ຫຼາຍຄອບຄົວຕ້ອງຍ້າຍຈາກ ແຫຼ່ງຂຸດ ຖ່ານຫິນ
2021.04.02

ທາງການແຂວງໄຊຍະບູຣີ ຕຽມໂຍກຍ້າຍ ປະຊາຊົນບ້ານ ກິ່ວງິ້ວ ເມືອງເງິນ ທັງໝົດ 115 ຄອບຄົວ ອອອກໄປຈາກບ້ານຂອງ ພວກເຂົາເຈົ້າ ເພື່ອໃຫ້ທາງໂຮງງານໄຟຟ້າຫົງສາ ຂຍາຍເນື້ອທີ່ ສັມປະທານ ຂຸດຄົ້ນຖ່ານຫິນ ອອກໄປຕື່ມອີກ 2,700 ປາຍເຮັກຕາ ດັ່ງເຈົ້າໜ້າທີ່ແຂວງໄຊຍະບູຣີ ທ່ານນຶ່ງ ກ່າວຕໍ່ RFA ໃນມື້ວັນທີ 1 ເມສາ ນີ້ວ່າ:
“ພື້ນທີ່ເຂົາສັມປະທານ ອັນເກົ່າລະແມ່ນສໍາຣວດ ຈັດສັນໄມ້ອອກສໍາເຣັດແລ້ວ. 2 ມາລະແມ່ນຂະເຈົ້າຫັ້ນ ຈະຍ້າຍບ້ານຫັ້ນນະ ເນາະ ຈະຍ້າຍບ້ານແລ້ວກະມາຕັດເນື້ອທີ່ ຢູ່ແຖວ ບ້ານປາງບົງ ພີ້ ສິຍ້າຍ 115 ຄອບຄົວ ມາຢູ່. ດຽວນີ້ກໍາລັງປຸກສ້າງເຮືອນຢູ່ ວຽກທີ 3. ລະແມ່ນລົງເກັບກໍາຂໍ້ມູນ ເພື່ອການທົດແທນຫັ້ນ ດິນໄຮ່ດິນສວນດິນນາ ກະຍັງບໍ່ແລ້ວເທື່ອ.”
ທ່ານກ່າວຕື່ມວ່າ ສໍາລັບການຊົດເຊີຍເງິນ ໃຫ້ຊາວບ້ານ ກິ່ວງິ້ວ ທີ່ໄດ້ຮັບຜົລກະທົບນັ້ນ ທາງການແຂວງໄຊຍະບູຣີ ຈະໃຫ້ 1,200 ກີບຕໍ່ແມັດກາເຣ ສໍາລັບດິນໄຮ່ ດິນນາ, ແລະ 2,000 ກີບຕໍ່ແມັດກາເຣ ສໍາລັບດິນປຸກສ້າງ ຊຶ່ງເປັນຣາຄາປະເມີນ ທີ່ສົມເຫດສົມຜົລ ຕາມຄວາມເຫັນຂອງທາງການແຂວງ.
ແລະວ່າ ຫລັງຈາກທີ່ຊາວບ້ານກິ່ວງິ້ວ ໄດ້ໂຍກຍ້າຍໄປຢູ່ເຮືອນຈັດສັນໃໝ່ ພາຍໃນທ້າຍປີນີ້ ຫລືອາຈເປັນຕົ້ນປີໜ້າ ທາງບໍຣິສັດ ໄຟຟ້າຫົງສາ ແລະທາງການແຂວງໄຊຍະບູຣີ ຈະມອບເງິນຊົດເຊີຍ ທີ່ວ່ານັ້ນໃຫ້ຊາວບ້ານ ພ້ອມກັບມອບດິນກະສິກໍັມ ທີ່ບຸກເບີກ ໃໝ່ໃຫ້ນໍາດ້ວຍ.
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ເມືອງເງິນ ແຂວງໄຊຍະບູຣີ ກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ປັດຈຸບັນທາງບໍຣິສັດໄຟຟ້າຫົງສາ ກໍາລັງເລັ່ງສ້າງເຮືອນຈັດສັນ ໃຫ້ຊາວບ້ານ ຜູ້ທີ່ຈະໄດ້ຖືກ ໃຫ້ໂຍກຍ້າຍ ສໍາເຣັດຕາມກໍານົດພາຍໃນປີ 2021 ນີ້, ຂນະທີ່ສ້າງໄປ ໄດ້ຫຼາຍສົມຄວນແລ້ວ ດັ່ງທີ່ທ່ານກ່າວວ່າ:
“ກໍາລັງຕິດຕັ້ງ ແບບເຂົາກໍ່ສ້າງໂຄງການ ເປັນທີ່ຢູ່ອາສັຍເປັນເຮືອນນີ໋ ຍັງບໍ່ທັນແລ້ວເທື່ອນ່າດຽວນີ້ຫັ້ນເນາະ. ເຂົາຕັດພູໂຕນັ້ນ ເຮັດອັນເປັນຢູ່ ແບບບ່ອນດຽວກັນໝົດເລີຍສິນ່າ ຂອບເຂດຂອງ ບ້ານປາງບົງ ເຈົ້າ.”
