ຣັຖບານບໍ່ສົນໃຈ ຟັງຄຳເຫັນ
2013.06.10
ຣັຖບານລາວ ບໍ່ຄ່ອຍ ຮັບຟັງ ຄຳແນະນຳ ຄໍາເຫັນ ຈາກ ນັກວິຊາການ ພໍເທົ່າໃດ.
ນັກວິຊາການ ລາວ ທ່ານນຶ່ງ ເວົ້າວ່າ ຣັຖບານລາວ ບໍ່ຄ່ອຍ ຮັບຟັງ ຄວາມເຫັນ ຂອງ ນັກວິຊາການ ໃນບັນຫາ ຕ່າງໆ ເທົ່າທີ່ຄວນ ແລະ ການທີ່ ນັກວິຊາການ ຈະໃຫ້ ຄຳແນະນຳ ຫລືສເນີ ຄວາມຄິດເຫັນ ແກ່ຣັຖບານ ນັ້ນ ຕ້ອງມີ ຂໍ້ມູນ ທີ່ກົງກັບ ນະໂຍບາຍ ຂອງ ຣັຖບານ ທີ່ ວາງອອກ. ໃນບາງເຣື້່ອງ ຖ້າບັນຫາ ບໍ່ກ່ຽວພັນ ກັບບ່ອນ ນັກວິຊາການ ເຮັດວຽກຢູ່ ກໍບໍ່ຕ້ອງ ໄປກ່ຽວຂ້ອງ ແລະ ສເນີຄວາມເຫັນ ໃນບັນຫາ ຜແນກ ອຶ່ນ. ດັ່ງທ່ານ ກ່າວວ່າ:
"ຄືສະພາບ ຢູ່ລາວ ມັນກໍເປັນ ໄປຍາກ ທີ່ວ່າມັນຂັດ ມັນກໍມີຢູ່ ທີ່ວ່າເຮົາ ບໍ່ມັກ ບໍ່ຊອບ ຕົວຢ່າງ ວ່າຫມາຍເຖິງ ໂຕທີ່ເປັນ ນະໂຍບາຍ ແຕ່ວ່າເຮົາ ຊີ່ໄປຊີ້ ໄປບອກໃຫ້ ຣັຖບານ ອັນນີ້ ຕ້ອງປ່ຽນ ຕາມເຮົາ ອັນນີ້ ກໍເປັນ ໄປຍາກ".
ທ່ານກ່າວ ຕໍ່ໄປວ່າ ນັກວິຊາການ ໃນລາວ ສ່ວນຫລາຍ ຈະບໍ່ຄ່ອຍ ສເນີແນວຄິດ ເນຶ່ອງຈາກ ຜິດຕໍ່ຫລັກ ນະໂຍບາຍ ຂອງຣັຖບານ ແຕ່ຖ້າແນວຄິດ ຫາກສ້າງສັນ ຫລື ໃຫ້ຜົລປະໂຍດ ແກ່ ປະເທດຊາດ ດັ່ງ ຕົວຢ່າງ ໂຄງການ ຊ່ອຍເຫຼືອ ໃຫຍ່ໆ ທີ່ຈະມີ ກ້ອນເງິນ ຕິດມານຳ ຖ້ານັກ ວິຊາການ ສເນີຄວາມຄິດ ດ່ັງກ່າວ ກໍຈະມີ ນ້ຳຫນັກ ຫລາຍຂຶ້ນກວ່າ ການສເນີ ແບບລ້າໆ.
ນັກວິຊາການ ລາວ ສ່ວນໃຫຍ່ ຈະມິດງຽບ ຖ້າບໍ່ຖືກຖາມ ເພາະຢ້ານ ມີຄວາມຜິດວ່າ ມີຄວາມຄິດ ທີ່ບໍ່ສອດຄ່ອງ ກັບນະໂຍບາຍ ຂອງ ຣັຖບານ ຢ້ານມີບັນຫາ ຕາມມາ.