ລາວໄດ້ຮັບຣົຖດັບເພີງຈາກ ຍີ່ປຸ່ນ
2014.03.26
ເຈົ້າຫນ້າທີ່ ລາວ ທ່ານນຶ່ງ ເວົ້າວ່າ ເມື່ອ ບໍ່ດົນ ມານີ້ ອົງການ ສົ່ງເສີມ ສາຍ ພົວພັນ ແຫ່ງ ປະເທດ ຍີ່ປຸ່ນ ໄດ້ມອບ ຣົຖ ດັບເຟີງ ຈຳນວນ 21 ຄັນ ໃຫ້ ກະຊວງ ປ້ອງກັນ ຄວາມສງົບ ສປປລາວ ເພື່ີອໃຊ້ ໃນວຽກງານ ຕ້ານ ອັຄຄີພັຍ ໃນທົ່ວ ປະເທດ ທີ່ມັກ ເກີດຂື້ນ ຢ່າງຕໍ່ເນື່ອງ ໃນ ທຸກມື້ນີ້.
"ຂະເຈົ້າ ກໍມາຊ່ອຍ ຣົຖດັບເຟີງ ນີ້ເນາະ ໃຫ້ ກະຊວງ ປ້ອງກັນ ຄວາມສງົບ ຈາກນັ້ນ ຈະມອບໃຫ້ ກົມໃຫຍ່ ຕຳຣວດ ແລ້ວ ກໍໃຫ້ ປກສ ແຂວງ ທົ່ວປະເທດ".
ທ່ານກ່າວ ຕື່ມວ່າ ຫລັງຈາກ ໄດ້ຮັບ ທາງກົມໃຫຍ່ ກໍຈະ ພິຈາຣະ ມອບຣົຖ ດັບເພີງ ດັ່ງກ່າວ ໃຫ້ ແຕ່ລະ ແຂວງ ໂດຍຈະເບີ່ງ ຈາກ ແຂວງ ໃດ ທີ່ມີຣົຖ ດັບເຟີງ ຢູ່ບໍ່ເກີນ ສອງຄັນ ຫລື ແຂວງ ໃຫຍ່ໆ ທີ່ຕ້ອງການ ຣົຖດັບເພີງ ຫລາຍຄັນ. ທ່ານວ່າ ການຊ່ອຍ ເຫລືອ ຈາກຍີ່ປຸ່ນ ໃນ ເທື່ອນີ້ ຖືວ່າເປັນ ປະໂຍດ ຢ່າງຍີ່ງ ຕໍ່ວຽກງານ ປ້ອງກັນ ຄວາມສງົບ ຈາກ ອັກຄີພັຍ ທີ່ໄດ້ ທຳລາຍ ຊັບສີນ ຂອງ ປະຊາຊົນ ໃນແຕ່ ລະປີ.
ອິງຕາມ ລາຍງານ ຂອງ ຫນັງສືພີມ ລາວ ພັທນາ ນັບແຕ່ ຕົ້ນປີ 2014 ມາຮອດ ປັດຈຸບັນ ຢູ່ ນະຄອນຫລວງ ວຽງຈັນ ມີເຫດ ອັກຄີພັຍ ເກີດຂື້ນ 40 ຄັ້ງ ສ້າງ ຄວາມ ເສັຽຫາຍ ເປັນມູນຄ່າ ກວ່າ 9 ຕື້ກີບ ສາເຫດ ສ່ວນໃຫຍ່ ມາຈາກ ໄຟຟ້າ ລັດວົງຈອນ ແລະ ໃນຂະນະ ດຽວກັນ ນະຄອນ ຫລວງ ວຽງຈັນ ມີຣົຖ ດັບເພີງ ພຽງແຕ່ 16 ຄັນ.