ສັມພາດ ດຣ. ອຽນ ແບ໊ດ (Dr. Ian Baird) ຕອນທີ 2
2018.05.25
ປາຂ່າ ຫລື ປາ dolphin ນໍ້າຈືດ ທີ່ຫາຍາກ ແລະ ໃກ້ຈະສູນພັນ ມີຢູ່ໃນແມ່ນໍ້າຂອງ ເຂດບ້ານຫາງຄອນ ເມືອງໂຂງ ແຂວງຈໍາປາສັກ ພາກໃຕ້ຂອງລາວ, ເປັນວັງປາຂ່າ ບ່ອນດຽວ ຂອງລາວ, ປັດຈຸບັນ ມີການສັນນິຖານວ່າ ຍັງເຫລືອພຽງ 3 ໂຕ ຂະນະທີ່ ຢູ່ໃຕ້ລົງໄປ ໃນເຂດກັມພູຊາ ມີເຖິງ 90 ໂຕ, ຕາມຣາຍງານ ຂອງກອງທຶນ ສັດປ່າໂລກ WWF.
ແລະ ຂະນະນີ້ ເຂື່ອນດອນສະໂຮງ ທີ່ຢູ່ໃກ້ກັນນັ້ນ ຢູ່ຣະຫວ່າງການກໍ່ສ້າງ ຕັນຮູສະໂຮງ ທີ່ເປັນຮູປາ ເຄີຍລອຍຂຶ້ນລົງ, ຊຶ່ງກັງວົນກັນວ່າ ຈະສົ່ງຜົລກະທົບ ຕໍ່ປາຂ່າໄດ້. Dr. Ian Baird, ສາສດາຈານ ປະຈໍາ ຢູ່ມະຫາວິທະຍາລັຍ Wisconsin ສະຫະຣັຖອາເມຣິກາ ໃຫ້ສັມພາດ ວິທຍຸ ເອເຊັຽ ເສຣີ ( RFA) ກ່ຽວກັບ ເຣື່ອງນີ້ວ່າ ປາຂ່າ ມັນກະຢູ່ລຸ່ມເຂື່ອນ ມັນກະບໍ່ເຄີຍ ຂຶ້ນເໜືອ ຢູ່ແລ້ວ.
(ສຽງສັມພາດ)
.......
ນັ້ນຄືການສັມພາດ Dr. Ian Baird ສາສດາຈານ ຢູ່ມະຫາວິທະຍາລັຍ Wisconsin ສະຫະຣັຖອາເມຣິກາ ຜູ້ທີ່ໄດ້ໄປສຶກສາ ເຣື່ອງປາຂ່າ ໄປເຫັນສະພາບ ປາຂ່າ ໂຕຈິງ ໃນເຂດບ້ານຫາງຄອນ ເປັນເວລາດົນຫລາຍປີ ຈົນວ່າ ເວົ້າຄວາມລາວ ໄດ້ຫລ່ຽນໄຫລ ຄືກັບເປັນຄົນລາວ.