ໂຄງການ ຂຸດຄົ້ນແຮ່ທາດຕ່າງໆ ມີຜົລກະທົບ ຕໍ່ສິ່ງແວດລ້ອມ ຫຼາຍດ້ານ

ການຂຸດຄົ້ນບໍ່ແຮ່ ແລະ ແຮ່ທາດ ຢູ່ແຂວງອັຕປຶ ເປັນບັນຫາ ຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ ຫລາຍແນວ ທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ ແລະປະຊາຊົນ ຈຳນວນນຶ່ງ ກໍເຫັນວ່າ ໂຄງການສັມປະທານ ບໍ່ແຮ່ຕ່າງໆ ພາຍໃນເມືອງ ທີ່ຢູ່ໃນຂັ້ນຕອນການຂຸດຄົ້ນນັ້ນ ໄດ້ສົ່ງຜົລກະທົບຕໍ່ ສິ່ງແວດລ້ອມຢ່າງໜັກ ເຊັ່ນການຕັດໄມ້ ໃນເຂດປ່າສົມບູນ ແລະ ປ່ອຍນ້ຳເປື້ອນ ລົງສູ່ແຫຼ່ງນ້ຳທັມມະຊາດ ເປັນຕົ້ນ.

ໂຕຢ່າງ: ການຂຸດຄົ້ນແຮ່ເຫຼັກຢູ່ແຂວງພາກກາງຂອງລາວ (ຊ້າຍ) ການສົ່ງແຮ່ເຫຼັກໄປຊາຍແດນວຽດນາມ (ຂວາ) ປີ 2021. ນັກຂ່າວ ພົລເມືອງ

ທ່ານ ວິທະຍາ ພົມມະຈັນ ກັມມະການພັກແຂວງ ຫົວໜ້າຜແນກພລັງງານ ແລະ ບໍ່ແຮ່ ແຂວງອັດຕະປຶ ໄດ້ກ່າວໃນກອງປະຊຸມວຽກງານ ພລັງງານ ແລະ ບໍ່ແຮ່ ທົ່ວແຂວງອັຕະປຶ ປະຈຳປີ 2021 ແລະ ທິດທາງແຜນການ ປີ 2022 ທີ່ຈັດຂຶ້ນໃນວັນທີ່ 4 ມີນາ ທີ່ຜ່ານມານັ້ນວ່າ ພາຍໃນແຂວງອັດຕະປຶ ມີໂຄງການລົງທຶນ ດ້ານແຮ່ທາດ ທັງໝົດ 53 ບໍຣິສັດ ເຂົ້າມາຂຸດຄົ້ນບໍ່ແຮ່ ແລະ ແຮ່ທາດ ຈຳນວນ 61 ກິຈການ ກວມເອົາເນື້ອທີ່ທັງໝົດ ປະມານ 2,980 ກິໂລຕາແມດ ສ່ວນຫລາຍເປັນການຂຸດຄົ້ນແຮ່ຄຳ, ແຮ່ຊືນ-ເງິນ, ແຮ່ບົກຊິດ ຫີນອ່ອນປາໂກດິດ ຫີນປາຊານ ຫີນຊາຍ ຫີນຣີໂອລຣີດ-ຕຸບ, ດິນໜຽວ ເພື່ອຜລິດດີນຈີ່ ແລະ ດີນຖົມອື່ນໆ.

ໃນຂະນະທີ່ຊາວບ້ານ ຈຳນວນນຶ່ງ ມີຄວາມເຫັນວ່າ ໂຄງການສັມປະທານ ຂຸດຄົ້ນບໍ່ແຮ່ ແລະ ແຮ່ທາດຕ່າງໆ ພາຍໃນບັນດາເມືອງ ໃນແຂວງອັດຕະປຶ ຂອງນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ຈຳນວນຫລາຍນັ້ນ ມີຂັ້ນຕອນການຂຸດຄົ້ນແຮ່ ທີ່ເຮັດໃຫ້ເກີດຜົລກະທົບ ດ້ານສິ່ງແວດລ້ອມ ຫລາຍແນວ ເປັນຕົ້ນ ການເຂົ້າບຸກເບີກໂຄງການ ຕ້ອງຕັດຕົ້ນໄມ້ ໃນເຂດປ່າສົມບູນ, ປ່ອຍນໍ້າເປື້ອນລົງແຫລ່ງນໍ້າສາທາຣະນະ, ມີກິ່ນຂີວ ແລະ ເຮັດໃຫ້ຖນົນຫົນທາງ ເປ່ເພ ແກ່ຍາວເປັນເວລາມາດົນແລ້ວ ແຕ່ກໍຍັງບໍ່ມີພາກສ່ວນ ທີ່ກ່ຽວຂ້ອງ ເຂົ້າມາແກ້ໄຂເທຶ່ອ.

