ຜົນກະທົບຈາກໂຄງການເຂື່ອນ ດອນສະໂຮງ

ອະວາຣີ
2014.03.04
F-Donsahong ຊາວບ້ານດອນສະໂຮງ ທຸກຄົນຫາປາລ້ຽງຊີພ: ຮູປຖ່າຍໃນເຂດ ທີ່ເຂື່ອນດອນສະໂຮງ ຈະຖືກສ້າງໃສ່ ຕາມໂຄງການ ຂອງຣັຖວິສາຫະກິຈ ໄຟຟ້າລາວ
RFA/Orathai

 

ອົງການ ຮັກສາ ສັດປ່າ WWF ທີ່ ກຳພູຊາ ຕຳນິ ຜູ້ສ້າງ ເຂື່ອນ ດອນສະໂຮງ ວ່າ ການສຶກສາ ສຳຣວດ ຜົນກະທົບ ທີ່ ຈະເກີດ ຈາກ ເຂື່ອນດັ່ງກ່າວ ມີຂໍ້ ບົກຜ່ອງ ຫລາຍ ແລະ ກໍບໍ່ຖືກ ຕາມ ຫລັກການ ວິທຍາສາດ.

ທ່ານ ຊະຮິດ ຊໍ່າອາດ ຜູ້ ອຳນວຍການ ອົງການ ຮັກສາ ສັດປ່າ WWF ປະຈຳ ກຳພູຊາ ກ່າວ ມື້ວານນີ້ ວ່າ ພວກເຮົາ ມີຄວາມ ວິຕົກ ກັງວົນຫລາຍ ທີ່ ການສຶກສາ ສຳຣວດ ບໍ່ໄດ້ ມາຕຖານ; ພວກເຮົາ ຂໍຮຽກຮ້ອງ ໃຫ້ ຣັຖບານລາວ ແລະ ຜູ້ກໍ່ສ້າງ ເຂື່ອນ ໃຫ້ສຶກສາ ສຳຣວດ ຢ່າງຄັກແນ່ ຕື່ມ ກ່ອນຈະສ້າງ.

ທ່ານ ຊໍ່າອາດ ກ່າວ ອີກວ່າ ນັກ ວິທຍາສາດ ຂອງ WWF ໄດ້ສຶກສາ ຄົ້ນຄວ້າ ເບິ່ງແຜນການ ຈະສ້າງ ເຂື່ອນ ດອນສະໂຮງ ນັ້ນ ເປັນເວລາ 7 ເດືອນເຕັມ ແລະ ໄດ້ຮູ້ວ່າ ການສຶກສາ ສຳຣວດ ທີ່ເຮັດໄປ ແລ້ວນັ້ນ ບໍ່ໄດ້ ສຶກສາ ເຖິງ ຜົນກະທົບ ທີ່ ຈະເກີດຂື້ນ ຕໍ່ປະເທດ ອື່ນ ໂດຍສະເພາະ ກຳພູຊາ ທີ່ ຢູ່ໄກ ຈາກເຂື່ອນ ພຽງແຕ່ 2 ກິໂລແມັດ ເທົ່ານັ້ນ.

ອີກບັນຫາ ນຶ່ງ ທ່ານ ເຕ່ນະວຸດ ເລຂາທິການ ທົ່ວໄປ ຄະນະ ກັມມະການ ແມ່ນ້ຳຂອງ ແຫ່ງຊາດ ກຳພູຊາ ກໍກ່າວວ່າ ເຈົ້າຂອງ ໂຄງການ ກໍບໍ່ໄດ້ ສຶກສາ ສຳຣວດ ຢ່າງ ຄັກແນ່ ເຖິງຜົນ ກະທົບ ຕໍ່ປາ ໂດຍສະເພາະ ການຂຶ້ນລົງ ຂອງປາ ໃນຍາມແລ້ງ.

ອົງການ ຮັກສາ ສິ່ງແວດລ້ອມ WWF ຣາຍງານ ຢໍ້າອີກວ່າ ຜົນກະທົບ ທີ່ ຮ້າຍແຮງ ທີ່ສຸດ ກໍແມ່ນ ເຂື່ອນ ດອນສະໂຮງ ຈະທຳຣາຍ ການຂຶ້ນລົງ ຂອງປາ ແລະ ປາ ຫລາຍຊນິດ ເປັນຕົ້ນ ປາຄ່າ ແລະ ປາບຶກ. ບໍຣິສັດ Mega First ຂອງ ມາເລເຊັຍ ຜູ້ລົງທຶນ ສ້າງເຂື່ອນ ດັ່ງກ່າວ ບໍ່ໄດ້ ສຶກສາ ສຳຣວດ ຢ່າງຖີ່ຖ້ວນ ພຽງແຕ່ ຄາດຄະເນ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.