ຫ້າມຫາປາຢູ່ບຶງ ສາລາຄຳ

ອຸ່ນແກ້ວ ສຸກສະຫວັນ
2020.03.20
F-fish-farm ໜອງລ້ຽງປາ ທີ່ ແຂວງວຽງຈັນ
ຮຸບຈາກ : ນັກຂ່າວພົລເມືອງ

ທາງການໄດ້ຕິດປ້າຍຫ້າມ ຊາວບ້ານຫາປາ ຢູ່ເຂດບຶງສາລາຄຳ ເມືອງຫາຊາດຊອງ ນະຄອນຫຼວງວຽງຈັນ ຍ້ອນປັດຈຸບັນມີບໍຣິສັດພັທນາ ການກະເສດ ມາສຳປະທານປູກພືດ ກະເສດອິນຊີ.

ຊາວບ້ານ 6 ບ້ານລວມມີ ບ້ານສາລາຄຳເໜືອ, ສາລາຄຳໃຕ້, ດົງຄຳຊ້າງ, ສົມສະໜຸກ, ໜອງໄຮແລະນາໄຮ່  ທີ່ເຄີຍລົງຫາຢູ່ບຶງສາລາຄຳ ໄດ້ຮັບຄວາມເດືອດຮ້ອນ ຍ້ອນວ່າ ເຂົ້າເຈົ້າບໍ່ສາມາດລົງຫາໄປໄດ້. ຊາວບ້ານຜູ້ທີ່ໄດ້ຮັບ ຜົນກະທົບຢູ່ເຂດບ້ານດັ່ງກ່າວ ໄດ້ກ່າວຕໍ່ເອເຊັຽ ເສຣີ ວ່າ:

"ເກີດຕລາດສາລາຄຳໃໝ່ ເພິ່ນຫ້າມ ບໍ່ໃຫ້ໄປຫາຂອງເພິ່ນຫັ້ນແຫຼະ ເພິ່ນໄດ້ຂຸດໄດ້ເຈາະ ເພິ່ນຫວງຫ້າມໄປຊື່ໆຫັ້ນແລ້ວ ຕາມຄົນຢາກໄດ້ ຫັ້ນແລ້ວ ກະເດືອດຮ້ອນລະເນາະ ບໍ່ໄດ້ເຮັດ ບໍ່ໄດຫາຢູ່ຫາກິນ ກະຫຍຸ້ງຍາກຫັ້ນແຫຼ້ວ ຢູ່ຫັ້ນ ກະເປັນບຶງເກົ່າຫັ້ນເນາະ ມັນກະບ່ອນຫາຢູ່ ຫາກິນ ຂອງພໍ່ແມ່ປະຊາຊົນ ຫັ້ນແຫຼະ ຫົກບ້ານພຸ້ນ ມັນກວມໝົດຢູ່ແຖວນີ້ແຫຼະ."

ບໍຣິສັດພັທນາການກະເສດ ບໍ່ໄດ້ປະຕິບັດ ຄືທີ່ໄດ້ໃຫ້ສັນຍາວ່າ ຈະເຮັດພື້ນທີ່ດັ່ງກ່າວ ເປັນບ່ອນພັກນ້ຳເສັຽ ທີ່ໄຫຼມາ ຈາກ ນະຄອນຫຼວງ ວຽງຈັນ, ດັ່ງຊາວບ້ານທ່ານນີ້ ກ່າວຕື່ມອີກວ່າ.

"ຢູ່ຫັ້ນທຳອິດ ກໍຈະເຮັດ ບ່ອນພັກນຳ ອັນນ້ຳເສັຽ ຂອງນະຄອນຫຼວງ ໄຫຼລົງມາຫັ້ນແຫຼະ ແຕ່ສຸດທ້າຍມັນກໍບໍ່ເປັນແນວນັ້ນເດ້ ໂຕອິນຊີ ເພິ່ນກະບໍ່ໄດ້ເຮັດແລ້ວ ດຽວນີ້ ໃນບົດວິພາກຂຽນໄວ້ແນວນັ້ນ ແຕ່ວ່າພາກໂຕຈິງ ເພິ່ນບໍ່ໄດ້ເຮັດ ບົດວິພາກຂຽນ ແນວນຶ່ງ ພາກປະຕິບັດ ເຮັດແນວນຶ່ງ."

ສ່ວນວ່າເຈົ້າໜ້າທີ່ທ້ອງຖິ່ນ ຜູ້ບໍ່ປະສົງອອກຊື່ ທ່ານນຶ່ງກ່າວວ່າ ບຶງສາລາຄຳ ໄດ້ຕິດປ້າຍຫ້າມປະຊາຊົນຫາປາ ໃນເດືອນທັນວາ ປີ 2019 ເປັນຕົ້ນມາ ເພາະວ່າບໍຣິສັດ ປ່ອຍປາລົງຈຳນວນຫຼາຍລົງໃສ່ບຶງ.

"ແຕ່ກີ້ມັນບໍ່ທັນມີບໍຣິສັດ ນີ້ມາສຳປະທານເນາະ ຊິເປັນຂອງສ່ວນລວມເລີຍ ບັດນີ້ຫຼັງເພິ່ນມາສຳປະທານແລ້ວ ເພິ່ນເຮັດໂຄງການປ່ອຍປາ ປ່ອຍນັ້ນແລ້ວ ເພິ່ນກໍຢາກສງວນ ປານີ້ເພິ່ນຫຼາຍແລ້ວ ເພາະປີກ່ອນເພິ່ນກະຈັດງານ ປ່ອຍປາ."

ເຖີງຢ່າງໃດກໍຕາມ, ບັນຫາດັ່ງກ່າວ ໄດ້ມີປະຊົນສເນີຂຶ້ນໄປຫາ ສະພາແຫ່ງຊາດແລ້ວ ແຕ່ລະຍະນີ້ ຖ້າປະຊາຊົນຕ້ອງການຫາປາແທ້ໆ ກໍ ຕ້ອງໄປຫາເຂດອື່ນ ຫ້າມເຂົ້າໄປຫາໃນເຂດ ທີ່ມີປ້າຍຫ້າມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.