ດັ່ງຊາວບ້ານ ຢູ່ເມືອງຊານໄຊ ທ່ານນຶ່ງກ່າວຕໍ່ ວິທະຍຸເອເຊັຽເສຣີ ເມື່ອວັນທີ 11 ມີນາ 2022 ທີ່ຜ່ານມານັ້ນວ່າ:

“ໂອ້ຍ! ທາງມັນເພໝົດແລ້ວ ທາງມັນໝຸ່ນໝົດແລ້ວ ແຕ່ກີ້ເຂົາປູທາງໃຫ້ ຣົຖທຽວໄປທຽວມາຕລອດ ທາງມັນກໍເປັນຂຸມໝົດເລີຍ. ມີແຕ່ຢາກໃຫ້ຊ່ອຍມາແປງທາງໃຫ້ນີ້ແຫລະ ໂອ້ຍ! ທາງເປັນຂຸມໝົດແລ້ວ ຂີ່ຣົຖຕົກຂຸ່ມ ຄໍຫັກຕາຍແລ້ວບາດນີ້. ກໍຫລາຍບ່ອນຢູ່ ແຖວບ້ານນອກຊົນນະບົດນັ້ນ ຫັ້ນແຫລະ. ຕັ້ງແຕ່ແຮ່ເຂົ້າມານີ້, ໂອ້ຍ! ເປັນຂຸມໝົດ ທາງບໍ່ງາມແຫລະ ທາງນີ້ ເປັນຫລາຍປີແລ້ວ.”

ທ່ານກ່າວຕື່ມວ່າ ສຳລັບໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ໃນເນື້ອທີ່ 6 ກິໂລແມດ ພາຍໃນເຂດບ້ານນໍ້າຊວນ ເມືອງພູວົງ ຂອງບໍຣິສັດ ລາວວ້ານເລີຍ ບໍ່ແຮ່ຈຳກັດ ເຖິງແມ່ນວ່າ ຜແນກຊັບພະຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ແຂວງອັຕະປຶ ຈະໄດ້ລົງກວດກາ ຜົລກະທົບດ້ານສິ່ງແວດລ້ອມ ທີ່ເກີດຂຶ້ນ ຈາກການດຳເນີນໂຄງການດັ່ງກ່າວນີ້ແລ້ວ ໃນໄລຍະກາງປີ 2021 ທີ່ຜ່ານມານັ້ນກໍຕາມ ແຕ່ມາຮອດປັຈຸບັນ ບັນຫາດັ່ງກ່າວນີ້ ກໍຍັງບໍ່ທັນໄດ້ຮັບການແກ້ໄຂ ຢ່າງຈິງຈັ່ງເທຶ່ອ.

ທີ່ຜ່ານມາ ມີນັກລົງທຶນຈຳນວນນຶ່ງ ໄດ້ດຳເນີນການຂໍສັມປະທານ ຂຸດຄົ້ນບໍ່ແຮ່ ແລະ ແຮ່ທາດ ເປັນພື້ນທີ່ຫລາຍເຮັກຕາ ແຕ່ພັດບໍ່ໄດ້ດຳເນີນກິຈການ ຕາມທີ່ຕົກລົງ ກັບໜ່ວຍງານຣັຖ ແຕ່ພັດນຳເອົາຊັບພະຍາກອນທັມມຊາດ ພາຍໃນພື້ນທີ່ອອກໄປຂາຍ.

ດັ່ງຊາວບ້ານ ຢູ່ບ້ານນໍ້າຊວນ ເມືອງພູວົງ ທ່ານນຶ່ງ ກ່າວຕໍ່ ວິທະຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຢູ່ຊາຍແດນພຸ້ນ ບໍ່ແຮ່ ບໍ່ຫິນອ່ອນ ຢູ່ຊາຍແດນພຸ້ນແຫລະ. ໂອ້ຍ! ຫລາຍລະເວ້ຍ ແຖວນໍ້າຊວນ ແຖວວັງຕັດພຸ້ນແຫລະ. ໂອ້! ມັນດົນແລ້ວ ເຂົາຜລິດ, ເຂົາເຮັດໃໝ່ 10 ປາຍປີ ນີ້ນ່າ ກໍເຫັນເຂົາບຸກເບີກມາດົນແລ້ວ.

