຄະນະ ຮັບຜິດຊອບຂັ້ນແຂວງ ຂະເຈົ້າ ກໍລົງກວດກາ ແລ້ວຂະເຈົ້າ ກໍມີການແນະນຳ ກັບບໍຣິສັດ ແຫຼະເນາະ ໂຕນີ້ ແມ່ນເປັນບໍຣິສັດ ຂອງບຸກຄົນ ເຮັດເຂື່ອນນີ້ນະ.”
ກ່ຽວກັບ ເຫດການ ເຂື່ອນຂນາດນ້ອຍ ເຈື່ອນເພພັງ ເທື່ອນີ້, ຍານາງ ເປຣມຣຶດີ ດາວເຣືອງ, ຜູ້ປະສານງານ ເຄືອຂ່າຍ ພາກປະຊາຊົນ ຊິ້ງຊອມເບິ່ງ ການລົງທຶນ ສ້າງເຂື່ອນ ໃນສປປລາວ ໃຫ້ຄວາມຄຶດຄວາມເຫັນ ທາງອີເມວລ໌ ກັບວິທຍຸ ເອເຊັຽ ເສຣີ ເມື່ອວັນທີ່ 7 ສິງຫາ 2019 ນີ້ວ່າ “ເຫຕການຄັ້ງນີ້ ຣັຖບານລາວ ຄວນບັນທຶກໄວ້ ແລະ ເປັນຖານຂໍ້ມູນ ອັນສຳຄັນ ໃນການພິຈາຣະນາ ທິດທາງ ຂອງການພັທນາ ເຂື່ອນໄຟຟ້າ ພະລັງງານນ້ຳ ໃນລາວ. ປັດຈຸບັນ, ມີເຂື່ອນຂນາດນ້ອຍ ຫຼາຍແຫ່ງ ໃນລາວ ຄືດັ່ງ ເຂື່ອນນ້ຳງື່ມ-ແກ້ງຄວັນນີ້. ແລ້ວເຮົາ ຈະຮູ້ໄດ້ແນວໃດວ່າ ເຂື່ອນນ້ອຍໆເຫຼົ່ານັ້ນ ສ້າງໄດ້ມາຕຖານ ຫຼື ຈະປອດພັຍ ສ່ຳໃດ? ໃຜຈະເປັນ ຜູ້ຮັບຜິດຊອບ ຖ້າຫາກ ເກີດເຫຕການ ທີ່ຄ້າຍຄືກັນນີ້ອີກ?.”