ການໃຊ້ຢາຂ້າຫຍ້າຄວບຄຸມ ບໍ່ໄດ້
ເຈົ້າໜ້າທີ່ ເມືອງແບງ ແຂວງ ອຸດົມໄຊ ເວົ້າວ່າ ມີການ ໃຊ້ຢາ ຂ້າຫຍ້າ ແທ້ ເພາະ ບໍ່ສາມາດ ຄວບຄຸມ ຜູ້ໃຊ້ ຫລື ຜູ້ຂາຍ ໄດ້.
-
ມະນີຈັນ
2014-05-08 -
-
-
Your browser doesn’t support HTML5 audio
ຫລັງຈາກ ທີ່ ຊາວເມືອງແບງ ແຂວງ ອຸດົມໄຊ ຮ້ອງຮຽນ ວ່າ ພົບ ສານເຄມີ ຂ້າຫຍ້າ ຕົກຄ້າງ ໃນແຫລ່ງ ນໍ້າ ທັມຊາດ ທີ່ສົ່ງ ຜົລ ກະທົບ ຕໍ່ ຊາວບ້ານ ທີ່ ອາສັຍ ຢູ່ຕາມ ແຄມນໍ້າ ນັ້ນ ທາງ ເຈົ້າ ໜ້າທີ່ ກະສິກັມ ແລະ ປ່າໄມ້ ກໍ ຢືນຢັນ ວ່າ ບັນຫານີ້ ມີແທ້ ຍ້ອນ ທາງການ ບໍ່ສາມາດ ຄວບຄຸມ ຜູ້ໃຊ້ ສານເຄມີ ນັ້ນໄດ້ດີ ພໍເທື່ອ ດັ່ງທ່ານ ກ່າວວ່າ:
"ຕົວກວດ ແທ້ໆ ມັນກໍບໍ່ໄດ້ ລົງກວດ ເນາະ ແຕ່ໄປ ກໍເຫັນ ເຂົາ ສີດຢູ່ ກວດບໍ່ໄດ້ ລົງກວດ ຕົວຈິງ ແຕ່ ເຫັນມີຢູ່ ມັນຫຼາຍ ຢູ່ບ້ານ ເຮົາ ເພາະວ່າ ການຈໍາກັດ ສິນຄ້າ ຕົວນີ້ ຢູ່ແຂວງ ຂອງເຮົາ ມັນ ບໍ່ໄດ້ ເນາະ ເພາະວ່າ ມາແລ້ວ ບາງຄົນ ກໍມີການ ລັກຂາຍ ຈໍາກັດ ບໍ່ໄດ້ນະ ດຽວນີ້ ນະ".
ທ່ານເວົ້າວ່າ ທີ່ ຜ່ານມາ ພົບເຫັນ ຕົວຈິງວ່າ ຊາວ ກະສິກອນ ໃນ ແຂວງ ອຸດົມໄຊ ນິຍົມ ກັນໃຊ້ ຢາ ຂ້າຫຍ້າ ເພື່ອ ຂ້າຫຍ້າ ກ່ອນທີ່ ຈະເຮັດສວນ ເຮັດໄຮ່ ຕາມ ຣະດູ ການຜລິດ ພາຍຫລັງ ທີ່ ທາງການ ຫ້າມ ບໍ່ໃຫ້ ຈູດເຜົາ. ແລະ ເຖິງແມ່ນ ວ່າ ທາງການ ຈະ ພຍາຍາມ ຄວບຄຸມ ບໍ່ໃຫ້ ມີການ ຂ້າຫຍ້າ ແຕ່ ກໍຍັງມີ ການລັກ ຂາຍ ສານເຄມີ ນັ້ນ ເປັນ ປະຈໍາ.
ບັນຫາ ຢາຂ້າຫຍ້າ ປົນເປື້ອນ ໃນ ແຫລ່ງນໍ້າ ນີ້ ເກີດຂຶ້ນ ໃນເຂດ ພື້ນທີ່ ສູງ ເຊັ່ນ ບ້ານ ນາປາ ບ້ານ ທະໝີ່ນ ບ້ານ ໂຄກສະອາດ ບ້ານ ປາງທອງ ບ້ານ ຫ້ວຍລໍ ແລະ ບ້ານເພັຽ ຫົວນໍ້າ ຊຶ່ງ ເຊື່ອວ່າ ມີການໃຊ້ ຢາຂ້າ ຫຍ້າ ຂອງ ຊາວ ກະສິກອນ ທີ່ ຢູ່ໃນ ພື້ນທີ່ ທາງເທິງ.
ທ່ານເວົ້າ ຕື່ມວ່າ ທີ່ ຜ່ານມາ ຊາວບ້ານ ຍັງບໍ່ໄດ້ ຮ້ອງຮຽນ ຢ່າງເປັນ ທາງການ ຕໍ່ ຜແນກ ກະສິກັມ ແລະ ປ່າໄມ້ ເທື່ອ ແລະ ເຈົ້າໜ້າ ທີ່ ກໍຍັງ ບໍ່ເຄີຍ ລົງໄປ ກວດກາ ເພື່ອ ເບິ່ງ ບັນຫາ ໃນຕົວຈິງ ໃນ ພື້ນທີ່ ດັ່ງກ່າວ.