ສຳລັບໂຄງການຂຸດຄົ້ນບໍ່ແຮ່ ແລະ ແຮ່ທາດ ພາຍໃນແຂວງອັຕປຶ ເປັນກິຈການ ການລົງທຶນ ຂອງນັກທຸຣກິຈວຽດນາມ ແລະ ບາງສ່ວນ ກໍເປັນຂອງນັກທຸຣກິຈລາວ ອັນເປັນສ່ວນຫລາຍ ເປັນໂຄງການຂຸດຄົ້ນແຮ່ ຂນາດນ້ອຍ ແລະ ຂນາດກາງ ກວມເອົາພື້ນທີ່ ໃນຂົງເຂດເມືອງຊານໄຊ ແລະ ເມືອງພູວົງ ເນື່ອງຈາກເປັນບ່ອນ ທີ່ສຳຣວດພົບແຮ່ຈຳນວນຫລາຍ ແລະ ຢູ່ຕິດຈອດ ກັບປະເທດວຽດນາມ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກ ກ່ຽວກັບການຄຸ້ມຄອງບໍ່ແຮ່ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ທ່ານນຶ່ງ ກ່າວຕໍ່ ວິທະຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ມັນກໍປະສົມກັນຫັ້ນແຫລະ ບາງທີກະສ່ວນຫລາຍກະແມ່ນວຽດ ກັບລາວ ພາຍໃນປະເທດ. ມັນເປັນເມືອງທີ່ມີໂຊນ ອັນນ່າເສຖກິຈ. ສ່ວນຫລາຍກະຢູ່ທາງອັນນ່າ ເມືອງພູວົງ ກັບ ຊານໄຊ ເພາະວ່າ ຈຸດປະກົດແຫລ່ງແຮ່ເນາະ ອີງໃສ່ຕາມທໍຣະນີສາຕ ຂອງການເກີດແຮ່ເນາະ ສ່ວນຫລາຍມັນມີຢູ່ທາງນັ້ນເນາະ.

ອີງຕາມຣາຍງານ ຂອງຄະນະປະຈຳສະພາແແຫ່ງຊາດ ກ່ຽວກັບ ການຈັດຕັ້ງປະຕິບັດກົດໝາຍ ໃນການຄຸ້ມຄອງ ແລະ ນຳໃຊ້ຊັພະຍາກອນ ທັມມະຊາດ ບໍ່ວ່າຈະເປັນການຊອກຄົ້ນ, ສຳຣວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ຫິນຜາ, ຫິນແຮ່ ແລະ ຂີ້ຊາຍ. ຫາກມີການລະເມີດຄຳສັ່ງ ຂອງນາຍຍົກຣັຖມົນຕຣີ ສະບັບເລກທີ່ 08/ນຍ ລົງວັນທີ 2 ກໍຣະກະດາ 2018 ວ່າດ້ວຍ ການເພີ່ມທະວີ ການຄຸ້ມຄອງກິຈການຂຸດຄົ້ນຫິນແຮ່-ຊາຍ ແລະ ແຮ່ຕ່າງໆ ທີ່ແຂວງວຽງຈັນ, ການຂຸດຄົ້ນຄຳຕົກຂ້ອນ ຢູ່ແຂວງອັຕະປຶ ແລະ ໂຄງການອື່ນໆ ທົ່ວປະເທດລາວ. ຫາກໂຄງການ ຫລື ກິຈການໃດ ບໍ່ປະຕິບັດຕາມກົດໝາຍ ສັນຍາສັມປະທານ ແລະ ມີຜົລກະທົບ ທີ່ຮ້າຍແຮງ ຕໍ່ສິ່ງແວດລ້ອມສັງຄົມ ແລະ ທັມມະຊາດ ຜູ້ລົງທຶນ ຫລື ພະນັກງານຣັຖ ທີ່ກ່ຽວຂ້ອງຈະຖືກລົງໂທດ ຕາມກົດໝາຍ ເປັນຕົົ້ນໂຄງການຂຸດຄົ້ນບໍ່ແຮ່ ແລະ ແຮ່ທາດ ຂອງບໍຣິສັດແຫ່ງນຶ່ງ ໃນແຂວງອັດຕະປຶ.

ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກ ກ່ຽວກັບການຄຸ້ມຄອງບໍ່ແຮ່ ທ່ານດຽວກັນນີ້ ກ່າວວ່າ:

“ທຳອິດເນາະ ໃນເບື້ອງຕົ້ນນີ້ ເຮົາກໍສຶກສາກ່ອນເນາະ ຕັ້ງແຕ່ວ່າ ຜູ້ລົງທຶນເນາະ ໃນການຈັດຕັ້ງປະຕິບັດ ຖ້າວ່າມັນຜິດຂຶ້ນມານີ້ ເຮົາກໍຈະສັ່ງຢຸດ ສັ່ງໂຈະເນາະ ແລ້ວກໍໃຫ້ປົວແປງຄືນຫັ້ນເນາະ ດ້ານເຣຶ່ອງສິ່ງແວດລ້ອມ. (ທີ່ຜ່ານມາ) ມັນກໍມີເນາະ ມີ ມັນບໍ່ຮ້າຍແຮງຫັ້ນນ່າ ເຂົາປະຕິບັດ ຕາມມາຕການ ທີ່ວ່າ ຄະນະກັມມະການຄຸ້ມຄອງ ຂອງເພີ່ນແນະນຳ ຫັ້ນນ່າ.”

ອີງຕາມຣາຍງານ ຂອງທ່ານ ວິທະຍາ ພົມມະຈັນ ກັມມະການພັກແຂວງ ຫົວໜ້າພະແນກ ພລັງງານ ແລະ ບໍ່ແຮ່ ແຂວງອັຕະປຶ ໄດ້ກ່າວໃນການປະຊຸມ ອົງການປົກຄອງແຂວງ ເມື່ອໄລຍະທ້າຍປີ ທີ່ຜ່ານມານີ້ວ່າ ໃນປີ 2021 ແຂວງອັຕະປຶ ໄດ້ຮັບພັນທະ ແລະ ຜົລປໂຍດ ຈາກກິຈການແຮ່ທາດ ຄືມີຄ່າສັມປະທານທີ່ດິນ ຈາກໂຄງການທໍຣະນີສາຕ ແລະ ບໍ່ແຮ່ທັງໃນລະດັບເມືອງ ແລະ ແຂວງ ເປັນຈຳນວນ 257,742 ໂດ່ລາຣ໌ສະຫະຣັຖ, ຄ່າຊັບພະຍາກອນແຮ່ທາ ແລະ ພັນທະແບບມອບເໝົາ 2,687,576 ໂດ່ລາຣ໌ສະຫະຣັຖ ຫລື ເກືອບ 2,69 ລ້ານ ໂດ່ລາຣ໌ສະຫະຣັຖ ແລະ 2,367,319,000 ກີບ. ພັນທະອາກອນຕ່າງໆ ລວມທັງໝົດ ປະມານ 22,702,069,795 ຫລື (ເກືອບ 22 ຕື້ ເຈັດຮ້ອຍປາຍ ລ້ານກີບ) ລວມເຖິງພັນທະ ທຶນຄຸ້ມຄອງໂຄງການ, ທຶນຝຶກໂອບຮົມ, ທຶນພັທນາສັງຄົມ, ທຶນພັທນາທ້ອງຖິ່ນ ແລະ ທຶນປົກປັກຮັກສາສິງແວດລ້ອມ ອີກເປັນຈຳນວນຫລາຍ. ແຕ່ເຖິງຢ່າງໃດກໍຕາມ ງົບປະມານດັ່ງກ່າວນີ້ ພັດຍັງບໍ່ໄດ້ນຳມາໃຊ້ ໃນການສ້າງປໂຍດ ໃຫ້ແກ່ປະຊາຊົນ ໃນພື້ນທີ່ໄດ້ພໍເທົ່າໃດ.

