ນັກທຸຣະກິດມັກເຫັນແຕ່ ກໍາໄລ

ໄມຊູລີ
2015.09.30
F-Laos ແຂວງບໍ່ແກ້ວ
RFA

ເຈົ້າໜ້າທີ່ ກະຊວງ ຜແນກ ແຜນການ ແລະ ການ ລົງທຶນ ຂອງລາວ ກ່າວວ່າ ການ ດໍາເນີນ ທຸຣະກິດ ຂອງ ນັກລົງທຶນ ຕ່າງຊາດ ໃນລາວ ເປັນຕົ້ນ ຊາວຈີນ ແລະ ວຽດນາມ ສ່ວນນຶ່ງ ຈໍາເປັນ ຕ້ອງ ສົ່ງ ຜົນກະທົບ ຕໍ່ ປະຊາຊົນ ລາວ ທີ່ ຢູ່ ອ້ອມຂ້າງ ແບບ ຫລິກລ່ຽງ ບໍ່ໄດ້ ໂດຍສະເພາະ ການປ່ອຍ ຂອງເສັຽ ອອກຈາກ ໂຮງງານ ຍ້ອນ ພວກເຂົາເຈົ້າ ເຫັນແຕ່ ຄວາມ ສໍາຄັນ ຂອງ ຜົນກໍາໄຣ ພຽງ ຢ່າງດຽວ ບໍ່ ຄໍານຶງວ່າ ປະຊາຊົນ ຈະ ເດືອດຮ້ອນ ແນວໃດ ດັ່ງນັ້ນ ຈຶ່ງເປັນ ທີ່ມາ ຂອງ ບັນຫາ ທີ່ ທາງການ ຍັງຈະຕ້ອງ ແກ້ໄຂ ກັນຢູ່. ດັ່ງ ທ່ານ ກ່າວວ່າ:

“ແນວຄິດ ຂອງ ນັກລົງທຶນ ມັນ ກໍຕ້ອງ ເອົາປຽບໝູ່ ຕລອດ ຫັ້ນນະ ເນາະ ແນວຄິດ ຂອງ ນັກລົງທຶນ ເຂົາກໍຊອກ ເພື່ອ ຜົນປະໂຫຍດ ຂອງເຂົາ ເຂົາກໍຮູ້ ຢູ່ແກ່ໃຈ ຫັ້ນແຫຼະ ແຕ່ວ່າ ເຂົາ ກໍຕ້ອງ ດໍາເນີນ ຫັ້ນນະ ຈົນ ປະຊາຊົນ ເຮັດໜັງສື ຟ້ອງຮ້ອງ“.

ເຈົ້າໜ້າທີ່ ທ່ານນີ້ ກ່າວ ຕໍ່ໄປວ່າ ເມື່ອ ນັກລົງທຶນ ເຮັດ ແນວນັ້ນ ຈຶ່ງ ພາໃຫ້ເກິດ ຄວາມ ຂັດແຍ່ງ ກັບ ປະຊາຊົນ ໃນ ທ້ອງຖິ່ນ ດັ່ງທີ່ເຄີຍ ເກີດຂຶ້ນ ຢູ່ ທາງ ພາກເໜືອ ເປັນຕົ້ນ ໂຮງງານ ເຜົາດິນຈີ່ ຂອງ ຈີນ ຢູ່ ແຂວງ ອຸດົມໄຊ ໄດ້ປ່ອຍ ຄວັນ ອອກຈາກ ໂຮງງານ ຈົນເຮັດໃຫ້ ປະຊາຊົນ ທີ່ ຢູ່ອ້ອມຂ້າງ ໄດ້ຮັບ ຄວາມ ເດືອດຮ້ອນ ຫຼື ຕາມ ສວນ ປູກກ້ວຍ ໃນ ບາງແຂວງ ມັກເກີດ ຜົນສະທ້ອນ ຕໍ່ ປະຊາຊົນ ໂດຍກົງ ທັ້ງທີ່ ນັກລົງທຶນ ເອງ ກໍຮູ້ວ່າ ການໃຊ້ ສານເຄມີ ຈະ ເກີດ ບັນຫາ ແຕ່ກໍຍັງ ລັບຫູ ລັບຕາ ໃຂ້ ເພາະ ຖືວ່າ ການໃຊ້ ສານເຄມີ ຈະເຮັດໃຫ້ ກ້ວຍ ງອກງາມ ຊື່ງ ຈະຂາຍ ໄດ້ ຣາຄາ ດີ.

ທ່ານກ່າວ ຕຶ່ມວ່າ ບັນຫາ ນັກລົງທຶນ ສ້າງ ຜົນກະທົບ ຕໍ່ ປະຊາຊົນ ອາດຈະເປັນ ບັນຫາ ຍືດຍາວ ທີ່ ບໍ່ມີວັນ ສິ້ນສຸດ ເນື່ອງຈາກ ການລົງທຶນ ໃນ ຫລາຍໆ ປະເພດ ໂດຍສະເພາະ ການລົງທຶນ ກໍ່ສ້າງ ໂຄງການ ຕ່າງໆ ເປັນ ໄປບໍ່ໄດ້ ທີ່ ວ່າຈະ ບໍ່ໃຫ້ ແຕະຕ້ອງ ດິນ ຂອງ ປະຊາຊົນ ເລີຍ, ສ່ວນທີ່ ພາກ ຣັຖ ເຮັດໄດ້ ກໍພຽງແຕ່ ໃຫ້ ນັກລົງທຶນ ຊົດເຊີຍ ຄ່າ ເສັຽຫາຍ ໃຫ້ຜູ້ທີ່ ໄດ້ຮັບ ຄວາມ ເດືອດຮ້ອນ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.