ແຜນຄວບຄຸມມົລພິດຈາກ ຖ່ານຫີນ

ທາງການ ເມືອງ ຫົງສາ ແຂວງ ໄຊຍະບູຣີ ເຮັດ ຂໍ້ ຕົກລົງ ຄວບຄຸມ ມົລພິດ ໃນ ອາກາດ ກັບ ໂຄງການ ໂຮງ ໄຟຟ້າ ຖ່ານຫີນ ລິກໄນ.

ໂຮງງານ ໄຟຟ້າ ຫົງສາ ລິກໄນ ທີ່ ແຂວງ ໄຊຍະບູຣີ Citizen Journalist

ເຈົ້າໜ້າທີ່ ເປີດເຜີຍ ວ່າ ເມື່ອ ເດືອນ ມິນາ 2015 ຜູ້ ຕາງໜ້າ ທາງການ ລາວ ໄດ້ ປະຊຸມ ແລະ ເຮັດ ຂໍ້ຕົກລົງ ຮ່ວມກັບ ຜູ້ ຕາງໜ້າ ໂຄງການ ໄຟຟ້າ ຫົງສາ ລິກໄນ ເພື່ອ ວາງແຜນ ຄວບຄຸມ ມົລພິດ ທາງ ອາກາດ ໂດຍ ຕັ້ງ ມາຕຖານ ຂອງ ບໍຣິມາດ ຝຸ່ນ ໃນ ອາກາດ ບໍ່ໃຫ້ ເກີນ 350 micron ຕໍ່ ແມັຕກ້ອນ. ຫາກ ຫຼາຍເກີນ ນັ້ນ ທາງ ໂຄງການ ຕ້ອງຢຸດ ການຜລິດ ເພື່ອ ແກ້ໄຂ ປັບປຸງ ໂຮງງານ:

"ຕົວນີ້ ຄ່າ ມາຕຖານ ແມ່ນ 350 ເນາະ ທັງໝົດ ເລີຍ 350 ໄມໂກຣກຣັມ ຕໍ່ ແມັຕກ້ອນ ຖ້າ ມັນກາຍ ຕົວນີ້ ກໍຈະມີ ຜົລກະທົບ ໂດຍ ກົງ ມັນ ກໍຈະ ແມ່ນຕໍ່ ຣະບົບ ຫາຍໃຈ ນີ້ແຫລະ ປັຈຈຸບັນ ນີ້ ຖ້າ ເວົ້າເຣື່ອງ ຜົລ ກະທົບ ເຮົາກໍຍັງ ເບິ່ງ ບໍ່ ເຫັນ ຕົວໃດ ເທື່ອ ເພາະ ວ່າ ເພິ່ນ ບໍ່ໄດ້ໃຊ້ ຖ່ານຫີນ ເທື່ອ ເນາະ ເກີດ ຈາກ ເຜົາໄໝ້ ທີ່ ວ່າ ເພິ່ນ ກໍມີ ເອກສານ ຢັ້ງຢືນ ທີ່ ວ່າ ການ ເຜົາໄໝ້ ຢູ່ໃກ້ ຫລື ວ່າ ຈູດໄຮ່ ຈູດສວນ ຊ່ວງ ຣະຍະ ດໍາເນີນ ການຜລິດ ນີ້ ແຫລະ".

ທ່ານ ເວົ້າວ່າ ທາງ ໂຄງການ ໄດ້ ຮ່ວມມື ກັບ ທາງການ ເຣື່ອງ ການ ຕິດຕັ້ງ ສະຖານີ ວັດແທກ ຝຸ່ນ ລະອອງ ໃນ ອາກາດ 3 ສະຖານີ ຢູ່ ເມືອງ ຫົງສາ ເພື່ອ ເປັນ ການວາງ ມາຕການ ຄວບຄຸມ ມົລພິດ ທີ່ ອາຈເກີດ ຂຶ້ນ ຊຶ່ງ ທາງ ໂຄງການ ໂຮງ ໄຟຟ້າ ຫົງສາ ຈະເຣີ່ມ ກໍ່ສ້າງ ໃນ ເດືອນ ມິຖຸນາ 2015 ນີ້.

ຈາກ ການ ວັດແທກ ໃນເດືອນ ມິນາ ຜ່ານມາ ພົບວ່າ ປະຣິມານ ຝຸ່ນ ລະອອງ ແລະ ໝອກຄວັນ ສູງສຸດ 223 ໄມຄຣັອນ ຕໍ່ ແມັຕກ້ອນ ຊຶ່ງ ຝຸ່ນ ເຫລົ່ານີ້ ເກີດຈາກ ການ ຈູດ ເຜົາປ່າ ຂອງ ປະຊາຊົນ ເພື່ອ ການ ຝູກຝັງ. ປະຣິມານ ຝຸ່ນ ລະອອງ ແລະ ໝອກຄວັນ ທີ່ວ່າ ນັ້ນ ຖືວ່າ ເກີນ ມາຕຖານ ຂອງ ສປປລາວ ທີ່ ກໍານົດໄວ້ 120 ໄມຄຣັອນ ຕໍ່ ແມັຕກ້ອນ. ແຕ່ຍັງ ບໍ່ເຖິງຂັ້ນ ກະທົບ ທີ່ ຮຸນແຮງ ຕໍ່ ສຸຂພາບ ຂອງ ປະຊາຊົນ.

ທ່ານ ເວົ້າວ່າ ຊ່ວງ ທີ່ຕ້ອງ ເຝົ້າ ຣະວັງ ຫລາຍ ຄື ເດືອນ ເມສາ ນີ້ ເພາະເປັນ ຊ່ວງທີ່ ອາກາດ ຮ້ອນ ທີ່ສຸດ ມີການ ຈູດໄຮ່ ຫລາຍ ທີ່ສຸດ. ຕາມ ສະຖິຕິ ປີ 2014 ພົບວ່າ ເປັນຊ່ວງ ທີ່ ມີ ໝອກຄວັນ ແລະ ຝຸ່ນ ລະອອງ ຫລາຍ ທີ່ສຸດ ຄືເຖິງ 394 ໄມຄຣັອນ ຕໍ່ ແມັຕກ້ອນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org