ຊາວບ້ານເດືອດຮ້ອນ ຍ້ອນການດູດຊາຍ
ແຂວງຫົວພັນ ມີຊາວບ້ານ ທີ່ອາສັຍ ຢູ່ຕາມ ແຄມນໍ້າມາ ໄດ້ຮັບ ຜົລກະທົບ ຈາກ ການດູດຊາຍ.
-
ສິດນີ
2013-02-14 -
-
-
Your browser doesn’t support HTML5 audio
ເຈົ້າຫນ້າທີ່ ແຂວງຫົວພັນ ທ່ານນື່ງ ເວົ້າວ່າ ປັດຈຸບັນ ນໍ້າມາ ຊື່ງເປັນລໍານໍ້າ ສຳຄັນ ຂອງແຂວງນັ້ນ ເກີດບັນຫາ ນໍ້າຂຸ່ນ ຍ້ອນວ່າມີ ເຮືອດູດຊາຍ ເຖິງ 60 ລຳ ຈາກວຽດນາມ ແລະ ໃນລາວເອງ ເຂົ້າມາດູດຊາຍ ເພື່ອການກໍສ້າງ ແລະ ຮ່ອນເອົາຄໍາ ເຮັດໃຫ້ ຊາວບ້ານ ແລະ ສັດສາວາສິ່ງ ທີ່ໃຊ້ ລໍານໍ້າສາຍນີ້ ໄດ້ຮັບ ຄວາມເດືອດຮ້ອນ. ທ່ານກ່າວ ໃນຕອນນຶ່ງວ່່າ:
"ບັນຫາ ຜົລສະທ້ອນ ກໍຍ້ອນວ່າ ເຮັດໃຫ້ນໍ້າຫັ້ນຂຸ່ນ ສ່ວນຫລາຍ ເຂົາໃຊ້ອາບ ຊັກເຄື່ອງຊັກຂອງ ນໍ້າແຫ້ງຂອດ ແລະ ປາຂຍາຍພັນ ກໍບໍ່ຫລາຍ".
ທ່ານກ່າວ ຕໍ່ໄປວ່າ ນອກຈາກນັ້ນ ການຮ່ອນຄຳ ກໍໃຫ້ເຮັດໃຫ້ ສານເຄມີ ປະເພດ ໄຊນາຍ ແລະ ບາຫລອດ ປະປົນ ໄປຕາມ ລໍານ້ຳມາ ທີ່ເປັນອັນຕລາຍ ຕໍ່ສຸຂພາບ ຂອງ ປະຊາຊົນ ແຕ່ໃນ ປັດຈຸບັນ ຍັງບໍ່ເຫັນຜົລ ປາກົດ ອອກມາເທື່ອ ອີກທັງ ດິນຊາຍ ທີ່ ບໍຣິສັດ ຮ່ອນຄຳ ດູູດຂື້ນມານັ້ນ ຫລັງຈາກຮ່ອນຄຳ ແລ້ວກໍປະຖີ້ມ ຊະຊາຍ ກີດຂວາງ ການໄປມາ ຂອງ ຊາວບ້ານ ຕາມແຄມຝັ່ງ, ໃນຍາມກາງຄືນ ກໍມັກເກີດ ອຸບັດຕິເຫດ ຂື້ນເລື້ອໆ. ການເດີນເຮືອ ແມ່ນໄປ ບໍ່ໄດ້ແລ້ວ ເພາະນໍ້າ ແຫ້ງຂອດ. ໃນເດືອນຜ່ານມາ ທາງການ ໄດ້ອອກຄຳສັ່ງ ໃຫ້ຢຸດ ການດູດຊາຍ ຈາກນໍ້າມາ ແຕ່ກໍຍັງມີ ຢູ່ໃນພື້ນທີ່ ບ່ອນໃຫມ່ ຂອງລໍານໍ້າມາ. ທ່ານກ່າວອີກວ່າ:
"ກໍຍັງມີ ຫລາຍບ່ອນນະ ຢູ່ຕາມສາຍທາງ ຫລາຍ ເອົາຢູ່ສົບເບົ້າ ກໍມີ ເອົາຢູ່ທາງວຽງໄຂ ກໍມີ ເອົາຫລາຍໆ ບ່ອນຫັ້ນ ຢູ່ນໍ້າຊໍາ ນໍ້າຫຍັງ ເຂົາກໍເອົາ ເຂົາກໍບໍ່ໄດ້ຫ້າມ ເຮັດຫນັກແລ້ວ ເຂົາກໍຫ້າມ".
ທ່ານວ່າ ລໍານໍ້າສາຍ ຕ່າງໆໃນແຂວງ ໃນອະນາຄົດ ຢ້ານເປັນ ຄືນໍ້າມາ ຖ້າມີຫລາຍ ບໍຣິສັດ ເຂົ້າໄປ ຮ່ອນຄໍາ ແລະ ດູດຊາຍ, ເພາະຊາວບ້ານ ກໍບໍ່ສາມາດ ເຮັດຫຍັງໄດ້ ແລະ ຣັຖບານ ກໍບໍ່ມີ ການປາບປາມ ກຸ່ມຄົນພວກນີ້.