ເຮືອຈີນບັນທຸກຊີ້ນລິ່ນ ຕໍາແກ້ງຫີນ

ເຮືອຈີນ ຕຳແກ້ງຫິນ ຢູ່ກາງ ມະຫາສມຸດ ປາຊີຟິກໃກ້ໆ ຟີລິບປິນ ແລະ ປະກົດວ່າ ຢູ່ໃນ ເຮືອລໍານັ້ນ ມີຊິ້ນລິ່ນ ປະມານ 10 ຕັນ ທີ່ ແຊ່ນ້ຳກ້ອນໄວ້.

ຮູປໂຕລິ່ນ ສາຍພັນຈາກ ອາຝຣິກາ Courtesy of Pangolins.org

ເຮືອຈີນ ຕຳແກ້ງຫິນ ຢູ່ກາງ ມະຫາສມຸດ ປາຊີຟິກໃກ້ໆ ຟີລິບປິນ ແລະ ປະກົດວ່າ ຢູ່ໃນ ເຮືອລໍານັ້ນ ມີຊິ້ນລິ່ນ ປະມານ 10 ຕັນ ທີ່ ແຊ່ນ້ຳກ້ອນໄວ້.

ເຈົ້າໜ້າທີ່ ຮັກສາສັດປ່າ ເຊື່ອວ່າ ລິ່ນເຫລົ່ານັ້ນ ໄປຈາກ ມາເລເຊັຍ ແລະ ອິນໂດນີເຊັຍ. ເຈົ້າໜ້າທີ່ ຟີລິບປິນ ຈັບລູກເຮືອ ຊຶ່ງ ເປັນຊາວຈີນ 12 ຄົນ ໃນຂໍ້ຫາ ຄະດີ ຄ້າຂາຍສັດປ່າ ຫາຍາກ ແລະ ພຍາຍາມ ໃຫ້ເງິນສິນບົນ ແກ່ ເຈົ້າໜ້າທີ່. ການຄ້າລິ່ນ ເປັນການຄ້າ ທີ່ ຜິດກົດໝາຍ ນັບແຕ່ປີ 2002 ເປັນຕົ້ນມາ, ຍ້ອນມີຄວາມ ຕ້ອງການຫລາຍ ຢູ່ ຈີນ ລິ່ນ ແລະຊິ້ນຫລິ່ນ ຈຶ່ງມີຣາຄາ ແພງຂື້ນນັບມື້. ແຕ່ກ່ອນ ພວກຄ້າສັດປ່າ ຫາຈັບ ລິ່ນ ຢູ່ຈີນ ລາວ ວຽດນາມ ແລະ ກຳພູຊາ ແຕ່ປັດຈຸບັນ ລິ່ນ ຢູ່ປະເທດ ເຫລົ່ານີ້ ດັບສູນໝົດແລ້ວ ພວກຄ້າ ສັດປ່າ ຈຶ່ງໄປຮັບຊື້ ຈາກ ມາເລເຊັຍ ແລະ ອິນໂດນີເຊັຍ.

ການຍຶດລິ່ນ ໄດ້ເທື່ອນີ້ ຖືວ່າ ເປັນການຍຶດ ທີ່ໃຫຍ່ທີ່ສຸດ ໃນເຂດ ມະຫາສມຸດ ປາຊີຟິກ. ເມື່ອ 2 ປີກ່ອນ ເຈົ້າໜ້າທີ່ ຈີນ ຄົ້ນພົບຊີ້ນລິ່ນ ແຊ່ນ້ຳກ້ອນ 9.6 ຕັນ ໃນເຮືອລຳນຶ່ງ ໃກ້ໆກັບ ແຂວງກວາງຕຸ້ງ ໃນພາກໃຕ້ ຂອງຈີນ. ກ່ອນນັ້ນອີກ 2 ປີ ຄືເມື່ອ ປີ 2008 ເຈົ້າໜ້າທີ່ ວຽດນາມ ກໍກວດຄົ້ນເຮືອ 3-4 ລຳ ແລະ ພົບເຫັນ ຊີ້ນລິ່ນ ເຖິງ 23 ຕັນ ໃນຣະຍະ ເວລາປະມານ 1 ສັປດາ.

ເຈົ້າໜ້າທີ່ ຟິລິບປິນ ກ່າວວ່າ ການຄ້າສັດປ່າ ໂດຍສະເພາະ ລິ່ນ ເປັນການລະເມີດ ກົດໝາຍ ອັນຮ້າຍແຮງ ຜູ້ກະທຳຜິດ ຈະໄດ້ຮັບໂທດ ຖືກປັບໃໝ ເຖິງ 3 ແສນ ດອນລ່າ ສະຫະຣັຖ ຫລື/ແລະ ຈຳຄຸກ ເປັນເວລາ 5 ປີ. ນອກຈາກ ຈະລັກຂົນສົ່ງ ທາງເຮືອແລ້ວ ພວກຄ້າ ສັດປ່າ ຍັງມັກລັກ ຂົນສົ່ງ ລິ່ນ ແລະສັດປ່າ ຊນິດອື່ນໆ ທາງບົົກ ຈາກ ມາເລເຊັຍ ເຂົ້າໄທ ຜ່ານລາວ ແລ້ວອອກໄປ ວຽດນາມ ຫລືໄປຈີນ ໂດຍກົງເລີຍ. ເສັ້ນທາງ ທີ່ພວກຄ້າ ສັດປ່າ ມັກຂົນສົ່ງ ລິ່ນໃນລາວ ແມ່ນ ເສັ້ນທາງ ຈາກ ບ້ານບຸ່ງກວາງ ໄປຫາ ນ້ຳທອນ ແລ້ວໄປຕາມ ເສັ້ນທາງເລກທີ່ 8 ອອກໄປຫາ ບ້ານຫລັກ ຊາວ ແລ້ວຕໍ່ໄປ ຫາ ຊາຍແດນ ວຽດນາມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org