ຫຼາຍບ້ານຢູ່ເມືອງໄກສອນຂາດນໍ້າ ສະອາດ
2014.05.04

ເມືອງ ໄກສອນ ພົມວິຫານ ແຂວງ ສວັນນະເຂດ ເປັນເມືອງ ທີ່ມີ ໂຮງງານ ຜລິດ ນໍ້າປະປາ ແຕ່ ປະຊາຊົນ ຫລາຍບ້ານ ໂດຍສະ ເພາະ ຕາມເຂດ ນອກເມືອງ ຍັງຂາດ ນໍ້າ ສະອາດ, ບໍ່ມີນໍ້າ ປະ ປາ ໃຊ້ ຍ້ອນ ບໍ່ສາມາດ ຕໍ່ທໍ່ນໍ້າ ໄປຮອດ ແລະ ການຜລິດ ນໍ້າ ປະ ປາ ກໍຍັງ ບໍ່ທັນ ພຽງພໍ ກັບຄວາມ ຕ້ອງການ ເທື່ອ. ດັ່ງ ເຈົ້າໜ້າທີ່ ແຂວງ ສວັນນະເຂດ ທ່ານນຶ່ງ ກ່າວວ່າ:
"ຕາມ ສະຖິຕິ ຫັ້ນ ກໍຫລາຍ ບ້ານຢູ່ ມັນນໍ້າ ປະປາ ໄປບໍ່ເຖິງ ບໍ່ທັນໄດ້ ຕໍ່ໄປ ແລະ ກໍນໍ້າເອງ ກໍບໍ່ພໍ ກັບ ຄວາມ ຕ້ອງການ".
ທ່ານກ່າວຕໍ່ ອີກວ່າ ແມ່ນແຕ່ ປະຊາຊົນ ຢູ່ໃນ ໂຕເມືອງ ໄກສອນ ທີ່ ໃຊ້ນໍ້າ ປະປາ ແລ້ວ ກໍຍັງ ບໍ່ໄດ້ໃຊ້ ຢ່າງພຽງພໍ ກັບຄວາມ ຕ້ອງການ ເພາະ ທາງ ໂຮງງານ ສາມາດ ຜລິດນໍ້າ ປະປາ ໄດ້ ປະມານ 22,000 ແມັດກ້ອນ ຕໍ່ວັນ ໃນຂະນະ ທີ່ ຄວາມ ຕ້ອງການ ໃຊ້ ຂອງ ປະຊາຊົນ ຫຼາຍກວ່າ ນັ້ນ ຄື ປະມານ 30,000 ຫາ 35,000 ແມັດ ກ້ອນ ຕໍ່ວັນ.
ກ່ຽວກັບ ເຣື່ອງນີ້ ເຈົ້າໜ້າທີ່ ອີກ ທ່ານນຶ່ງ ເຄີຍເວົ້າວ່າ ຢ່າງໃດ ກໍຕາມ ທຸກມື້ນີ້ ໃນຕົວເມືອງ ນີ້ມີການ ຂຍາຍຕົວ, ມີໂຮງຈັກ ໂຮງງານ ເພີ່ມຂຶ້ນ, ຕ້ອງໄດ້ ລໍຖ້າ ໄປອີກ ດົນ ກວ່ານໍ້າ ປະປາ ຈະໄປເຖິງ ບ່ອນທີ່ ຍັງບໍ່ທັນ ມີນັ້ນ.
ປັດຈຸບັນ ໂຮງງານ ຜລິດນໍ້າ ປະປາ ໃນ ເມືອງ ໄກສອນ ເປັນ ຂອງ ບໍຣິສັດ DKLS ຈາກ ປະເທດ ມາເລເຊັຍ. ທີ່ ຜ່ານມາ ມີ ຂ່າວວ່າ ບໍຣິສັດ ນີ້ ເກັບເງິນ ຄ່າມັດຈໍາ ຈາກ ປະຊາຊົນ ທີ່ ຕ້ອງການ ຕໍ່ນໍ້າ ປະປາ ເຂົ້າເຮືອນ ຈໍານວນ 3 ລ້ານ ກີບ ແລະ ໃຫ້ຊື້ ອ່າງໂຕ່ງ ນໍ້າ ຂອງ ບໍຣິສັດ ນັ້ນ ນໍາດ້ວຍ ຈົນເຮັດໃຫ້ ປະຊາຊົນ ຮ້ອງຮຽນ ໄປ ສະພາ ແຫ່ງຊາດ ເພື່ອ ຂໍໃຫ້ ທາງ ບໍຣິສັດ ຍົກເລີກ ການເກັບຄ່າ ມັດຈໍານັ້ນ.