ຢາຂ້າສັດຕູພືດ ຂ້າທຸກຢ່າງ
ການໃຊ້ ຢາຂ້າຫຍ້າ ແລະ ຂ້າສັດຕຣູ ພືດ ແບບ ຊະຊາຍ ໃນ ສວນປູກກ້ວຍ ຂອງຈີນ ໃນລາວ ເປັນ ອັນຕຣາຍ ຕໍ່ ສຸຂພາບ ຂອງຄົນ ແລະ ສັດ, ສິ່ງແວດລ້ອມ ແລະ ແມ່ນ້່ຳ ລຳທານ.
-
ສິດນີ
2016-04-17 -
-
-
Your browser doesn’t support HTML5 audio
ອົງການ ທີ່ບໍ່ຂຶ້ນ ກັບ ຣັຖບານ ເວົ້າວ່າ ການໃຊ້ ສານເຄມີ ທີ່ເປັນພິດ ເປັນຕົ້ນ ຢາຂ້າຫຍ້າ ແລະ ສັດຕູພືດ ໃນສວນກວ້ຍ ທີ່ ຈີນ ເປັນ ເຈົ້າຂອງ ຢູ່ພາກເຫນືອ ຂອງລາວ ຈົນເຮັດໃຫ້ ທາງການລາວ ສັ່ງຫ້າມການ ຂຍາຍພື້ນທີ່ ປູກກ້ວຍ ໃນແຂວງ ດັ່ງກ່າວ ເປັນອັນຕຣາຍ ຕໍ່ ສຸຂພາບ ແລະ ສິ່ງແວດລ້ອມ ແມ່ນ້ຳລຳທານ ໃນເຂດ ດັ່ງກ່າວ.
ສື່ ຂອງ ທາງການລາວ ແຈ້ງວ່າ ປະຊາຊົນ ທ້ອງຖິ່ນ ທີ່ ແຂວງບໍ່ແກ້ວ ປັດຈຸບັນ ມີຄວາມຢ້ານ ກັງວົນ ໃນການ ເຂົ້າໄປ ເກັບເຄື່ອງປ່າ ຂອງດົງ ມາກິນ ຄືດັ່ງ ເຫັດ ແລະ ອື່ນໆ ທີ່ໃກ້ກັບ ພື້ນທີ່ ສວນປູກກ້ວຍ ຂອງຈີນ.
ຫລັງຈາກ ຫຼາຍປີ ທີ່ເຫັນວ່າ ມີການໃຊ້ ສານເຄມີ ທີ່ເປັນພິດ ໃນ ສວນປູກກ້ວຍ ດັ່ງກ່າວ ປະຊາຊົນ ກໍຢ້ານ ທີ່ຈະໃຊ້ ແຫລ່ງນ້ຳ ທັມມະຊາດ ແລະ ຕຶກປາ ຕາມ ຫ້ວຍໜອງ ຄອງບຶງ ໃນເຂດ ດັ່ງກ່າວ.
ສວນປູກກ້ວຍ ຢູ່ແຂວງບໍ່ແກ້ວ ແລະ ໃນແຂວງ ພາກເຫນືອ ຂອງລາວ ແມ່ນຈີນ ເກືອບທັງໝົດ ເປັນຜູ້ ສຳປະທານ ແລະ ຈ້າງ ຄົນງານລາວ ສີດ ສານເຄມີ ທີ່ເປັນພິດ ເພື່ອຂ້າຫຍ້າ ແລະ ສັດຕູພືດ ໃນ ພື້ທີ່ກວ່າ 10 ພັນ ເຮັກຕາ ທີ່ ແຂວງບໍ່ແກ້ວ ແຂວງດຽວ. ອີງຕາມຣາຍງານ ຈາກ ຂ່າວສານ ປະເທດລາວ.
ຂ່າວສານ ປະເທດລາວ ສະບັບ ວັນທີ 30 ເດືອນ ມິນາ ຣາຍງານ ທີ່ອ້າງຕາມ ຄຳໃຫ້ການ ຂອງ ທ່ານ ຄຳພັນ ເຜີຍຍາວົງ ເຈົ້າແຂວງ ແຂວງບໍ່ແກ້ວ ວ່າ ສານເຄມີ ທີ່ ຫຼາຍປະເທດ ໄດ້ສັ່ງຫ້າມ ບໍ່ໃຫ້ໃຊ້ແລ້ວ ຍັງຖືກລັກ ນໍາເຂົ້າມາໃຊ້ ໃນສວນກ້ວຍ ໃນ ແຂວງບໍ່ແກ້ວ ຢູ່. ຈົນສົ່ງ ຜົລກະທົບ ຕໍ່ຊຸມຊົນ ຢ່າງຫຼວງຫຼາຍ. ທາງການແຂວງ ວ່າຈະເຂັ້ມງວດ ໃນເຣື້ອງ ດັ່ງກ່າວ ໃຫ້ຫຼາຍຂຶ້ນ ໃນ ອະນາຄົດ.
ອົງການ ທີ່ບໍ່ຂຶ້ນກັບ ຣັຖບານ ຫລື NGO, HELVETAS ຈາກ ປະເທດ ສວິສແລັນ ເປີຍເຜີຍວ່າ ໃນເດືອນ ຜ່ານມາ, ໃນ 2 ເມືອງ ທີ່ແຂວງ ຊຽງຂວາງ ຂອງລາວ ມີການສີດ ສານເຄມີ ຂ້າຫຍ້າ ທີ່ເປັນພິດ ເຖິງ 19 ລ້ານ ລິດ ໃນປີທີ່ ແລ້ວ ແລະ ອົງການ ທີ່ບໍ່ຂຶ້ນ ກັບ ຣັຖບານ ອັນທີສອງ ທີ່ ມີສູນກາງ ຢູ່ ບາງກອກ ປະເທດ MARUT JATIKET ເວົ້າວ່າ ສິ່ງທີ່ສຳຄັນ ໄປກວ່ານັ້ນ ແມ່ນວ່າ ປາຣິມານ ສານພິດ ຈາກ ສານເຄມີ ທີ່ ໃຊ້ໃນລາວ ບໍ່ມີການ ຄວບຄຸມ ແລະ ຕີດຕາມ ຈາກຫນ່ວຍງານ ທີ່ ກ່ຽວຂ້ອງ ແຕ່ຢ່າງໃດ.