ໃນຂນະດຽວກັນ ຜູ້ປະຕິບັດງານດ້ານສິ່ງແວດລ້ອມ ທີ່ບໍ່ປະສົງອອກຊື່ ແລະສຽງ ກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ:
“ປ່າໄມ້ ແລະສັດປ່າ ກໍຈະໄດ້ຮັບຜົລກະທົບຢ່າງແນ່ນອນ ຍ້ອນ ປ່າໄມ້ຈະຖືກຕັດໃນພື້ນທີ່ກວ້າງ, ສັດປ່າບໍ່ມີບ່ອນຢູ່ ບໍ່ມີທີ່ຫາກິນ ຊຶ່ງເປັນບັນຫາທີ່ຫລີກລ້ຽງບໍ່ໄດ້ ເພາະທາງບໍຣິສັດ ກໍມີຄວາມຈໍາເປັນ ທີ່ຈະຕ້ອງຂຍາຍພື້ນທີ່. ສະນັ້ນກໍຕ້ອງເອົາໃຈໃສ່ ຕິດຕາມ ກວດກາເປັນພິເສດ ເພື່ອບໍ່ໃຫ້ເກີດຜົລກະທົບທີ່ໜັກໜ່ວງ ແລະຮຸນແຮງເກີນໄປ.”
ເມື່ອທ້າຍເດືອນພຶສຈິກາ 2020 ຜ່ານມາ ທາງການແຂວງໄຊຍະບູຣີ ໄດ້ມອບເງິນຊົດເຊີຍ ໃຫ້ປະຊາຊົນບ້ານ ປາງບົງ ຈໍານວນ 18 ຄອບຄົວ ເປັນເງິນປະມານ 1 ຕື້ປາຍກີບ ຍ້ອນເສັຍດິນທໍາການຜລິດ, ຕົ້ນໄມ້ກິນໝາກ ແລະອື່ນໆ ໃຫ້ທາງບໍຣິສັດໄຟຟ້ານັ້ນ. ປັດຈຸບັນ ທາງບໍຣິສັດ ໄດ້ບຸກເບີກດິນ ກະສິກັມ ຢູ່ບ່ອນໃໝ່ໃຫ້ຊາວບ້ານ ບາງຄອບຄົວແລ້ວ.
ກ່ຽວກັບເຣື່ອງນີ້ RFA ພຍາຍາມຕິດຕໍ່ໄປຫາ ຊາວບ້ານ ກິ່ວງິ້ວ ແລະບ້ານປາງບົງ ເພື່ອຂໍຮູ້ຣາຍລະອຽດ ເຣື່ອງການຊົດເຊີຍ ແລະ ການໂຍກຍ້າຍ, ແຕ່ບໍ່ສາມາດຕິດຕໍ່ໄດ້.
ເຈົ້າໜ້າທີ່ບໍຣິສັດໄຟຟ້າຫົງສາ ກ່າວຕໍ່ RFA ໃນມື້ວັນທີ 1 ເມສານີ້ວ່າ ການຂຍາຍເນື້ອທີ່ສັມປະທານ ເພີ່ມອອກໄປທາງເມືອງເງິນ ເປັນເຣື່ອງຄວາມປອດພັຍ ຂອງບໍ່ຖ່ານຫີນ.
ອີງຕາມຣາຍງານຂອງໜັງສືພິມ ຂ່າວສານປະເທດລາວ ວັນທີ 31 ມີນາ 2021, ການຂຍາຍພື້ນທີ່ສັມປະທານ ບໍ່ຖ່ານຫີນເພີ່ມ ທາງບໍຣິສັດໄຟຟ້າຫົງສາ ຈະຕ້ອງຄໍານຶງເຖິງ ຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ ມາເປັນອັນດັບທໍາອິດ, ຕ້ອງມີການສຶກສາ ລາຍລະອຽດ, ແລະແຜນຄຸ້ມຄອງ-ຕິດຕາມ ກວດກາເຣື່ອງ ສິ່ງແວດລ້ອມ, ການປະເມີນ ຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ຜົລກະທົບຕົ້ນຕໍ ທີ່ຈະເກີດຂຶ້ນ ຈາກການດໍາເນີນໂຄງການ, ມາຕການປ້ອງກັນ ແລະຫລຸດຜ່ອນຜົລກະທົບ.
ໂຮງໄຟຟ້າຫົງສາ ເປັນໂຮງໄຟຟ້າຖ່ານຫິນລິກໄນ ທີ່ໃຫຍ່ທີ່ສຸດໃນ ສປປລາວ ຕັ້ງຢູ່ເມືອງຫົງສາ ແຂວງໄຊຍະບູຣີ ໃກ້ກັບຊາຍແດນ ໄທຍ ມີເນື້ອທີ່ທັງໂຮງໄຟຟ້າ ແລະບໍ່ຖ່ານຫິນ ປະມານ 7,600 ເຮັກຕາ, ມີກໍາລັງການຜລິດ 1,878 ເມກາວັດ, ສົ່ງຂາຍໄຟຟ້າໃຫ້ ໄທຍ ເປັນຫລັກ ຄື 1,473 ເມກາວັດ ຜ່ານສາຍສົ່ງ 500 ກິໂລໂວນ ແລະຂາຍໃຫ້ ຣັຖວິສາຫະກິດ ໄຟຟ້າລາວ 100 ເມກາວັດ ຜ່ານສາຍສົ່ງ 115 ກິໂລໂວນ ເລີ່ມເປີດໃຊ້ເປັນ ທາງການ ເມື່ອເດືອນ ພຶສຈິກາ 2015, ມີໄລຍະສັມປະທານ 25 ປີ.