ດັ່ງຊາວບ້ານ ຢູ່ເຂດວັງຕັດ ເມືອງຊານໄຊ ທ່ານນຶ່ງ ກ່າວວ່າ:

“ຫົນທາງແມ່ນບໍ່ ມັນເປ່ເພຫັ້ນແຫລະ ມັນບໍ່ທັນໄດ້ປົວແປງນີ້ແຫລະ ພັກ-ຣັຖ ເພິ່ນບໍ່ທັນໄດ້, ກາດຽວນີ້ ກໍກຳລັງຊິເຮັດເສັ້ນທາງປູຍາງເດ້ ເປົ້າໝາຍຂອງເພິ່ນ.”

ໃນຈຳນວນໂຄງການ ທີ່ລົງທຶນດ້ານແຮ່ທາດ ຢູ່ແຂວງອັຕະປຶນີ້ ເປັນໂຄງການຮ່ວມມື ບໍ່ໄດ້ຮັບສິດສັມປະທານ 5 ໂຄງການ, ເນື້ອທີ່ປະມານ 2,232 ກິໂລຕາແມ້ດ, ໂຄງການໄດ້ຮັບ ສິດສັມປະທານ ຕາມສັນຍາກັບຣັຖບານ ຕາມຈຳນວນ 10 ບໍຣິສັດ ເປັນເນື້ອທີ່ປະມານ 787 ກິໂລຕາແມ້ດ, ມີທັງໝົດ 14 ກິຈການ ໃນນັ້ນກວມເອົາກິຈການ ຊອກຄົ້ນ 2 ກິຈການ, ສຳຣວດ 5 ກິຈການ, ສຶກສາການເປັນໄປໄດ້ ທາງດ້ານເສຖກິຈ-ເຕັກນິກເບື້ອງຕົ້ນແຮ່ບົກຊິດ 1 ກິຈການ, ຢູ່ໃນຂັ້ນຕອນສເນິ ຂໍຂຸດຄົ້ນ-ປຸງແຕ່ງ 4 ກິຈການ. ສ່ວນອີກ 2 ກິຈການ ໄດ້ດຳເນີນການຂຸດຄົ້ນ ແລະ ປຸງແຕ່ງແຮ່ແລ້ວ. ນອກຈາກນີ້ຂັ້ນແຂວງ ອອກອະນຸຍາດ 16 ບໍຣິສັດ, ມີ 23 ກິຈການ ແລະ ຂັ້ນເມືອງ ອະນຸຍາດ 23 ບໍຣິສັດ ມີ 24 ກິຈການ.

ນັບແຕ່ຣັຖບານລາວ ໄດ້ອານຸຍາດໃຫ້ຜູ້ລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ສາມາດດຳເນີນກິຈການ ຂຸດຄົ້ນບໍ່ແຮ່ ແລະ ແຮ່ທາດແລ້ວ ທັງໝົດ 214 ບໍຣິສັດ 319 ກິຈການ. ໃນນັ້ນຍັງຢູ່ຂັ້ນຕອນ ການຊອກຄົ້ນ 21 ບໍຣິສັດ, 28 ກິຈການ, ຢູ່ໃນຂັ້ນຕອນສຳຣວດ 70 ບໍຣິສັດ, 83 ກິຈການ, ແລະ ຢູ່ໃນຂັ້ນຕອນ ສຶກສາຄວາມເປັນໄປໄດ້ ດ້ານເສຖກິຈ-ເຕັກນິກ 43 ບໍຣິສັດ, 67 ກິຈການ ແລະ ຢູ່ໃນຂັ້ນຕອນ ການຂຸດຄົ້ນ ແລະ ປຸງແຕ່ງແຮ່ ທາດ 80 ບໍຣິສັດ, 141 ກິຈການ, ພ້ອມນີ້ ໂຄງການແຮ່ທາດທີ່ໄດ້ຮັບອະນຸຍາດ ໃຫ້ມີການຂຸດຄົ້ນເເມ່ນມີເນື້ອທີ່ປະມານ 7,281,047 ເຮັກຕ້າຣ໌ ກວມເອົາ 30.75% ຂອງເນື້ອທີ່ທັງໝົດໃນປະເທດລາວ, ອີງຕາມ ການຣາຍງານຂອງ ທ່ານ ຄຳມະນີ ອິນທິຣາດ ຣັຖມົນຕຣີ ກະຊວງພລັງງານ ແລະ ບໍ່ແຮ່ ກ່າວໃນໄລຍະທ້າຍປີ 2020. ສະບາຍດີ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org