ເສຖກິຈສາມຫຼ່ຽມຄໍາ ປ່ອຍນ້ຳເສັຽ ລົງນ້ຳຂອງ
2021.07.07
ມາຮອດປັດຈຸບັນ ຊາວບ້ານ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທີ່ຢູ່ໃກ້ກັບ ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ຍັງໄດ້ຮັບ ຜົລກະທົບ ຈາກການປ່ອຍນໍ້າເສັຽ ຈາກຫຼາຍທຸຣະກິຈ ໃນເຂດດັ່ງກ່າວ ຢູ່ເລື້ອຍໆ ເປັນຕົ້ນ: ກາຊິໂນ ຄີງໂຣມັນ, ໂຮມແຮມ ແລະ ເຮືອນພັກ ເຖິງແມ່ນວ່າ ໄດ້ມີການສ້າງ ອ່າງບໍາບັດ ນໍ້າເສັຽ, ແຕ່ກໍຍັງເກີດ ບັນຫານໍ້າເສັຽ ໃນອ່າງບໍາບັດ ໄຫຼລົ້ນ ລົງສູ່ ແມ່ນໍ້າຂອງຢູ່ ເຮັດໃຫ້ຊາວບ້ານ ທີ່ຢູ່ໃກ້ ກັບເຂດດັ່ງກ່າວ ບໍ່ກ້າ ຫາປາ ຈາກແມ່ນໍ້າຂອງ ມາກິນ ຍ້ອນຢ້ານ ອັນຕະຣາຍ, ດັ່ງຊາວບ້ານ ທີ່ຢູ່ໃກ້ຄຽງ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 6 ກໍຣະກະດາ ນີ້ວ່າ:
“ນໍ້າໃນ ກາຊິໂນ ເຂົາປ່ອຍລົງ ທີ່ອ່າງຫັ້ນ ທຸກວັນເນາະ ປານີ້ມັນ ຄັນຊິໄປຫາ ມາກິນ ລະມັນເໝັນນ່າ ມັນສາບມັນເໝັນ ເຂົາກິນບໍ່ໄດ້ ປາຫັ້ນ ບໍ່ມີໃຜ ລົງໄປຫາກິນ ອິຫຍັງ ທີ່ເຂົາເອົາມາໃສ່ ນໍ້າເສັຽຫັ້ນ ມາບໍາບັດນໍ້າເສັຽ ແຕ່ວ່າ ມັນກະເອົາບໍ່ຢູ່.”
ທ່ານກ່າວຕື່ມວ່າ ສ່ວນບັນຫາ ກິ່ນເໝັນ ຈາກນໍ້າເສັຽ ທີ່ເຄີຍເກີດຂຶ້ນ ເມື່ອປີກາຍນັ້ນ ປັດຈຸບັນ ບໍ່ໄດ້ສົ່ງກິ່ນເໝັນ ກະທົບໃສ່ ຊາວບ້ານ ທີ່ຢູ່ໃກ້ຄຽງ ອີກແລ້ວ ມີແຕ່ ບັນຫານໍ້າເສັຽ ທີ່ໄຫຼລົ້ນອອກຈາກ ອ່າງບໍາບັດ ລົງສູ່ ແມ່ນໍ້າຂອງຊື່ໆ, ແຕ່ກໍຢາກໃຫ້ ພາກສ່ວນ ທີ່ກ່ຽວຂ້ອງ ມີການກວດສອບ ເພີ່ມຕື່ມ ຍ້ອນຢ້ານວ່າ ຈະເກີດ ຜົລເສັຽຫາຍ ຕໍ່ແມ່ນໍ້າຂອງ ຕາມມາ ໃນອະນາຄົດ.
ໃນຂນະທີ່ ຊາວບ້ານ ທີ່ຢູ່ໃກ້ຄຽງ ກາຊິໂນ ດັ່ງກ່າວ ອີກທ່ານນຶ່ງ ກ່າວວ່າ ປັດຈຸບັນ ຕົນເອງ ບໍ່ໄດ້ກິ່ນຂິວ ອີກເລີຍ ນັບແຕ່ມີ ການສ້າງ ອ່າງບໍາບັດນໍ້າເສັຽ ຈາກກາຊິໂນ ແຕ່ກໍບໍ່ຮູ້ວ່າ ການບໍາບັດນໍ້າເສັຽ ມີການເຮັດແບບໄດ້ ຄຸນນະພາບ ຫຼືບໍ່ ຍ້ອນບໍ່ໄດ້ເຂົ້າໄປ ເຂດດັ່ງກ່າວ ອີກເລີຍ ເນື່ອງຈາກ ມີເຈົ້າໜ້າທີ່ ທີ່ແຕ່ງໂຕຄ້າຍຄືກັບ ທະຫານ ປະຈໍາການ ຢູ່ຈຸດດັ່ງກ່າວ, ດັ່ງທ່ານກ່າວວ່າ:
“ເຂົາເອົາ ນໍ້າເສັຽມາກັກໄວ້ ແລ້ວເຂົາ ກະບໍາບັດ ຊິນ່າ ກະບໍ່ຮູ້ວ່າ ຊິອັນນັ້ນ ຈັ່ງໃດ ໂຕນີ້ ມັນບໍ່ໄດ້ເຂົ້າ ໄປໃກ້ ເພາະເຂົ້າ ບໍ່ໃຫ້ເຂົ້າໄປໃກ້ ເພາະວ່າ ເອົາທະຫານ ມາຍາມໝົດ.”
