ໂຮງງານປຸງແຕ່ງເຄືອແຫມ ຂອງຈີນ ປ່ອຍນໍ້າເສັຽ

ສຸພັດຕາ
2019.05.17
F-Ivy ໂຮງງານປຸງແຕ່ງເຄືອແຫມ ແຂວງບໍລິຄໍາໄຊ
ຮູບພາບຈາກ : ນັກຂ່າວພົລເມືອງ

ໂຮງງານເຄືອແຫມ ຂອງນັກລົງທຶນຈີນແລະລາວ ຢູ່ບ້ານທ່າສີ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ປ່ອຍນໍ້າເສັຽລົງໃສ່ຫ້ວຍນໍ້າຫາດ ເຮັດໃຫ້ ນໍ້າເນົ່າ ແລະ ມີກິ່ນເໝັນຮຸນແຮງ ໃນຣັສມີ 5 ກິໂລແມັດ ທີ່ກະທົບຕໍ່ສຸຂພາບ ຂອງ ປະຊາຊົນ. ຊາວບ້ານເວົ້າວ່າ ອ່າງບໍາບັດນໍ້າເສັຽ ຂອງໂຮງງານ ນ້ອຍໂພດ ບໍ່ສາມາດເກັບນໍ້າເສັຽ ໃນປະຣິມານຫຼາຍໄດ້ ເມື່ອຝົນຕົກໜັກເຮັດໃຫ້ ນໍ້າເສັຽນັ້ນລົ້ນ ແລະອອກໄປສູ່ຫ້ວຍ, ດັ່ງອໍານາດການປົກຄອງ ບ້ານທ່າສີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ພຶສພາ ນີ້ວ່າ:

“ຈັ່ງວ່າເຂົາບໍ່ຮັບປະກັນ ໄດ້ແຕ່ຊໍ່ານີ້ແຫຼະ ຕອນຍາມແລ້ງ ມັນກໍບໍ່ເປັນຫຍັງເນາະ ຍາມຝົນຕົກມັນກະຕົກກະເຕັມ ກະໄຫຼອອກ ແຕ່ລະປີ ກະໄດ້ເວົ້າ ໄດ້ແກ້ຢູ່ຕລອດ.”

ມີຊາວບ້ານຄົນນຶ່ງ ໄດ້ເວົ້າຄວາມຮູ້ສຶກກ່ຽວກັບກິ່ນເໝັນ ຂອງນໍ້າໃນຫ້ວຍ ດັ່ງກ່າວນັ້ນ ຜ່ານເຟສບຸກສ່ວນຕົວວ່າ:

“ເບິ່ງສະພາບຫ້ວຍທັມມະຊາດເດີ້ ພີ່ນ້ອງ ສິມີໂຕຢ່າງຢູ່ໄດ໋ ພິລຶກປານນີ້ ຄວາມເໝັນນິ່ສຸດໂລດ ປ່ອຍລົງໄປຫ້ວຍເນາະ ແລ້ວປ່ອຍລົງໄປ ໃສ່ຫ້ວຍໃຫຍ່ອີກ ນີ້ແມ່ນຫ້ວຍນ້ອຍ ມັນຊິໄຫຼລົງໄປຫ້ວຍໃຫຍ່ ຄືຫ້ວຍນໍ້າຫາດເນາະ.”

ຊາວບ້ານຜູ້ນີ້ ກ່າວຕື່ມວ່າ ໂຮງງານດັ່ງກ່າວ ໄດ້ປ່ອຍນໍ້າເສັຽມາເປັນເວລາ 4 ປີແລ້ວ, ຊຶ່ງບໍ່ຮູ້ວ່າ ພາຍໃນໂຮງງານ ມີການບໍາບັດນໍ້າເສັຽ ແນວໃດແທ້ ຈຶ່ງປ່ອຍໃຫ້ນໍ້າເສັຽໄຫຼອອກມາ, ດັ່ງນັ້ນ ຊາວບ້ານຈຶ່ງໄດ້ນໍາບັນຫານີ້ ໄປຮ້ອງຮຽນ ຕໍ່ຫ້ອງການຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ເມືອງບໍລິຄັນແລ້ວ ແຕ່ບໍ່ເຫັນເຈົ້າໜ້າທີ່ ລົງມາແກ້ໄຂບັນຫາຈັກເທື່ອ.

ກ່ຽວກັບເຣື້ອງດັ່ງກ່າວນີ້ ເຈົ້າໜ້າທີ່ຫ້ອງການຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ເມືອງບໍລິຄັນ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ ປັດຈຸບັນ ທາງຫ້ອງການຍັງບໍ່ທັນໄດ້ຮັບຄໍາຮ້ອງຮຽນ ຈາກປະຊາຊົນເທື່ອ ແຕ່ກໍາລັງລົງພື້ນທີ່ ໄປເບິ່ງສະພາບການ ປ່ອຍນໍ້າເສັຽດັ່ງກ່າວ ເພື່ອ ຫາແນວທາງແກ້ໄຂ, ດັ່ງທ່ານກ່າວວ່າ:

“ມັນບໍ່ໄດ້ເປັນບັນຫາອັນໃດ ເພາະວ່າໂຮງງານເປັນໂຮງງານແຫມ ທີ່ຕັ້ງຢູ່ຫັ້ນແຫຼະ ແຕ່ເຣື່ອງຣາຍຣະອຽດ ພວກເຮົາຍັງໄດ້ຂຶ້ນ ກໍາລັງຂຶ້ນ ໄປເບິ່ງຢູ່.”

ນັບແຕ່ຕົ້ນປີນີ້ ເປັນຕົ້ນມາ ການລົງທຶຶນສ້າງໂຮງງານ ອຸດສາຫະກັມ ແລະຂຸດຄົ້ນບໍ່ແຮ່ ໃນລາວ ໄດ້ສົ່ງຜົນກະທົບ ຕໍ່ປະຊາຊົນ ແລະ ສິ່ງແວດລ້ອມ ຫຼາຍຂຶ້ນ ຄືເມື່ອເດືອນມິນາ ຜ່ານມາ ໂຮງງານເບັຽລາວ ໄດ້ສົ່ງກິ່ນເໝັນ ກະທົບປະຊາຊົນ ບ້ານສາລາຄໍາ, ເມືອງຫາດ ຊາຍຟອງ, ນະຄອນຫຼວງວຽງຈັນ ອີກທັງຍັງມີນໍ້າເສັຽ ລົງສູ່ຫ້ວຍ ແລະໃນເດືອນດຽວກັນນັ້ນ ການຂຸດຄົ້ນບໍ່ແຮ່ ຂອງບໍຣິສັດ ພອນສັກ ຢູ່ເມືອງຄໍາເກີດ ແຂວງບໍລິຄໍາໄຊ ກໍໄດ້ປ່ອຍສານເຄມີ ໄຫຼລົງຫ້ວຍ ເຮັດໃຫ້ຊາວບ້ານວັງກອກ 196 ຄອບຄົວ ໄດ້ຮັບຜົນກະທົບ ຈາກ ການນໍາໃຊ້ນໍ້າໃນ ຫ້ວຍດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.