ສັມພາດ ດຣ. ອຽນ ແບ໊ດ (Dr. Ian Baird)

ປາຂ່າ ເປັນ ປາຊນິດ ທີ່ຫາຍາກ ແລະ ໃກ້ຈະສູນພັນ ມີຢູ່ໃນ ແມ່ນໍ້າຂອງ ພາກໃຕ້ ຂອງລາວ ບໍ່ພໍເທົ່າໃດ ໂຕ ແລະເຫັນວ່າ ຈະຫລຸດລົງເລື້ອຍໆ.

ປ່າຂ່າ ໃນແມ່ນໍ້າຂອງ ຢູ່ເມືອງໂຂງ ແຂວງຈຳປາສັກ RFA/TP

ປາຂ່າຫລືປາ dolphin ນໍ້າຈືດ ເປັນປາຊນິດນຶ່ງ ທີ່ຫາຍາກ ແລະໃກ້ຈະສູນພັນ ມີຢູ່ໃນແມ່ນໍ້າຂອງ ເຂດບ້ານຫາງຄອນ ເມືອງໂຂງ ແຂວງຈໍາປາສັກ ພາກໃຕ້ຂອງລາວ, ເປັນວັງປາຂ່າ ບ່ອນດຽວ ຂອງລາວ. ປັດຈຸບັນມີການສັນນິຖານວ່າ ຍັງເຫລືອປາຂ່າ ພຽງ 4 ໂຕ ພາຍຫລັງທີ່ລູກປາຂ່າ ອາຍຸ 3 ເດືອນ ໄດ້ຕາຍ ໂດຍບໍ່ຮູ້ສາເຫດ ເມື່ອເດືອນ ມີນາ 2018 ນີ້.

ໃນຂນະທີ່ຢູ່ໃຕ້ລົງໄປ ໃນເຂດກັມພູຊາ ມີປາຂ່າເຖິງ 90 ໂຕ -ຕາມຣາຍງານຂອງກອງທຶນ ສັດປ່າໂລກ WWF.

ເວົ້າເຖິງຈໍານວນປາຂ່ານັ້ນ Dr. Ian Baird, ສາສດາຈານ ປະຈໍາຢູ່ມະຫາວິທຍາລັຍ Wisconsin ສະຫະຣັຖ ອາເມຣິກາ ໃຫ້ສັມພາດ RFA ວ່າ ໃນຕົວຈິງແລ້ວ ປ່າຂ່າໃນວັງນໍ້າຂອງ ເຂດແດນຂອງລາວ ແລະ ໃນເຂດ ກັມພູຊາ ແມ່ນມັນລອຍ ໄປ-ມາ ຂ້າມເຂດກັນຢູ່.

ການສັມພາດ Dr. Ian Baird ສາສດາຈານ ຢູ່ມະຫາວິທຍາລັຍ Wisconsin ສະຫະຣັຖ ອາເມຣິກາ ຜູ້ທີ່ໄດ້ໄປສຶກສາ ເຣື່ອງປາຂ່າ ໄປເຫັນສະພາບປາຂ່າຕົວຈິງ ໃນເຂດບ້ານຫາງຄອນ ເປັນເວລາດົນຫລາຍປີ ຈົນວ່າເວົ້າຄວາມລາວ ໄດ້ຢ່າງຫລ່ຽນໄຫລ ຄຶດັ່ງທີ່ໄດ້ຟັງ ໄປນັ້ນ. ເຊີນທ່ານຕິດຕາມ ການສັມພາດອີກ ເປັນຕອນທີ 2 ໃນມື້ຕໍ່ໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org