ທາງດ້ານຊາວບ້ານ ຢູ່ແຄມແມ່ນໍ້າຂອງ ເມືອງຊຽງແສນ ແຂວງຊຽງຮາຍ ຝັ່ງໄທຍ ທີ່ຢູ່ ຕຣົງກັນຂ້າມ ກັບກາຊິໂນ ຄີງໂຣມັນ ກ່າວວ່າ ນໍ້າເສັຽ ຈາກກາຊິໂນ ດັ່ງກ່າວ ທີ່ໄຫຼລົງໃສ່ ແມ່ນໍ້າຂອງນັ້ນ ໄດ້ເຮັດໃຫ້ເກີດ ບັນຫາກິ່ນຂິວໜັກໜ່ວງ ເປັນບາງໄລຍະ ເຮັດໃຫ້ຊາວບ້ານ ທີ່ອາສັຍ ຢູ່ແຄມຂອງຝັ່ງໄທຍ ໄດ້ຮັບຄວາມເດືອດຮ້ອນ ແລະ ຢ້ານເປັນພຍາດ ກ່ຽວກັບ ລະບົບ ທາງເດີນຫາຍໃຈ, ດັ່ງທ່ານກ່າວວ່າ:
“ມັນຊິເປັນ ເຣື່ອງກິ່ນຂິວຫຼາຍກວ່າ ບາງມື້ ກະໄດ້ກິ່ນ ບາງມື້ກະບໍ່ມີກິ່ນ ມັນບໍ່ແນ່ນອນ ແລ້ວແຕ່ ຂະເຈົ້າ ປ່ອຍນໍ້າເສັຽ ມັນບໍ່ຈໍາກັດເວລາ ຂະເຈົ້າ ປ່ອຍແນວໃດ ກໍປ່ອຍ ຢູ່ເລື້ອຍໆ ຖ້າເປັນໄປໄດ້ ກໍຢາກໃຫ້ ຂະເຈົ້າ ຂຸດຂຸມຂຸດບໍ່ ແລ້ວປ່ອຍນໍ້າ ລົງໃນບໍ່.”
ໃນຂນະດຽວກັນ, ນັກວິຊາການ ດ້ານແມ່ນໍ້າຂອງ ປະຈໍາ ແຂວງຊຽງຮາຍ ທ່ານນຶ່ງກ່າວວ່າ ກ່ຽວກັບ ບັນຫາດັ່ງກ່າວນີ້ ກໍເຄີຍໄດ້ຍິນ ຊາວບ້ານແຄມຂອງ ຝັ່ງໄທຍ ພາກັນຈົ່ມ ຕັ້ງແຕ່ປີກາຍ ແລະ ກໍເຄີຍໄດ້ ຂໍ້ມູລ ຈາກຊາວບ້ານ ຝັ່ງເມືອງຕົ້ນເຜິ້ງວ່າ ນໍ້າເສັຽ ຈາກກາຊິໂນ ແລະ ທຸຣະກິຈອື່ນໆ ໃນເຂດເສຖກິຈ ພິເສດ ສາມຫຼ່ຽມຄໍາ ໄດ້ຖືກລະບາຍລົງໃສ່ ແມ່ນໍ້າຂອງ ຢູ່ເລື້ອຍໆ ແລະ ທາງເຂດດັ່ງກ່າວ ກໍບໍ່ໃຫ້ຄົນ ຈາກພາຍນອກ ເຂົ້າໄປເບິ່ງ ຢ່າງຄັກແນ່, ດັ່ງທ່ານກ່າວວ່າ:
“ທີ່ຜ່ານມານີ້ ຊາວບ້ານ ຂະເຈົ້າກະບອກວ່າ ທາງຄີງໂຣມັນ ສາມຫຼ່ຽມຄໍາ ທາງໃນ ກໍເປັນເຂດພື້ນທີ່ ຂອງເຂົາ ຊຶ່ງມີລະບົບລະບາຍ ນໍ້າເສັຽແນວໃດ ຂ້າພະເຈົ້າ ກໍບໍ່ຮູ້ ແຕ່ຊາວບ້ານ ມັກຈະບອກ ຢູ່ເລື້ອຍໆວ່່າ ເຂດດັ່ງກ່າວ ມີການລະບາຍນໍ້າເສັຽ ລົງໃສ່ແມ່ນໍ້າຂອງເລີຍ ເຮັດໃຫ້ເກີດກິ່ນຂິວ ຊຶ່ງບໍ່ແນ່ໃຈວ່າ ເກີດຈາກທີ່ພັກ, ໂຮງແຮມ ຫຼື ກາຊິໂນ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ຫ້ອງການ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຊີ້ແຈງວ່າ ປັດຈຸບັນ ຢູ່ພາຍໃນ ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ມີການສ້າງ ອ່າງບໍາບັດນໍ້າເສັຽ ເພີ່ມຕື່ມອີກ 2 ອ່າງ ເພື່ອຮອງຮັບ ນໍ້າເສັຽ ຈາກກາຊິໂນ ຄີງໂຣມັນ ແລະ ທຸຣະກິຈຕ່າງໆ ໃນເຂດດັ່ງກ່າວ ແລະ ກໍຢືນຢັນວ່າ ນໍ້າເສັຽ ຈາກອ່າງບໍາບັດນັ້ນ ບໍ່ໄດ້ໄຫຼລົງສູ່ ແມ່ນໍ້າຂອງ ຢ່າງແນ່ນອນ ແລະ ບໍ່ໄດ້ເປັນຕົ້ນຕໍ ຂອງກິ່ນຂິວ ຕາມທີ່ຊາວບ້ານຝັ່ງໄທຍຈົ່ມ, ດັ່ງທ່ານກ່າວວ່າ:
“ບໍ່ບໍາບັດ ດຽວນີ້ ໄທເຮົາໃຫ້ ຂະເຈົ້າ ເຮັດແລ້ວ ເຮັດບໍ່ບໍາບັດ ຮຽບຮ້ອຍແລ້ວ ແຕ່ກ່ອນ ເຮົາເຮັດ ບໍ່ທັນແລ້ວ ແລ້ວກໍເລີຍ ມັນເຕັມ ເຕັມແລ້ວ ກະລົ້ນລົງ ນໍ້າຂອງຫັ້ນ ເຂົາເຮັດ ບໍ່ບໍາບັດ ເພີ່ມອີກ 2 ບໍ່ໃຫຍ່ແລ້ວ ຖືວ່າ ໂອເຄແລ້ວດຽວນີ້ ບໍ່ມີບັນຫາແລ້ວ.”
ກ່ອນໜ້ານີ້, ເມື່ອເດືອນມິຖຸນາ ປີ 2020 ໄດ້ເກີດບັນຫາ ນໍ້າເສັຽ ທີ່ຢູ່ໃນ ອ່າງບໍາບັດນໍ້າເສັຽ ຈາກກາຊິໂນ ຄີງໂຣມັນ ແລະ ທຸຣະກິຈຕ່າງໆ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ຊຶ່ງຍັງສ້າງ ບໍ່ທັນແລ້ວເທື່ອນັ້ນ ໄດ້ໄຫຼລົງສູ່ ແມ່ນໍ້າຂອງ ເຮັດໃຫ້ ຊາວບ້ານ ບ້ານພຽງງາມ ແລະ ບ້ານທີ່ຢູ່ໃກ້ຄຽງ ໄດ້ຮັບຜົລກະທົບ ຍ້ອນບໍ່ສາມາດລົງໄປ ຫາປາໃນ ແມ່ນໍ້າຂອງໄດ້ ແລະ ເກີດກິ່ນເໝັນຂິວ ຢ່າງໜັກ.
ຈາກນັ້ນ ມາຮອດທ້າຍເດືອນ ມິຖຸນາ ປີ 2020 ທາງເຈົ້າໜ້າທີ່ ເມືອງຕົ້ນເຜິ້ງ ສົມທົບກັບ ເຈົ້າໜ້າທີ່ ຄະນະຄຸ້ມຄອງ ເຂດເສຖກິຈພິເສດ ແຂວງບໍ່ແກ້ວ ກໍໄດ້ໄປ ແກ້ໄຂບັນຫາ ດັ່ງກ່າວ ໂດຍມີຄໍາສັ່ງ ໃຫ້ບໍຣິສັດ ນຳທ໊ຽນຊື່ ຈາກແຂວງຍຸນນານ ປະເທດຈີນ ຊຶ່ງເປັນຜູ້ຮັບເໝົາ ກໍ່ສ້າງອ່າງບໍາບັດ ນໍ້າເສັຽ ໃນເຂດດັ່ງກ່າວ ມີການເລັ່ງກໍ່ສ້າງ ອ່າງບໍາບັດ ທີ່ຍັງຄ້າງຄາ ຢູ່ໃຫ້ສໍາເຣັດ ແລະ ໃຫ້ສ້າງ ອ່າງບໍາບັດ ເພີ່ມຕື່ມອີກ 2 ອ່າງ ເພື່ອຮັບປະກັນ ບໍ່ໃຫ້ນໍ້າເສັຽລົ້ນ ລົງສູ່ແມ່ນໍ້າຂອງອີກ.